ພະແນກຍຸຕິທຳແຂວງຄໍາມ່ວນ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ຄຳເພົ່າ ທອງເທພາຮັກ ຫົວໜ້າພະແນກຍຸຕິທຳແຂວງຜູ້ເກົ່າ ແລະ ທ່ານ ວິໄຊ ແກ້ວດວງດີ ຮັກສາການຫົວໜ້າພະແນກຍຸຕິທຳແຂວງຜູ້ໃໝ່ ໃນວັນທີ 15 ຕຸລາ 2020; ເຂົ້າຮ່ວມໂດຍ ທ່ານ ສົມໃຈ ເພັດສີນວນ ປະທານສະພາປະຊາຊົນແຂວງ, ມີ ທ່ານ ສຸວັນນະພາ ສຸກວິໄລ ຮອງຫົວໜ້າກົມຈັດຕັ້ງ ກະຊວງຍຸຕິທຳ, ປກສ ແຂວງ, ພະແນກການ, ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ຄຳເພົ່າ ທອງເທພາຮັກ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ເຫັນວ່າ: ມີຄວາມສະດວກ ແລະ ຂໍ້ຫຍຸ້ງຍາກໃນຫຼາຍດ້ານ ໂດຍສະເພາະແມ່ນພະນັງານພາຍໃນຂົງເຂດວຽກງານຍຸຕິທຳຍັງມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍ ຂອງລັດ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ; ເຊິ່ງມັນສະແດງອອກໃນການປະຕິບັດໜ້າທີ່ດ້ວຍຄວາມຊື່ສັດບໍລິສຸດ, ມີຄວາມຮັບຜິດຊອບສູງ, ນຳເອົາແນວທາງຂອງພັກໄປ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໄດ້ເປັນຢ່າງດີ, ພາຍໃນມີຄວາມສາມັກຄີ, ວຽກງານວິຊາສະເພາະ ຫຼາຍດ້ານໄດ້ຮັບຜົນສຳເລັດເປັນກ້າວໆ.

ຈາກນັ້ນ, ທ່ານ ຄຳເພົ່າ ທອງເທພາຮັກ ຫົວໜ້າພະແນກຍຸຕິທຳຜູ້ເກົ່າ ແລະ ທ່ານ ວິໄຊ ແກ້ວດວງດີ ຮັກສາການຫົວໜ້າພະແນກຍຸຕິທຳ ຜູ້ໃໝ່ ໄດ້ພ້ອມກັນເຊັນບົດບັນທຶກໃນການມອບ-ຮັບໜ້າທີ່ວຽກງານ; ໂດຍການຊ້ອງໜ້າຂອງ ທ່ານ ສົມໃຈ ເພັດສີນວນ ປະທານ ສະພາປະຊາຊົນແຂວງ, ພ້ອມດ້ວຍ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງເຂົ້າ ຮ່ວມເປັນສັກຂີພະຍານ.

ໃນຕອນທ້າຍພິທີ ທ່ານ ສົມໃຈ ເພັດສີນວນ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ໃນການຊີ້ນຳ-ນຳພາ ແລະ ເປັນເຈົ້າການມີຄວາມຮັບຜິດຊອບຂອງຄະນະພັກ, ຄະນະພະແນກ, ໂດຍສະເພາະແມ່ນແບບແຜນວິທີເຮັດວຽກ, ເອົາໃຈໃສ່ຈັດຕັ້ງພາລະບົດບາດຂອງຄະນະພັກ ໂດຍເນັ້ນໃສ່ການສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ພະນັກງານຢ່າງເປັນປົກກະຕິ, ນຳພາຄຸ້ມຄອງການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ໄດ້ຮັບໝາກຜົນເປັນກ້າວໆ.