ໂຮງຮຽນ ປກສ ຊັ້ນສູງເລກ 4 ກອງບັນຊາການ ປກສ ແຂວງຈໍາປາສັກ ເປີດຊຸດຮຽນວິຊາສະເພາະຕໍາຫຼວດລະບົບກໍ່ສ້າງ 2 ປີ ຮຸ່ນທີ III ໃນວັນທີ 6 ຕຸລາ 2020; ເຂົ້າຮວ່ມໂດຍ ພັອ ບຸນມີ ມັກຄະວາ ຫົວໜ້າກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ກະຊວງ ປກສ, ພັທ ສຸກພະຈັນ ສີລາເພັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຄະນະພັກ-ຄະນະອຳ ນວຍການ, ແຂກຮັບເຊີນ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮວ່ມ.

ພັທ ສຸລິວັນ ບຸນສະຫງ່າ ຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ສະບັບເລກທີ 3470/ກມປກສ ລົງວັນທີ 17 ກັນຍາ 2020 ວ່າດວ້ຍການອະນຸມັດເປີດຊຸດ ຮຽນວິຊາສະເພາະຕຳຫຼວດລະບົບກໍ່ສ້າງໃຫ້ນັກ ສຶກສາຮຸ່ນທີ III ຢູ່ທີ່ ໂຮງຮຽນ ປກສ ຊັ້ນສູງເລກ 4; ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ-ນັກຮົບຂອງກຳລັງ ປກສ ທັງເປັນການສ້າງກຳລັງໃຫ້ກາຍເປັນພະນັກງານສືບທອດປ່ຽນແທນ, ສ້າງໃຫ້ມີແບບແຜນວິທີເຮັດວຽກ, ມີຄຸນສົມບັດສິນທຳປະຕິວັດ ແລະ ດຳລົງຊີວິດດ້ວຍຄວາມບໍລິສຸດຂາວສະອາດ.

ພັທ ອິນແປງ ພິມມະເສນ ຮອງອໍານວຍການ ໂຮງຮຽນ ປກສ ຊັ້ນສູງເລກ 4 ໄດ້ຜ່ານແຜນການຮຽນການສອນໃນການຈັດຕັ້ງປະຕິບັດ ເຊີ່ງໃນນັ້ນ ລວມມີນັກສຶກສາລະບົບກໍ່ສ້າງຮຸ່ນທີ III ທັງໝົດ 166 ສະຫາຍ ຍິງ 27 ສະຫາຍ; ໃນນັ້ນ, ມາຈາກກົມກອງອ້ອມຂ້າງກະຊວງ ແລະ ຈາກກອງບັນ ຊາການ ປກສ 4 ແຂວງພາກໃຕ້ຄື: ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື; ເຊິ່ງໄດ້ກຳນົດເວລາການຮຽນການສອນ 2 ປີ ແລະ ມີ 2 ສາຍຮຽນ, ມີ 4 ພາກ ແລະ 4 ໝວດວິຊາຮຽນຄື: ສາຍຕຳຫຼວດ ແລະ ສາຍສັນຕິບານ; ໝວດວິຊາຮຽນປະກອບມີ: ວິຊາຄວາມຮູ້ທົ່ວໄປ, ວິຊາພື້ນຖານສະເພາະ, ໝວດວິຊາສະເພາະ (ຮຽນຕົວຈິງ ແລະ ຝຶກງານ).

ໃນຕອນທ້າຍ, ພັອ ບຸນມີ ມັກຄະວາ ໄດ້ເນັ້ນໃຫ້ພະນັກງານຄູ-ອາຈານ ຕະຫຼອດຮອດນັກສຶກສາ, ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບໃຫ້ສູງໃນ ການຖ່າຍທອດບົດຮຽນ, ຄວາມຮູ້ຄວາມສາມາດເຊິ່ງກັນແລະກັນ, ເອົາໃຈໃສ່ຕັ້ງໜ້າຝຶກຝົນຫໍ່ຼຫຼອມຕົນເອງ, ປະຕິບັດກົດລະບຽບຂອງໂຮງຮຽນຢ່າງເຂັ້ມງວດ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຂັ້ນເທິງມອບໝາຍໃຫ້.