ເມື່ອວັນທີ 27 ກັນຍາ 2020, ຢູ່ທີ່ດ່ານຕໍາຫຼວດກວດຄົນເຂົ້າ-ອອກ ເມືອງ (ຕມ) ຊຽງກົກ ເມືອງລອງ ແຂວງຫຼວງນ້ຳທາ. ເຈົ້າໜ້າທີ່ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ມອບພົນລະເມືອງມຽນມາ ຈໍານວນ 2 ຄົນ ທີ່ລັກລອບເຂົ້າເມືອງຜິດກົດໝາຍໃຫ້ດ່ານ ຕມ ຊຽງກົກ ໂດຍການກ່າວມອບຂອງ ພັຕ ແອສະຫວັນ ທິບພະຍອດແກ້ວ ຮອງຫົວໜ້າພະແນກສັນຕິ ບານ ປກສ ເມືອງສິງ ແລະ ກ່າວຮັບ ໂດຍ ພັຕ ກໍາແກ້ວ ວົງຕະວະ ຮອງຫົວໜ້າດ່ານ ຕມ ຊຽງກົກ, ມີພາກສ່ວນກ່ຽວຂ້ອງທັງ 2 ພາກສ່ວນ ເຂົ້າຮ່ວມ.

ພັຕ ແອສະຫວັນ ທິບພະຍອດແກ້ວ ກ່າວວ່າ: ຜູ້ທີ່ລັກລອບເຂົ້າເມືອງຜິດກົດໝາຍ ຈໍານວນ 2 ຄົນ ຊື່ທ້າວ ເມິງຈໍອັງ ອາຍຸ 30 ປີ ເຊື້ອຊາດຈີນ ສັນຊາດມຽນມາ ແລະ ທ້າວ ມາກະມິງ ອາຍຸ 31 ປີ ເຊື້ອຊາດຈີນ ສັນຊາດມຽນມາ ທັງ 2 ຄົນແມ່ນຢູ່ບ້ານ-ເມືອງ ແລະ ແຂວງລາຊຸຍ ສະຫະພາບມຽນມາ. ໂດຍຕາມການສືບສວນ-ສອບສວນຂອງ ເຈົ້າໜ້າທີ່ວິຊາສະເພາະ ພວກກ່ຽວສາ ລະພາບວ່າ: ໄດ້ເຂົ້າມາ ສປປ ລາວ ໃນຄັ້ງວັນທີ 26 ກັນຍາ 2020 ໂດຍການ ລັກລອບເຂົ້າມາຕາມເສັ້ນທາງນ້ອຍເຂດຊຽງລາບ-ຊຽງກົກ ເມືອງລອງ ດ້ວຍຮູບການຈ້າງຂີ່ເຮືອນ້ອຍຂ້າມນ້ຳຂອງມາຈຸດປະສົງ ແມ່ນມາຢ້ຽມຢາມພີ່ນ້ອງຢູ່ເມືອງສິງ ແຂວງຫຼວງນ້ຳທາ.

ດັ່ງນັ້ນ, ພາຍຫຼັງທີ່ກັກຕົວພວກກ່ຽວໄດ້ກອງບັນຊາການ ປກສ ເມືອງສິງ ຈຶ່ງໄດ້ມອບບຸກຄົນດັ່ງກ່າວໃຫ້ດ່ານ ຕມ ຊຽງກົກ ດຳເນີນຕາມຂັ້ນຕອນ ແລະ ສືບຕໍ່ມອບໃຫ້ທາງເຈົ້າໜ້າທີ່ ມຽນມາ ດຳເນີນຄະດີຕາມລະບຽບກົດໝາຍ. ພ້ອມນັ້ນ ທັງ 2 ຝ່າຍຍັງໄດ້ພ້ອມກັນເຊັນບົດບັນທຶກມອບ-ຮັບ ໂດຍຊ່ອງໜ້າຜູ້ເຂົ້າຮ່ວມເພື່ອເປັນສັນຂີພິຍານ.