ມອບລົດຈັກ 7 ຄັນ ຄືນໃຫ້ເຈົ້າຂອງເດີມ

0
880

ວັນທີ 13 ຕຸລາ ນີ້, ພັທ ສຸບັນໄຊ ບຸນຍາວົງ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງ ສີສັດຕະນາກ ນວ ໄດ້ມອບລົດຈັກທີ່ເກັບກູ້ຄືນມາໄດ້ ຄືນໃຫ້ເຈົ້າຂອງລົດ.ໃນນີ້,ມີລົດຈັກ ສີຂຽວດໍາ ໝາຍເລກທະບຽນ ດສ 0236 ກໍາແພງນະຄອນ ອອກຊື່ ທ້າວ ສຸພາພອນ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ, ລົດຈັກ ສີປອນດໍາ ເລກທະບຽນ ຍນ 6179 ກໍາແພງນະຄອນ ອອກຊື່ ນາງ ບຸນລຽບ ຢູ່ບ້ານໜອງບືກໃຕ້ ເມືອງສີໂຄດຕະບອງ,ລົດຈັກສີຂຽວເລກທະບຽນ ດອ 8724 ກໍາແພງນະຄອນ ອອກຊື່ ນາງສະບາເພັດ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ.

ລົດຈັກສີຟ້າດໍາ ໝາຍເລກທະບຽນ ດພ 7216 ກໍາແພງນະຄອນ ອອກຊື່ ນາງ ຊະນະ ຢູ່ບ້ານຈັນສະຫວ່າງ ເມືອງ ສີໂຄດຕະບອງ, ລົດຈັກສີແດງດໍາ ເລກທະບຽນ ດພ 2293 ກໍາແພງນະຄອນ ອອກຊື່ທ້າວ ຂັນທະນາມ ຢູ່ບ້ານສີວິໄລ ເມືອງໄຊທານີ, ລົດສີຂຽວດໍາ ເລກທະບຽນ ດພ 4093 ອອກຊື່ນາງ ສາຄອນ ຢູ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ແລະ ລົດຈັກສີດໍາເທົາ ເລກທະບຽນ ຍວ 6977 ກໍາແພງນະຄອນ ອອກຊື່ ທ້າວ ແສງຈັນ ຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ, ຕາງໜ້າຮັບໂດຍນາງ ເກນ ອາຍຸ 23 ປີ ປະຊາຊົນຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ( ເຈົ້າຂອງເດີມ ), ມີ ບັນດາພະນັກງານທີ່ກ່ຽວຂ້ອງ ພ້ອມດ້ວຍ ເຈົ້າຂອງລົດເດີມຈໍານວນໜຶ່ງ ເຂົ້າຮ່ວມເປັນສັກຂີພະຍານ.

ໃນຕອນທ້າຍ, ທ່ານນາງ ເກນ ເຈົ້າຂອງລົດ ເລກທະບຽນ 6179 ກໍາແພງນະຄອນ, ໄດ້ຕາງໜ້າໃຫ້ເຈົ້າຂອງຊັບ ທຸກຄົນກ່າວສະແດງຄວາມຂອບໃຈຕໍ່ເຈົ້າໜ້າທີ່ ທີ່ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງຈິງຈັງ ຈົນສາມາດນໍາຈັບຕົວຄົນກໍ່ເຫດລັກລົດຈັກ ມາດໍາເນີນຄະດີຕາມກົດໝາຍ ແລະ ເກັບກູ້ລົດຈັກມາມອບຄືນໃຫ້ເຈົ້າຂອງເດີມ.

ພາບ-ຂ່າວ: ປກສ ນະຄອນຫຼວງວຽງຈັນ.