ແຕ່ງຕັ້ງຄະນະຮັບຜິດຊອບເຂົ້າຮ່ວມການແຂ່ງຂັນກິລານບານເຕະ ຊີງຂັນຮອງປະທານປະເທດ

0
645

ວັນທີ 20 ຕຸລາ ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ປຶກສາຫາລືແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຄັດເລືອກນັກກິລາ ເຂົ້າຮ່ວມຂະບວນການແຂ່ງຂັນກິລາບານເຕະ 4 ພາກສ່ວນ, ຊີງຂັນ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ປະຈໍາປີ 2020,ໂດຍມີ ພົຈວ ຄໍາສາຍ ຈັນທະວົງ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ,ມີບັນດາຄະນະຊາວ ໜຸ່ມ ແຕ່ ລະກົມກອງເຂົ້າຮ່ວມ.

ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງ ກະຊວງ ປກສ ສະບັບເລກທີ 4015/ກມປສ, ລົງວັນທີ14 ຕຸລາ 2020 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ເຂົ້າຮ່ວມກິລາບານເຕະ 4 ພາກສ່ວນ ຊີງຂັນຄະ ນະຜູ້ປະຈໍາການ ເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ປະຈໍາປີ 2020.ໃນນີ້,ໄດ້ແຕ່ງຕັ້ງ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ເປັນຫົວໜ້າຄະນະຊີ້ນໍາລວມ,ແຕ່ງຕັ້ງອະນຸຄະນະຮັບຜິດຊອບເນື້ອໃນ, ອະນຸກໍາມະການເສດຖະກິດ, ອະນຸກໍາມະການຊີ້ນໍາຄູຝຶກ ແລະ ນັກກິລາ, ອະນຸກໍາມະການລະດົມທຶນ, ອະນຸກໍາມະການປະສານງານ ແລະ ຊ່ວຍວຽກ, ນັກກິລາ ແລະ ຄູຝຶກ. ເຊິ່ງ ໄດ້ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ ແຕ່ລະອະນຸກໍາມະການ ເພື່ອຮັບປະກັນຄວາມພ້ອມທຸກດ້ານ ໃນການເຂົ້າຮ່ວມການແຂ່ງຂັນກິ ລາໃນຄັ້ງນີ້, ເຊິ່ງຈະຈັດຂຶ້ນໃນລະຫວ່າງເດືອນພະຈິກ ເປັນຕົ້ນໄປ.

ການສ້າງຂະບວນການກິລາບານເຕະຄັ້ງນີ້, ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ. ໂດຍສະ ເພາະ ຊົມເຊີຍກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ປກສ ຄັ້ງທີ V, ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີVIII ແລະ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ.