ຫົວໜ້າກອງບັນຊາການ ລົງຊຸກຍູ້ຊີ້ນຳວຽກງານຢູ່ ປກສ ເມືອງອຸທຸມພອນ

0
838

ໃນວັນທີ 14 ຕຸລາ ຜ່ານມາ, ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະລົງພົບປະໂອ້ລົມຊຸກຍູ້ຊີ້ນຳວຽກງານວິຊາສະເພາະຢູ່ ປກສ ເມືອງ ອຸທຸມພອນ, ມີບັນດາຄະນະຫ້ອງ, ຄະນະກອງບັນຊາການ ປກສ ເມືອງ ແລະ ພະນັກງານຫຼັກແຫຼ່ງເຂົ້້າຮ່ວມ.

ພັທ ບຸນເດັດ ແສນລາດ ຫົວໜ້າ ກອງບັນຊາການ ປກສ ເມືອງ ອຸທຸມພອນ ໄດ້ຂຶ້ນລາຍງານສະພາບລວມໂດຍຫຍໍ້ ແລະ ການຈັດຕັ້ງປະຕິ ບັດຂອງ ປກສ ເມືອງອຸທຸມພອນ ສະພາບການຄວາມບໍ່ສະຫົງບ ແລະ ປະ ກົດການທີ່ເກີດຂຶ້ນໃນສັງຄົມ.ໃນ 6 ເດືອນຕົ້ນປີ 2020 ມີຄະດີອາຍາເກີດຂຶ້ນ 7 ເລື່ອງ ມີຜູ້ຖືກຫາ15 ຄົນ,ມ້າງຄະດີຢາເສບຕິດໄດ້30 ເລື່ອງ, ກັກຜູ້ຖືກຫາ51 ຄົົນ,ຢຶດຂອງກາງຢາບ້າໄດ້ 9.774 ເມັດ, ອຸບັດຕິເຫດ 48 ເລື່ອງ, ມີຄົນເສຍຊີວິດ 8 ຄົນ, ພາຫະນະເປ່ເພ 89 ຄັນ, ວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ສຸມໃສ່ປະເມີນບ້ານປ້ອງກັນຄວາມສະຫງົບດີສະໄໝທີ 2  ແລະ ສ້າງບ້ານປອດຢາເສບຕິດໃນ 4 ກຸ່ມບ້ານ ເທດສະບານເມືອງ ແລະ ໄດ້ເປີດຝຶກອົບ ຮົມວິຊາສະເພາະໃຫ້ກຳລັງ ປກຊ-ປກສ ບ້ານສຳເລັດ1 ກຸ່ມບ້ານ ມີ 23 ບ້ານ ແລະວຽກງານອື່ນໆ.

ໂອກາດນີ້, ພັອ ສົມໝາຍ ພົມມະຈັນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ດພ້ອມທັງເນັ້ນໃຫ້ສືບຕໍ່ສຶກສາອົບຮົມວຽກງານການເມືອງ-ນໍາພາແນວຄິດໃຫ້ພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ ສາມາດເຄື່ອນໄຫວປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບ ຜິດຊອບສູງ, ພ້ອມເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ, ສືບຕໍ່ສະກັດກັ້ນ ແລະ ແກ້ໄຂຄວາມບໍ່ສະຫງົບ ແລະ ເປັນເຈົ້້າການໃນການສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ.

ໃນໂອກາດດຽວກັນນີ້, ກໍໄດ້ລົງພົບປະຢ້ຽມຢາມ ປກສ ກຸ່ມ7 ບ້ານນາໂພ ແລະ ກຸ່ມ8 ເຂດບ້ານດົງທ່າ ເພື່ອເປັນກຳລັງໃຈ ແລະ ກະຕຸກຊຸກ ຍູ້ກຳລັງວິຊາສະເພາະທີ່ປະຕິບັດໜ້າທີ່ ຢູ່ຮາກຖານຕື່ມອີກ.