ກົມສື່ສານ ປະກາດພະນັກງານພັກການຮັບອຸດໜູນບຳນານ

0
1065

ໃນອາທິດຜ່ານມາ, ກົມສື່ສານ ກະຊວງ ປກສ ໄດ້ຈັດພິທີປະກາດພະນັກງານພັກການຮັບອຸດໜູນບຳນານ,ໂດຍມີ ພັອ ແສງປະເສີດ ສຸທຳມະວົງ ຫົວໜ້າກົມສື່ສານ,ພ້ອມດ້ວຍຄະນະພັກ, ຄະນະກົມຫົວໜ້າພະແນກ,ຮອງພະແນກ ແລະ ສະມາຊິກພັກ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ຄຳເພື່ອນ ນາມມະວົງ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປກສ ສະບັບເລກທີ1825,1826/ປກສ,ລົງວັນທີ16 ກັນຍາ 2020 ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດ ພັກການຮັບອຸດໜຸນບໍານານ,ໂດຍອີງຕາມກົດໜາຍວ່າດວ້ຍກຳ ລັງປ້ອງກັນຄວາມສະຫງົບ ປະຊາຊົນ ສະບັບປັບປຸງ ແລະ ອີງຕາມອາຍຸກະສຽນຂອງພະນັກງານນັກຮົບ ທີ່ໄດ້ກຳນົດໄວ້ໃນກົດໜາຍຂອງກຳ ລັງ ປກສ.ດັ່ງນັ້ນ, ລັດຖະມົນຕີກະຊວງ ປກສ ຕົກລົງອະນຸມັດໃຫ້ພະ ນັກງານພັກການຮັບອຸດໜູນບຳນານ 2 ສະຫາຍ.ໃນນັ້ນ, ມີ ພັທ ວັນດີ ສຸລິພົນ ພັກການຮັບອຸດໜຸນບໍານານ ນັບແຕ່ເດືອນມັງກອນ 2021 ເປັນຕົ້ນໄປ, ຍົກຊັ້ນເງິນເດືອນ 5/7 ໃຫ້ທຽບເທົ່າຊັ້ນພັອ ແລະ ພັທ ສີ ຟອງ ວົງພົມມະສົມ ພັກການຮັບອຸດໜຸນບໍານານ ນັບແຕ່ເດືອນມັງກອນ 2021ເປັນຕົ້ນໄປ ລວມກະສຽນອາຍຸ 60 ປີ, ຍົກຂັ້ນເງິນເດືອນ 5/7 ໃຫ້ທຽບເທົ່າຊັ້ນພັອ.

ໃນໂອກາດນີ້, ພັອ ແສງປະເສີດ ສຸທຳມະວົງ ໄດ້ສະແດງຄວາມຍ້ອງຍໍຊົມຕໍ່ຜົນງານທີ່ບັນດາສະຫາຍ ໄດ້ສຸມເຫື່ອແຮງສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຕະຫຼອດໄລຍະຜ່ານມາ,ຈົນໄດ້ຮັບຜົນສຳເລັດຫຼາຍດ້ານ ເຊິ່ງຜົນງານຄຸນງາມຄວາມດີທີ່ສະຫາຍທັງສອງ ທີ່ໄດ້ສ້າງໄວ້ນັ້ນ, ຄະນະພັກ-ຄະນະກົມສື່ສານ ຈະສືບຕໍ່ນໍາພາກຳລັງສື່ສານ ປະຕິ ບັດໜ້າທີ່ວຽກງານໃຫ້ເຕີບໃຫຍ່ຂະຫຍາຍຕົວຕໍ່ໄປຕື່ມອີກ.