ໃນລະຫວ່າງວັນທີ 29 ກັນຍາ – 2 ຕຸລາ 2020, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ໄດ້ສົມທົບກັບກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ, ຫ້ອງການຊາວໜຸ່ມແຂວງ ແລະ ອົງການກາແດງ ແຂວງບໍລິຄໍາໄຊ ລົງເຜີຍແຜ່ກົດລະບຽບຈະລາຈອນທາງບົກໃຫ້ບັນດານ້ອງນັກຮຽນຢູ່ບັນດາໂຮງຮຽນແຫ່ງຕ່າງໆໃນເທດສະບານແຂວງ ເຊັ່ນ: ມສ ສີທ່ານາໄຊ, ມສ ປາກງຽບ, ມປ ປາກຊັນ ແລະ ມຕ ໂພສີ ເມືອງປາກຊັນ ແຂວງບໍລິຄໍາໄຊ, ນໍາພາໂດຍ ທ່ານ ບຸນທໍາ ຄໍາມະວົງ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພ້ອມດ້ວຍທີມງານ, ມີຄະນະ ອໍານວຍການ, ຄູ-ອາຈານ ແລະ ນ້ອງນັກຮຽນ ທັງ 4 ແຫ່ງ ເຂົ້າຮ່ວມຮັບຟັງ.

ທ່ານ ບຸນທໍາ ຄໍາມະວົງ ກ່າວວ່າ: ການລົງມາເຜີຍແຜ່ກົດລະບຽບຈະລາຈອນໃນຄັ້ງນີ້ແມ່ນປະຕິບັດຕາມແຈ້ງການຂອງພະແນກໂຍທາທິ ການ ແລະ ຂົນສົ່ງແຂວງບໍລິຄໍາໄຊ ສະບັບ ເລກທີ 2041/ ຍທຂ ຄບສ ລົງວັນທີ 14 ສິງຫາ 2020 ວ່າດ້ວຍການເຜີຍແຜ່ໂຄສະນາປູກຈິດ ສໍານຶກກ່ຽວກັບການສັນຈອນທາງຫຼວງ ເພື່ອແນໃສ່ເຮັດໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນໄດ້ຮັບຮູ້, ເຂົ້າໃຈ ພ້ອມນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ, ແນໃສ່ຫຼຸດຜ່ອນການເກີດອຸບັດຕິ ເຫດຢູ່ຕາມຖະໜົນຫົນທາງພາຍໃນແຂວງບໍລິຄໍາໄຊໃຫ້ຫຼຸດລົງຢ່າງຈະແຈ້ງ.

ໃນພິທີ, ບັນດາຄະນະຮັບຜິດຊອບຈາກພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ, ຫ້ອງການຊາວໜຸ່ມແຂວງ ແລະ ອົງການກາແດງ ແຂວງ ໄດ້ພັດປ່ຽນກັນເຜີຍແຜ່ ແລະ ບັນລະຍາຍເອກະສານທີ່ສໍາຄັນເຊັ່ນ: ກົດ ໝາຍວ່າດ້ວຍການຈະລາຈອນທາງບົກ, ບັນດາເຄື່ອງໝາຍ, ປ້າຍຫ້າມ, ປ້າຍເຕືອນອັນຕະລາຍ, ປ້າຍກໍານົດ, ປ້າຍບອກສິດ, ປ້າຍແນະນໍາຈຸດໝາຍປາຍທາງ, ສາລະບານເດີນລົດ, ລະບຽບວ່າດ້ວຍການຍ່າງ, ການຂີ່ລົດຖີບ, ການຂັບຂີ່ລົດຈັກ, ລົດໃຫຍ່, ການຂັບຂີ່ລົດໄຖ່ນາເດີນຕາມ, ດໍາລັດ ເລກທີ 188/ນຍ ວ່າດ້ວຍການຈະລາ ຈອນທາງບົກ, ການປົກປັກຮັກສາທາງຫຼວງ ແລະ ການປັບໄໝຕໍ່ຜູ້ລ່ວງລະເມີດກົດລະ ບຽບຈະລາຈອນທາງບົກ, ໜ້າທີ່ ແລະ ຂໍ້ຫ້າມ. ສໍາລັບຜູ້ຂັບຂີ່, ຄວາມສ່ຽງໃນການຍ່າງ ແລະ ວິທີປ້ອງກັນ, ການສັນຈອນ ຫຼື ຍ່າງຕາມເສັ້ນທາງ.

ຈາກນັ້ນ, ຄະນະຮັບຜິດຊອບກໍໄດ້ສາຍ ພາບວິດີໂອຈາກການບັນທຶກພາບເຫດການການເກີດອຸບັດຕິເຫດ, ເຊິ່ງຍົກໃຫ້ເຫັນສາເຫດຕົ້ນຕໍການເກີດອຸບັດຕິເຫດຢູ່ຕາມເສັ້ນທາງຕ່າງໆທີ່ເກີດຈາກການຂາດການກວດກາສະພາບເຕັກນິກລົດ, ດື່ມສິ່ງມຶນເມົາແລ້ວຂັບລົດ, ການໃຊ້ ຄວາມໄວເກີນກໍານົດ, ບໍ່ປ່ອຍສິດ, ລ້ຽວຊ້າຍ-ລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງບໍ່ຮັບປະກັນ, ທີ່ສ້າງຄວາມເສຍຫາຍ ທາງດ້ານຊັບສິນ, ຊີວິດ ແລະ ສຸຂະພາບ, ຍັງໄດ້ຍົກໃຫ້ເຫັນສະພາບປະກົດການຫຍໍ້ຕ່າງໆທີ່ເປັນໄພອັນຕະລາຍຕໍ່ໄວໜຸ່ມໃນປະຈຸບັນເຊັ່ນ: ການມົ້ວສຸ່ມຫຼິ້ນກິນຟູມເຟືອຍ, ມົ້ວສຸມເສບຢາ ເສບຕິດ ແລະອື່ນໆໃຫ້ບັນດານ້ອງນັກຮຽນໄດ້ຮັບຮູ້, ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະ ລາຍດັ່ງກ່າວ ພ້ອມທັງເໜັ້ນໜັກໃຫ້ນ້ອງນັກຮຽນທຸກຄົນຈົ່ງພ້ອມກັນນໍາເອົາຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນໄປຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ ເພື່ອປ້ອງກັນຕົນເອງຈາກການເກີດອຸ ບັດຕິເຫດ ແລະ ພ້ອມກັນຍົກສູງສະຕິບໍ່ໄປພົວພັນມົ້ວສຸມຫຼິ້ນກິນຟູມເຟືອຍ ແລະ ບໍ່ພົວພັນ ກັບສິ່ງເສບຕິດທຸກຊະນິດ, ເອົາໃຈໃສ່ຄົ້ນຄ້ວາ, ຮໍ່າຮຽນ, ຝຶກຝົນຕົນເອງໃຫ້ເປັນນັກຮຽນດີ, ຮຽນເກັ່ງ, ເປັນລູກທີ່ດີ ແລະ ເປັນຜູ້ສືບທອດທີ່ດີຂອງຊາດໃນອະນາຄົດ.

ພ້ອມດຽວກັນນີ້, ນ້ອງນັກຮຽນຍັງໄດ້ຂຶ້ນ ຕອບຄໍາຖາມກ່ຽວກັບການປະຕິບັດກົດລະບຽບຈະລາຈອນ, ການຂັບຂີ່ພາຫານະຕາມທ້ອງຖະໜົນຢ່າງຖືກຕ້ອງ ເພື່ອຮັບເອົາຂອງລາງວັນປະເພດຕ່າງໆ ເປັນຕົ້ນແມ່ນໝວກກັນກະທົບ ແລະ ອຸປະກອນການຮຽນ, ມອບຂອງລາງວັນ ໂດຍ ທ່ານ ບຸນທໍາ ຄໍາມະວົງ.