ໃນທ້າຍເດືອນກັນຍາທີ່ຜ່ານມາ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນໄດ້ເຂົ້າກວດກາສິນຄ້າ ພ້ອມສຶກສາອົບຮົມ ແລະ ເຮັດບົດບັນທຶກກັບເຈົ້າຂອງສິນຄ້າ ຖ້າຫາກຍັງຝ່າຝືນຈະຖືກດຳເນີນຄະດີຕາມກົດໝາຍຢູ່ບ້ານນາງ່າເມືອງນາຊາຍທອງ ທີ່ລັກລອບນໍາເອົາ ປາມຶກມາແຊ່ສານເຄມີ ຈໍານວນ 560 ກິໂລກຼາມ ເພື່ອຈໍາໜ່າຍຕາມທ້ອງຕະຫຼາດ, ເຊິ່ງເປັນອັນຕະລາຍຕໍ່ຜູ້ບໍລິໂພກ ແລະ ໃນວັນທີ 2 ຕຸລາ 2020 ໄດ້ຈັດພິທີທໍາລາຍທີ່ສະໜາມບຳບັດຂີ້ເຫຍື້ອຫຼັກ 32.

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ກ່າວວ່າ: ໃນວັນທີ 30 ກັນຍາ 2020, ມີພົນ ລະເມືອງດີແຈ້ງວ່າ ມີປະຊາຊົນຢູ່ເຂດບ້ານນາງ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ລັກລອບນຳເອົາປາມຶກມາປຸງແຕ່ງແຊ່ສານເຄມີ ແລ້ວຈຳໜ່າຍໃຫ້ກັບປະຊາຊົນຢູ່ຕາມທ້ອງຕະຫຼາດ, ເມື່ອຮູ້ແນວນັ້ນ ເຈົ້າໜ້າທີ່ພະແນກອຸດສະຫະກຳສະເພາະກິດລົງສົມທົບກັບຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງນາຊາຍທອງ ລົງກວດກາສະຖານທີ່ດັ່ງກ່າວ; ເຈົ້າຂອງສິນຄ້າຊື່ ນາງ ພຸດທະສອນ ຢູ່ບ້ານນາງ່າ.

ຜ່ານການກວດຫາສານພິດພົບເຫັນປາມຶກ ຈຳນວນ 560 ກິໂລກຼາມ ແຊ່ໂຊດາໄຟໃນອ່າງ ແລະ ມີສານຟໍມາລີນເຈືອປົນ ຄິດເປັນມູນຄ່າ 6.900.000 ກີບ ຈຶ່ງໄດ້ຢຶດສິນຄ້າທັງໝົດ ພ້ອມທັງອຸປະກອນທີ່ນຳໃຊ້ເຂົ້າໃນການປຸງແຕ່ງແຊ່ສານເຄມີໄວ້ທັງໝົດ. ນາງ ພຸດທະສອນ ຍອມຮັບວ່າ: ໄດ້ຊື້ປາໝຶກດັ່ງກ່າວມາຈາກປະເທດເພື່ອນບ້ານ ຂົນສົ່ງໃສ່ລົດເມມາລົງຄິວ ລົດ 13 ໃຕ້ ໂດຍບໍ່ມີເອກະສານຢັ້ງຢືນແຫຼ່ງທີ່ມາ ເປັນຕົ້ນໃບແຈ້ງເສຍພາສີ ແລະ ໃບຢັ້ງຢືນສຸຂະນາໄມສັດ. ເມື່ອນຳປາມຶກມາຮອດ ກໍໄດ້ທຳການປຸງແຕ່ງແຊ່ໂຊດາໄຟ ໂດຍບໍ່ມີໃບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ເຮັດບົດບັນທຶກ ແລະ ສຶກສາອົບຮົມກ່າວເຕືອນໃຫ້ຢຸດເຊົາ ຖ້າຫາກຍັງຝ່າຝືນຈະຖືກດຳເນີນຄະດີຕາມກົດໝາຍ.

ທ່ານ ນັນຕາ ສານຸວົງ ໃຫ້ຮູ້ຕື່ມວ່າ: ໂດຍປະຕິບັດຕາມແຜນການເຄື່ອນໄຫວວຽກງານຂອງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນ ຫຼວງວຽງຈັນທີ່ ເຫັນໄດ້ຄວາມສໍາຄັນຕໍ່ວຽກງານຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ, ຄ້າຂາຍນອກລະບົບທຸກຮູບແບບ, ການຂາຍທີ່ສະໜອງອາຫານໃຫ້ແກ່ສັງຄົມບໍ່ມີຄວາມປອດໄພ, ບໍ່ໄດ້ມາດຕະຖານ, ມີສານເຄມີປົນເປື້ອນ ຫຼື ໝົດອາຍຸການບໍລິໂພກ, ເຊິ່ງຜ່ານມາໄດ້ເອົາໃຈໃສ່ໃນການຕິດຕາມກວດກາຢ່າງເປັນປະຈໍາ ເພື່ອໃຫ້ປະຊາຊົນພາຍໃນນະຄອນຫຼວງວຽງຈັນ ໄດ້ຮັບການບໍລິໂພກທີ່ດີສະອາດ ແລະ ປອດໄພ.

ສໍາລັບປີ 2020 ນີ້, ເປັນຄັ້ງທຳອິດທີ່ພວກເຮົາໄດ້ຢຶດ ແລະ ທຳລາຍສິນຄ້າປະເພດນີ້ ແລະ ຍັງຈະສືບຕໍ່ຄົ້ນຫາຈາກແຫຼ່ງຂໍ້ມູນ ເພື່ອແນໃສ່ສະກັດກັ້ນການນຳເຂົ້າບໍ່ຖືກຕ້ອງຕາມລະບຽບການ ແລະ ເປັນການປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກສິນຄ້າທີ່ມີຄຸນນະພາບ ແລະ ບໍ່ເປັນອັນຕະລາຍຕໍ່ຊີວິດ ແລະ ອັນສຳຄັນແມ່ນເປັນການປົກປ້ອງການຜະລິດພາຍໃນອີກດ້ວຍ. ສຳລັບທິດທາງໃນຕໍ່ໜ້າ, ແມ່ນຈະສືບຕໍ່ຕິດຕາມກວດກາຢ່າງເປັນປົກກະຕິ ແນໃສ່ໂຄສະນາ ແລະ ເຜີຍແຜ່ລະບຽບການໃຫ້ແກ່ຜູ້ຜະລິດ, ຜູ້ປຸງແຕ່ງ ແລະ ຜູ້ຈຳໜ່າຍສິນຄ້າໄດ້ຮັບຊາບ ແລະ ບໍ່ໃຫ້ນຳເອົາສິນຄ້າທີ່ບໍ່ໄດ້ຄຸນນະພາບ, ເຈືອປົນ, ປົນເປື້ອນສານເຄມີ ຫຼື ໝົດອາຍຸ ມາຈຳໜ່າຍໃຫ້ແກ່ສັງຄົມທີ່ອາດສ້າງຄວາມເສຍຫາຍແກ່ຊີວິດ, ສຸຂະພາບ ແລະ ຊັບສິນຂອງຜູ້ບໍລິໂພກ ແລະ ເປັນການຍົກສູງສະຕິໃນການເລືອກຊື້ສິນຄ້າຂອງຜູ້ບໍລິໂພກ ແລະ ສະຕິໃນການເຄົາລົບລະບຽບກົດໝາຍຂອງຜູ້ຂາຍ ໂດຍສະເພາະແມ່ນເວລານຳເຂົ້າສິນຄ້າເຄື່ອງຂອງຕ້ອງມີການປະຕິບັດພັນທະຢ່າງຄົບຖ້ວນ.