ອົງການໄອຍະການປະຊາຊົນສູງສຸດ ມອບປຶ້ມກົດໝາຍ ໃຫ້ 3 ແຂວງພາກກາງ

0
1019

ອົງການໄອຍະການປະຊາຊົນສູງສຸດ ໄດ້ມອບປຶ້ມຈໍານວນ 300 ຫົວ ໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດ,ໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ ແລະ ພະແນກຍຸຕິທໍາແຂວງ ຈໍານວນ 3 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄໍາໄຊ.

ພິ​ທີ​ມອບ​ປື້ມ​ດັ່ງ​ກ່າວ, ໄດ້​ມີໃນ​ວັນ​ທີ 23 ກັນ​ຍາ 2020 ທີ່​ແຂວງ​ບໍ​ລິ​ຄຳ​ໄຊ  ປຶ້ມທີ່ນຳ​ມາມອບ ມີ: 1.ປຶ້ມປະມວນກົດໝາຍ ແພ່ງ, 2.ປຶ້ມຖາມ-ຕອບ ກ່ຽວກັບການສືບສວນ-ສອບສວນ, 3.ປຶ້ມຖາມ-ຕອບກ່ຽວກັບການພິຈາລະນາຫຼັກຖານໃນການດໍາເນີນຄະດີອາຍາ, 4.ໂພດສະເຕີກ່ຽວກັບປະ ມວນກົດໝາຍແພ່ງ. ຕາງ​ໜ້າ​ມອບໂດຍ ທ່ານ ສຸພາສິດ ລໍວັນໄຊ ຮອງຫົວໜ້າກົມຕິດຕາມກວດກາການ ດໍາເນີນຄະດີອາຍາ ແລະ ຕາງ​ໜ້າ​ຮັບ​ໂດຍ ພັ​ທ ຄຳ​ແພງ ນຳ​ພາ​ວັນ ຮອງ​ຫົວ​ໜ້າກອງບັນຊາການ ປກ​ສ ແຂວງ​ບໍ​ລິ​ຄຳ​ໄຊ,ມີ ທ່ານ ໄຊຊະນະ ໂຄດພູທອນ ຮອງເລ ຂາຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຜູ້ຊີ້ນໍາໂຄງການພັດທະນາຊັບພະຍາກອນມະນຸດ ໃນໂຂງເຂດຍຸຕິທໍາ ເຂົ້າຮ່ວມ.

ການມອບໃນຄັ້ງນີ້, ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງກັບການດໍາເນີນຄະດີ ນໍາໄປໂຄສະນາເຜີຍແຜ່ ແລະ ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ເປັນເອກະພາບກັນໃນພາກປະຕິບັດ ທັງແຈກຢາຍໃຫ້ພະນັກງານ ທີ່ພ້ອມປະຕິບັດໜ້າທີຢູ່ໂຂງເຂດດັ່ງກ່າວ ນໍາໃຊ້ເປັນຄູ່ມື ໃນເວລາປະຕິບັດໜ້າທີຕົວຈິງ ຢູ່ໃນວຽກງານທີ່ຕົນຮັບຜິດຊອບ.