ໃນວັນທີ 14 ຕຸລາ 2020 ນີ້, ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ມີພິທີປະກາດກົງຈັກການຈັດຕັ້ງຂັ້ນຫົວໜ້າພະແນກ-ຮອງ ພະແນກ, ຫົວໜ້າໜ່ວຍງານ-ຮອງໜ່ວຍງານ ໃຫ້ນາຍ ແລະ ພົນຕໍາຫຼວດກອງບັນຊາການ ປກສ ແຂວງ; ໂດຍການເປັນປະທານຂອງ ພັອ ປທ ອິນສົມ ທໍາລະສິນ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ, ມີບັນດາຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕະຫຼອດຮອດຮອງ ຫົວໜ້າໜ່ວຍງານ ເຂົ້າຮ່ວມ.

ພັທ ອໍາພອນ ບັນນຸສິດ ຮອງຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນ ຊາການ ປກສ ແຂວງ ວ່າດ້ວຍການອະນຸມັດ ແຕ່ງຕັ້ງນາຍ ແລະ ພົນຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງບໍ່ແກ້ວ; ສະບັບເລກທີ 3418 ລົງວັນທີ 13 ຕຸລາ 2020 ຄະນະພັກ -ຄະນະບັນຊາກອງບັນຊາການ ປກສ ແຂວງ ຕົກລົງແຕ່ງຕັ້ງຫົວໜ້າພະແນກ, ຮອງພະແນກ, ຫົວໜ້າໜ່ວຍງານ, ຮອງໜ່ວຍງານທັງໝົດ ຈໍານວນ317 ສະຫາຍ, ຍິງ 52 ສະຫາຍ, ໃນນີ້ ມີຂັ້ນຫົວໜ້າພະແນກ-ຮອງພະແນກ ຈໍານວນ 72 ສະຫາຍ, ຍິງ 4 ສະຫາຍ, ຂັ້ນຫົວໜ້າ ໜ່ວຍງານ, ຮອງໜ່ວຍງານ ຈໍານວນ 245 ສະຫາຍ, ຍິງ 48 ສະຫາຍ.

ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1811-1817/ປກສ ລົງວັນທີ 15 ກັນຍາ 2020 ວ່າ ດ້ວຍການອະນຸມັດໃຫ້ນາຍຕໍາຫຼວດພັກການ ຮັບອຸດໜູນບໍານານ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ຕົກລົງເຫັນດີອານຸມັດໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ແຂວງ ບໍ່ແກ້ວ ທີ່ເຖິງກໍານົດກະສຽນອາຍຸການພັກ ການຮັບອຸດໜູນບໍານານ ຈໍານວນ 7 ສະຫາຍ, ຍິງ 2 ສະຫາຍ.

ພັອ ປທ ອິນສົມ ທໍາລະສິນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາສະຫາຍຍາດມາ ໄດ້ໃນໄລຍະທີ່ຜ່ານມາ, ພ້ອມທັງເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນເອົາໃຈໃສ່ຊີ້ນໍາ-ນໍາພາ ປັບປຸງກົງຈັກການຈັດຕັ້ງໃຫ້ເຂົ້າສູ່ລະບົບໂດຍໄວ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ສໍາເລັດ ສໍາລັບພາກສ່ວນທີ່ໄດ້ພັກການຮັບອຸດໜູນບໍານານ ກໍໃຫ້ສືບຕໍ່ຮັກສາມູນເຊື້ອນໍ້າໃຈປະຕິວັດ ແລະ ຜົນງານໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະທີ່ຜ່ານມາໃຫ້ຍືນຍົງໝັ້ນຄົງຕະຫຼອດໄປ.