ຄະນະພັກຮາກຖານກົມສື່ມວນຊົນ ປກສ ສະຫຼຸບໄຕມາດ III

0
999

ໃນວັນທີ13 ຕຸລາ 2020, ຄະນະພັກຮາກຖານກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ສະຫຼຸບການເຄື່ອນໄຫວຊີ້ນໍາ-ນໍາພາຕາມເນື້ອໃນກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາໄຕມາດ III ແລະວາງທິດທາງແຜນການປະຈໍາໄຕມາດ IV ປີ 2020 ,ເປັນປະ ທານໂດຍ ພັອ ເພີນຄໍາ ແສງດາລາ ຄະນະພັກກົມໃຫຍ່ ເລຂາຄະນະພັກຮາກຖານ ຫົວໜ້າກົມສື່ມວນຊົນ ປກສ, ມີຄະນະພັກ-ຄະນະບັນຊາ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ.

ພັທ ສີພາ ສິງທອງ ຄະນະພັກຮາກຖານປະທານກວດກາພັກ ຮອງຫົວໜ້າກົມສື່ມວນຊົນ ປກສ ຜ່ານບົດສະຫຼຸບ ປະຈໍາໄຕມາດ III ວ່າ: ໄລ ຍະ 3 ເດືອນຜ່ານມາ, ຄະນະພັກຮາກຖານກົມສື່ມວນຊົນ ປກສ ໄດ້ຕັ້ງໜ້າເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບດ້ວຍຫຼາຍຮູບການ, ວິທີການ, ຕິດພັນກັບການຊີ້ນໍາ-ນໍາພາ. ດ້ານວຽກງານວິຊາສະເພາະ ສື່ສິ່ງພິມ ກໍຄື ໜັງສືພິມຄວາມສະຫົງບ ແລະ ວາລະສານ ແມ່ນເຄື່ອນໄຫວເກັບກໍາຂໍ້ມູນຂ່າວ,ຖ່າຍຮູບພາບຢູ່ບັນດາກົມກອງອ້ອມຂ້າງກະຊວງ ປກສ,ທ້ອງຖິ່ນໃນນະຄອນ ຫຼວງ ແລະ ຮັບຂ່າວຕ່າງແຂວງ ນໍາມາຂຽນບົດ-ຂ່າວອອກໜ້າໜັງສືພິມ,ກວດແກ້ເນື້ຶອໃນບົດ-ຂ່າວ ແລະ ພິມ-ຈັດໜ້າ ຮັບປະກັນສົ່ງເຂົ້າໂຮງພິມ, ສົ່ງລົງເວບໄຊ ຂອງກະຊວງຢ່າງເປັນປົກກະຕິ,ໄດ້ເອົາໃຈໃສ່ກວດແກ້ເນື້ອໃນບົດຮັບຈາກພາກສ່ວນຕ່າງໆນໍາມາກວດແກ້, ພິມຈັດໜ້າວາລະສານ ໃຫ້ມີສີສັນງົດງາມສາມາດດຶງດູດຈັບໃຈຜູ້ອ່ານ.

ສຳລັບສື່ເອເລັກໂຕຼນິກ ກໍຄື ວິທະຍຸ ໄດ້ອອກອາກາດທາງສະຖານີວິທະຍຸລະບົບ FM101,5​ MHZ ໃນແຕ່ລະວັນ ມີ 24 ລາຍການ, ອອກອາກາດສົດ 5 ລາຍການ.ໃນນີ້,ລາຍການສະຖານຈັດເອງ 11 ລາຍການ, ຮ່ວມມືກັບພາກສ່ວນນອກ13 ລາຍການ, ຄວບຄຸມເຕັກນິກເຄື່ອງສົ່ງຕະຫຼອດ 24 ຊົ່ວໂມງ ແລະ ສ້ອມແປງສະຖານີເຄືອຂ່າຍຢູ່ 4 ຈຸດ ໃຫ້ສາ ມາດກະຈາຍສຽງອອກໄດ້ເປັນປົກກະຕິ,ໂທລະພາບມີລາຍ ການອອກອາກາດ ທັງໝົດ 29 ລາຍການ.ໃນນີ້,ລາຍການຂ່າວ 5 ລາຍການ,ລາຍ ການເປົ້າໝາຍ 3 ລາຍການ, ລາຍ ການຮ່ວມມືກັບພາກສ່ວນອື່ນ 17 ລາຍການ, ລາຍການບັນເທີງ 4 ລາຍການ, ປັບປຸງຜັງລາຍການ ແລະ ສ້າງລາຍ ການເພີ່ມ 1 ລາຍການ.

ທິດທາງແຜນການໃນຕໍ່ໜ້າ, ຄະນະພັກຮາກຖານກົມສື່ມວນຊົນ ປກສ ຈະສືບຕໍ່ສຶກສາອົບຮົມແນວຄິດການເມືອງໃຫ້ສະມາຊິກພັກ, ພະນັກ ງານ-ນັກຮົບໃຫ້ດີ ໂດຍການລົງເລິກໃກ້ຊິດຕິດແທດຢ່າງເປັນປະຈໍາ, ດ້ານວຽກງານວິຊາສະເພາະ ແມ່ນສືບຕໍ່ປັບປຸງຍົກສູງຄຸນນະພາບຂອງໜັງສືພິມຄວາມສະຫງົບ ໃຫ້ມີເນື້ອໃນອຸດົມສົມບູນ, ມີຫຼາຍສີສັນ, ວ່ອງໄວທັນເຫດການ, ນໍາພາປັບປຸງວາລະສານລາຍເດືອນໃຫ້ວ່ອງໄວທັນກໍານົດເວລາ, ຕິດຕາມ ແລະ ສ້ອມແປງສະຖານີເຄືອຂ່າຍຢູ່ 4 ຈຸດ ໃຫ້ສາມາດກະຈາຍສຽງອອກອາກາດເປັນປົກກະຕິ, ສືບຕໍ່ອ່ານຂ່າວ-ບົດອອກອາກາດ, ລົງເກັບກໍາຂ່າວ, ສ້າງສະ ປອດໂຄສະນາໃຫ້ມີບາດກ້າວໃໝ່.