ເຈົ້າໜ້າທີ່ຕໍາຫຼວດຄ້າຍຄຸມຂັງ-ດັດສ້າງ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຄຸມຕົວນາງ ນ້ອຍ ແມ່ຫວຍ 3 ສາຍ ໂດຍຜູ້ ຖືກຫາອ້າງວ່າຫວຍຫຼົ້ມເຂົ້າຫ້ອງປະຊຸມສານ ເພື່ອໃຫ້ໄອຍາການຖະແຫຼງສັ່ງຟ້ອງສານຕັດສິນ ໃນການກະທໍາຜິດທີ່ຈໍາເລີຍກໍ່ຂຶ້ນ; ເຊິ່ງມີໂຈດທາງແພ່ງເຂົ້າຮ່ວມຮັບຟັງຄໍາຖະແຫຼງ ແລະ ຄໍາຕັດສິນ.

ໃນວັນທີ 13 ຕຸລາ 2020, ພາຍຫຼັງເຈົ້າໜ້າ ທີ່ຄຸມຕົວຈໍາເລີຍ ມາທີ່ຫ້ອງປະຊຸມສານ. ຈາກນັ້ນ, ອົງການໄອຍາການປະຊາຊົນ ນະຄອນຫຼວງ ວຽງຈັນ ໄດ້ຖະແຫຼງວ່າ: ນາງ ນ້ອຍ ອາຍຸ 42 ປີ, ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຖືກກັກຕົວໃນວັນທີ 3 ສິງຫາ 2018 ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ; ເຊິ່ງຄະດີດັ່ງກ່າວເກີດຂຶ້ນມາ ແຕ່ປີ 2016 ນາງ ນ້ອຍ ( ຈໍາເລີຍ ) ໄດ້ເປັນແມ່ຫວຍ ຈໍານວນ 3 ສາຍ ຄື: ສາຍ 50 ລ້ານ, 35 ລ້ານ ແລະ 30 ລ້ານ. ໃນນັ້ນ, ຫວຍສາຍ 50 ລ້ານ ໄດ້ຕັ້ງຂຶ້ນໃນວັນທີ 1 ຕຸລາ 2016 ມີລູກຫວຍ ຈໍານວນ 11 ມື, ເຊິ່ງໄດ້ເກັບນໍາລູກຫວຍ ມື້ລະ 150.000 ກີບ. ໃນກໍລະນີນີ້, ຖ້າລູກຫວຍຜູ້ໃດເປຍກ່ອນ ຕ້ອງໄດ້ຈ່າຍດອກໃຫ້ຜູ້ທີ່ບໍ່ທັນເປຍ ມື້ລະ 30.000 ກີບ ຈົນຄົບຕາມມືຈຳນວນທີ່ຫຼິ້ນຫວຍ; ຫວຍດັ່ງກ່າວຜູ້ທີ່ເອົາມື 1 ແມ່ນແມ່ຫວຍ ກໍຄື: ນາງ ນ້ອຍ ( ຈໍາເລີຍ ) ຈາກນັ້ນ; ກໍແມ່ນລູກຫວຍມືທີ 2 ແລະ ມືຕໍ່ກັນຈົນຮອດມືສຸດທ້າຍ. ຫຼັງຈາກເປັນແມ່ຫວຍ ແລະ ເກັບເງິນນຳລູກຫວຍ ມາຮອດມືທີ 10 ກໍບໍ່ມີບັນຫາຫຍັງ, ແຕ່ພໍມາຮອດມືທີ 11 ເປັນມືຂອງ ນາງ ພິມມະສອນ ເປຍເອົາເງິນຫວຍແລ້ວ ແມ່ຫວຍໄດ້ເກັບນໍາລູກຫວຍແຕ່ລະຄົນຈົນຄົບຕາມຈໍານວນ ແລະ ເອົາເງິນຫວຍນັ້ນໄປໃຊ້ຈ່າຍຟຸຍເຟືອຍ ຍັງຄ້າງຈ່າຍ 8 ລ້ານກີບ.

ສໍາລັບຫວຍສາຍ 35 ລ້ານ ເປັນຫວຍສາຍທີ່ 2 ທີ່ຈໍາເລີຍ ຕັ້ງຂຶ້ນໃນວັນທີ 22 ມິຖຸນາ 2017, ມີລູກຫວຍຈໍານວນ 11 ມື. ໃນນັ້ນ, ແມ່ ຫວຍໄດ້ເກັບນໍາລູກຫວຍມື້ລະ 150.000 ກີບ. ຖ້າມືໃດເປຍກ່ອນຕ້ອງຈ່າຍດອກເບ້ຍໃຫ້ມືທີ່ເອົາຕາມຫຼັງມື້ລະ 30.000 ກີບ ຈົນຄົບຕາມຈໍານວນລູກຫວຍ, ຫວຍດັ່ງກ່າວໄດ້ດໍາເນີນມາຮອດມືສຸດທ້າຍ ເປັນມືຂອງ ນາງ ປຸມເປັງ, ລູກຫວຍແຕ່ລະຄົນກໍໄດ້ມອບເງິນໃຫ້ກັບແມ່ຫວຍ ( ຈໍາເລີຍ ) ແຕ່ແມ່ຫວຍບໍ່ໄດ້ເອົາເງິນທີ່ເກັບຈາກລູກຫວຍໄປໃຫ້ ນາງ ປຸມເປັງ ທັງເງິນຕົ້ນທຶນ ແລະ ດອກເປັນເງິນ ຈໍານວນ 38 ລ້ານກີບ.

ຫວຍສາຍ 30 ລ້ານ ເປັນຫວຍສາຍທີ່ 3 ທີ່ຈໍາເລີຍຕັ້ງຂຶ້ນໃນວັນທີ 22 ມິຖຸນາ 2017 (ວັນດຽວກັບຫວຍສາຍທີ່ 2; ເຊິ່ງ ຫວຍສາຍນີ້ ມີລູກຫວຍຈໍານວນ 6 ຄົນ ມີ 8 ມື ໂດຍເກັບເງິນນໍາລູກຫວຍ ແຕ່ລະຄົນມື້ລະ 150.000 ກີບ, ຜູ້ໃດທີ່ເປຍ ເອົາກ່ອນແມ່ນຕ້ອງໄດ້ຈ່າຍເງິນມື້ລະ 30.000 ກີບ ໃຫ້ກັບລູກຫວຍຜູ້ທີ່ເປຍຕາມຫຼັງແຕ່ລະຄົນ, ເຊິ່ງຫວຍສາຍນີ້ ໄດ້ເຂົ້າຫວຍນໍາ 2 ມື ຈ່າຍມື້ລະ 300.000 ກີບ ແລະ ຜູ້ເປັນແມ່ກໍເອົາຫວຍກ່ອນຕາມທີ່ປະຕິບັດມາກັບຫວຍແຕ່ລະສາຍ. ຈົນມາຮອດມືຂອງ ທ້າວ ຄໍາໄພ ເປັນຜູ້ເປຍເອົາມືທີ 2 ແລະ ມືທີ 6. ໃນນີ້, ແມ່ຫວຍບໍ່ສາມາດໃຫ້ ທ້າວ ຄໍາໄພ ຄົບຕາມຈໍານວນ (ຈ່າຍບາງສ່ວນ ) ຍັງເຫຼືອ 8 ລ້ານກີບ ໂດຍໄດ້ອ້າງວ່າຫວຍຫຼົ້ມ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດ, ຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ. ເຫັນວ່າຂໍ້ມູນຫຼັກຖານ, ຮັດກຸມໜັກແໜ້ນ ແລະ ພຽງພໍທີ່ຢັ້ງຢືນວ່າ ນາງ ນ້ອຍ ຈໍາເລີຍ ມີຄວາມຜິດໃນສະຖານສໍ້ໂກງຊັບພົນ ລະເມືອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ ສະບັບປັບປຸງ 2005 ມາດຕາ 120, ເຊິ່ງແຕະຕ້ອງຕໍ່ກໍາມະສິດສ່ວນຕົວຂອງພົນລະເມືອງ.

ເຫັນວ່າ ການກະທໍາຂອງຈໍາເລີຍ ເປັນການກະທໍາໂດຍເຈດຕະນາ ເນື່ອງຈາກວ່າຈໍາເລີຍ ໃຊ້ເລ່ຫຼ່ຽມຕົວະຍົວະຫຼອກລວງດ້ວຍວິທີອ້າງ ເປັນເປັນແມ່ຫວຍ; ຈາກນັ້ນ, ກໍຊັກຊວນຄົນອື່ນເຂົ້າຫວຍນໍາຕົນ; ສະນັ້ນ, ຈຶ່ງເຮັດໃຫ້ໂຈດທາງແພ່ງຫຼົງເຊື່ີອເຂົ້າຫຼິ້ນຫວຍນຳໃນເມື່ອຈໍາເລີຍ ເກັບເງິນໄດ້ແລ້ວ ກໍບໍ່ຈ່າຍໃຫ້ລູກຫວຍຈໍານວນໜຶ່ງ ພ້ອມທັງອ້າງວ່າຫວຍຫຼົ້ມ, ເຊິ່ງການກະທໍາຂອງຈໍາເລີຍຄັ້ງນີ້ ໄດ້ສ້າງຄວາມເສຍຫາຍ ໃຫຍ່ຫຼວງໃຫ້ໂຈດທາງແພ່ງ.

ເຫັນວ່າ ຈໍາເລີຍເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາ ດ້ວຍເຫດນີ້ເອງ ຈຶ່ງສະເໜີມາຍັງສານລົງໂທດຈໍາເລີຍ ຕາມກົດໝາຍອາຍາສະບັບປັບ ປຸງປີ 2005 ມາດຕາ 120 ວັກ 2.

ຈາກບັນດາຂໍ້ມູນຫຼັກຖານຕົວຈິງທີ່ປະກອບມາໃນສໍານວນຄະດີ; ດັ່ງນັ້ນ, ສານປະຊາຊົນນະຄອນຫຼວງວຽງຈັນ ຈຶ່ງຕັດສິນຈໍາຄຸກ 2 ປີ 2 ເດືອນກັບ 10 ວັນ ແລະ ໃຊ້ເງິນຄືນໃຫ້ໂຈດທາງແພ່ງຄົບຕາມຈໍານວນທີ່ສໍ້ໂກງມາ.