ປກສ ເມືອງສີສັດຕະນາກ ສືບຕໍ່ສ້າງບ້ານໂພນສະຫວັນເໜືອ ເປັນບ້ານປ້ອງກັນຄວາມສະຫງົບດີ

0
889

ໃນວັນທີ 13 ຕຸລາ 2020, ບ້ານໂພນສະຫວັນເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມສືບຕໍ່ວຽກງານກໍ່ ສ້າງຮາກຖານການເມືອງຕິດພັນກັບການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ໂດຍການເປັນປະທານຂອງ ພັທ ຄໍາແອ ບຸນມີໄຊ ຫົວໜ້າ ປກສ ກຸ່ມທາດຂາວ ເມືອງສີສັດຕະນາກ, ມີ ທ່ານ ດວງເດືອນ ວົງນະລາດ ຫົວໜ້າຄະນະຈັດຕັ້ງເມືອງສີສັດຕະນາກ, ພ້ອມດ້ວຍ ພັທ ເສີມໄສ ປີຍະວົງ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າຮາກຖານ ປກສ ນວ, ມີນາຍບ້ານ, ພະນັກງານກໍ່ສ້າງຮາກຖານ ແລະ ປະຊາຊົນບ້ານໂພນສະຫວັນເໜືອ ເຂົ້າຮ່ວມ.


ໃນກອງປະຊຸມ, ພັທ ຄໍາແອ ບຸນມີໄຊ ຫົວໜ້າ ປກສ ກຸ່ມທາດຂາວ ໄດ້ຂຶ້ນຜ່ານແຜນການສ້າງ, ກວດກາປະເມີນຜົນ, ຄອບຄົວ, ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານໂພນສະຫວັນເໜືອ ເມືອງສີສັດຕະນາກ ໂດຍໃຫ້ຮູ້ວ່າ: ໃນການຈັດຕັ້ງປະຕິບັດວຽກງານຕົວຈິງແມ່ນ ເລີ່ມແຕ່ວັນທີ 13-23 ຕຸລາ 2020 ໂດຍມີ 4 ບາດກ້າວ ຄື:1.ກະກຽມຂຶ້ນແຜນການດໍາເນີນງານ, ບຸກຄະລາກອນ ເພື່ອກຽມຄວາມພ້ອມໃນການຈັດຕັ້ງປະຕິບັດ; 2. ດໍາເນີນຈັດຕັ້ງປະຕິ ບັດຕົວຈິງ ໂດຍປະສານສົມທົບກັບໜ່ວຍພັກ, ອົງການປົກຄອງບ້ານ ເພື່ອແຈ້ງຈຸດປະສົງ ໃນການຈັດຕັ້ງປະຕິບັດວຽກງານ ແລະ ປຶກສາຫາລືເປັນເອກະພາບ ໃນຄະນະຮັບຜິດຊອບ; 3. ກວດກາປະເມີນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບສຸກ ໃຫ້ຄົບຖ້ວນ, ຖືກຕ້ອງຊັດເຈນ ແລະ ພາວະວິໄສ ເພື່ອພິຈາລະນາຕົກລົງ ອະນຸມັດອອກໄປຢັ້ງຢືນບ້ານປ້ອງກັນຄວາມສະຫງົບສຸກດີ; 4. ສະຫຼຸບປະເມີນຜົນສໍາເລັດ ແລະ ມອບໃບຢັ້ງຢືນ.

ສໍາລັບການຈັດຕັ້ງປະຕິບັດຕົວຈິງແມ່ນ ໄດ້ຈັດແບ່ງພະນັກງານລົງແຕ່ລະຄອບຄົວ, ໜ່ວຍ 10 ຫຼັງຄາເຮືອນ, ດໍາເນີນການກວດກາ, ເກັບກໍາສະພາບ, ຂໍ້ມູນກ່ຽວກັບຈໍານວນຄອບຄົວ, ພົນລະເມືອງແຕ່ລະຄອບຄົວ, ໜ່ວຍຢ່າງລະອຽດ, ຖືກຕ້ອງ ແລະ ຄົບຖ້ວນ, ປະສານສົມທົບກັບອົງການປົກຄອງບ້ານ ດໍາເນີນການເຜີຍແຜ່ເອກະສານ ທີ່ກ່ຽວພັນກັບການກໍ່ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໃຫ້ການຈັດຕັ້ງ ກໍຄື ປະຊາຊົນຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມວຽກງານດັ່ງກ່າວ ໃຫ້ມີຜົນສໍາເລັດ.

ພາບ-ຂ່າວ: ປກສ ນະຄອນຫຼວງວຽງຈັນ.