7 ວັນ ນະຄອນຫຼວງວຽງຈັນ ເກີດອຸບັດຕິເຫດຕາມທ້ອງຖະໜົນ 28 ຄັ້ງ

0
871

ພຽງ 7 ວັນ ນັບແຕ່ວັນທີ 5-11 ຕຸລາ 2020, ນະຄອນຫຼວງວຽງຈັນ (ນວ) ມີອຸບັດຕິເຫດເກີດຂຶ້ນ ທັງໝົດ 28 ຄັ້ງ, ມີພາຫະນະເປເພທັງ ໝົດ 67 ຄັນ, ມີຜູ້ບາດເຈັບສົມຄວນ 17 ຄົນ ແລະ ເສຍຊີວິດ 3 ຄົນ.ໃນຈຳ ນວນອຸບັດຕິເຫດທີ່ເກີດຂຶ້ນ ມີລົດຈັກຕໍາກັບລົດຍົນ13 ຄັ້ງ, ມີຜູ້ເສຍຊີວິດ 2 ຄົນ, ລົດຍົນຕໍາລົດຍົນ 6 ຄັ້ງ, ລົດຈົກຕໍາລົດຈັກ 5 ຄັ້ງ,ລົດຈັກຕໍາຄົນຍ່າງ 3 ຄັ້ງ ມີເສຍຊີວິດ 1 ຄົນ ແລະ ລົດຈັກຕໍາລົດບັນທຸກ1 ຄັ້ງ.

ເມືອງທີ່ເກີດອຸບັດຕິເຫດມີ ເມືອງຈັນທະບູລີ 2 ຄັ້ງ, ເມືອງສີໂຄດຕະບອງ 6 ຄັ້ງ, ເມືອງສີສັດຕະນາກ 2 ຄັ້ງ, ເມືອງໄຊເສດຖາ 3 ຄັ້ງ, ເມືອງຫາດຊາຍຟອງ 3 ຄັ້ງ, ເມືອງໄຊທານີ 8 ຄັ້ງ ແລະ ເມືອງເມືອງນາຊາຍທອງ 4 ຄັ້ງ; ປະເພດເສັ້ນທາງ ທີ່ເກີດອຸບັດຕິເຫດ ມີ ທາງຊື່ 19 ຄັ້ງ, ທາງໂຄງ 2 ຄັ້ງ, ເສັ້ນທາງ 3 ແຍກ ເກີດຂຶ້ນ 3 ຄັ້ງ, ເສັ້ນທາງ 4 ແຍກ ມີຈຳນວນ 4 ຄັ້ງ; ສາຍທາງທີ່ເກີດອຸບັດຕິເຫດມີ ຖະໜົນໄກສອນ 2 ຄັ້ງ, ຖະໜົນ13 ເໜືອ ມີ1 ຄັ້ງ, ຖະໜົນທ່າເດື່ອ 3 ຄັ້ງ, ຖະໜົນກຳແພງເມືອງ 3 ຄັ້ງ, ຖະໜົນສຸພານຸວົງ 1 ຄັ້ງ, ຖະໜົນໜອງບຶກ-ດົງໂດກ 2 ຄັ້ງ ແລະອື່ນໆ ລວມມູນຄ່າເສຍຫາຍ 135.000.000 ກີບ.

ກໍລະນີອຸບັດຕິເຫດທີ່ຮ້າຍແຮງ ເກີດຂຶ້ນ ຄື: ເວລາປະມານ 9:30 ໂມງຂອງວັນທີ 5 ຕຸລາ ເກີດອຸບັດຕິເຫດລົດຈັກຕໍາຄົນຍ່າງ ຢູ່ຖະໜົນໄກ ສອນ ເຂດບ້ານພະຂາວ ເມືອງໄຊທານີ ເຮັດໃຫ້ທ້າວ ແຝງ ອາຍຸ 86 ປີ ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ເສຍຊີວິດຄາທີ່.ນອກນີ້, ກໍມີອຸບັດຕິເຫດລົດຈັກຕໍາລົດຍົນ ຢູ່ຖະໜົນທ່າເດື່ອ ເຂດບ້ານຊຽງຄວນ ເມືອງຫາດຊາຍຟອງ ໃນວັນທີ 11 ຕຸລາ ເວລາປະມານ 20:10 ໂມງເຮັດໃຫ້ທ້າວ ນົງນຸດ ອາຍຸ 39 ປີ ຢູ່ບ້ານທ່າພະ ເມືອງຫາດຊາຍຟອງ ຜູ້ຂັບຂີ່ລົດຈັກເສຍຊີວິດ ແລະໃນວັນດຽວກັນ ເວລາ 23:50 ໂມງ ເກີດອຸບັດຕິເຫດລົດຈັກຕໍາລົດຍົນ ທີ່ຈອດຢູ່ແຄມຖະໜົນກຳແພງເມືອງ ເຂດບ້ານດອນກອຍ ເຮັດໃຫ້ ນາງ ນ້ຳຝົນ ອາຍຸ 21 ປີ ຢູ່ບ້ານ ເມືອງນ້ອຍ ເມືອງໄຊເສດຖາ ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່.