ການແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2020 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງບຸນອອກພັນສາປະວໍຣະນາ ໄດ້ຈັດຂຶ້ນໃນວັນທີ 3 ຕຸລາ 2020, ໂດຍມີເຮືອເຂົ້າຮ່ວມຊີງໄຊທີ່ທ່າວັດຈັນ ທັງໝົດ 12 ລໍາ, ເຊິ່ງເປັນເຮືອຊ່ວງ 12 ສີພາຍ ພາຍໃຕ້ເນັ້ນມາດຕະການປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19. ເປັນກຽດເຂົ້າຮ່ວມໂດຍ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງ ຈັນ, ມີບັນດານັກສີພາຍ, ພໍ່-ແມ່ປະຊາຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າທ່ຽວຊົມ.

ທ່ານ ບຸນໜາ ຜາທຸມມະວົງ ເຈົ້າເມືອງໆຈັນທະບູລີ ປະທານຈັດງານ ກ່າວວ່າ: ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ແມ່ນຮີດ 12 ຄອງ 14 ແລະ ແມ່ນຮີດຄອງປະເພນີອັນດີງາມຂອງຊາດລາວເຮົາທີ່ໄດ້ສືບທອດກັນມາແຕ່ບູຮານນະການ ມີບຸນອອກພັນສາກໍຕ້ອງມີບຸນຊ່ວງເຮືອຄຽງຄູ່ກັນມາ, ການແຂ່ງຂັນຊ່ວງເຮືອໃນມື້ບຸນອອກພັນສາຂອງທຸກໆປີນັ້ນ ແມ່ນເປັນກິລາທາງໜ້ານໍ້າປະເພດໜຶ່ງທີ່ຈັດຂຶ້ນເພື່ອເປັນການສ້າງໂອກາດໃຫ້ປະຊາຊົນໄດ້ມາພົບປະເພື່ອນມິດສະຫາຍ, ຍາດຕິພີ່ນ້ອງທີ່ມາຈາກທົ່ວສາລະທິດ ໄດ້ມາພັກຜ່ອນຍ່ອນໃຈທ່ຽວຊົມ ງານ ແລະ ເບິ່ງການແຂ່ງຂັນຊ່ວງເຮືອ; ສະເພາະການແຂ່ງຂັນເຮືອຊ່ວງປີນີ້ ແມ່ນການຈັດແຂ່ງຂັນເຮືອຊ່ວງ 12 ສີພາຍ ລວມມີ 12 ລໍາ, ໄລ ຍະການແຂ່ງຂັນ 200 ແມັດ ເພື່ອເປັນການບູຊາໜ້ານໍ້າຕາມຮີດຄອງປະເພນີເທົ່ານັ້ນ ເນື່ອງຈາກວ່າ ໃນປັດຈຸບັນແມ່ນຍັງສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວມຄຸມ, ສະກັດກັ້ນ ແລະ ແກ້ໄຂການ ລະບາດຂອງພະຍາດ COVID -19 ຢ່າງເຂັ້ມງວດ.

ສຳລັບການແຂ່ງຂັນເຮືອຊ່ວງ 12 ສີພາຍ ຊະນະເລີດໄດ້ແກ່ເຮືອນາວາສັກສິດ ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 10 ລ້ານກີບ, ຮອງຊະ ນະເລີດໄດ້ແກ່ເຮືອ BK ຮອນດ້າບ້ານທ່ານາແລ້ງ ຮັບຂັນເງິນ 1 ໜ່ວຍພ້ອມເງິນສົດ 8 ລ້ານກີບ, ອັນດັບ 3 ໄດ້ແກ່ເຮືອເທບມັງກອນ ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 6 ລ້ານກີບ ແລະ ອັນດັບ 4 ເຮືອ ທິດາຝາ ຮັບເງິນສົດ 4 ລ້ານກີບ ເປັນກຽດມອບໂດຍ ທ່ານ ສີຫຸນ ສິດທິລືໄຊ.