ຫ້ອງວ່າການ ກະຊວງ ປກສ ເລື່ອນຊັ້ນໃຫ້ພົນຕໍາຫຼວດ

0
1372

ໃນວັນທີ 15 ຕຸລາ 2020, ຫ້ອງວ່າການ ກະຊວງ ປກສ ປະກາດເລື່ອນຊັ້ນໃຫ້ພົນຕໍາຫຼວດ 35 ສະຫາຍ, ໂດຍການປະດັບຊັ້ນ ຂອງພັທ ສີວັນທາ ເພຍສະຂາ ຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ, ມີພະນັກງານ-ນັກຮົບພາຍໃນຫ້ອງວ່າການ ເຂົ້າຮ່ວມ.

ພັທ ບຸນຫໍ ອິນທະວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ຂຶ້ນຜ່ານຂໍ້ຕົກລົງຂອງຫ້ອງວ່າການ ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕໍາຫຼວດຫ້ອງວ່າການ ກະຊວງ ປກສ ສະບັບເລກທີ 3410/ຫວກ,ລົງວັນທີ13 ຕຸລາ2020  ຫົວໜ້າຫ້ອງວ່າການ ຕົກລົງເລື່ອນຊັ້ນ ສິບໂທ ຂຶ້ນ ສີບເອກ ຈໍານວນ 32 ສະຫາຍ ແລະ ເລື່ອນຊັ້ນ ສີບຕີ ຂຶ້ນ ສິບໂທ ຈໍານວນ 3 ສະຫາຍ.

ໃນພິທີ,  ພັທ ສີວັນທາ ເພຍສະຂາ ກໍໄດ້ສະຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ-ນັກຮົບ ທີ່ມີຜົນງານດີເດັ່ນ ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້. ພ້ອມທັງ ເນັ້ນໃຫ້ເອົາໃຈໃສ່ສືບຕໍ່ຮັກສາມູນເຊື້ອດຸໝັ່ນຂະຫຍັນພຽນ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໄວ້ເປັນຢ່າງດີ, ສຸມທຸກກຳລັງເຫື່ອແຮງຂອງຕົນ ປະກອບສ່ວນເຂົ້າໃນວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ ສາມາດເຮັດຫຼ້ອນໜ້າທີ່ ແລະ ມີຜົນສຳເລັດເປັນຢ່າງດີ.