ຮອງລັດຖະມົນຕີ ກະຊວງ ປກສ ລົງຊີ້ນຳວຽກງານຢູ່ ປກສ ແຂວງອຸດົມໄຊ

0
1295

ທ້າຍອາທິດຜ່ານມາ, ພົຕ ທອງເຫຼັກ ມັງໜໍ່ເມກ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ພົບປະ ແລະ ຊີ້ນຳວຽກງານວິຊາສະເພາະ ຢູ່ ກອງບັນຊາການ ປກສ ແຂວງອຸດົມໄຊ,ໃຫ້ການຕ້ອນຮັບໂດຍ ພັອ ສີວອນ ໄຊຍະວົງ ຄະນະປະຈຳ ພັກແຂວງ, ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ພ້ອມດ້ວຍຄະນະພັກ, ຄະນະຫ້ອງ ແລະ ພະນັກງານຫຼັກແຫຼ່ງໃນກຳລັງປ້ອງກັນຄວາມສະຫງົບແຂວງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ເນັ້ນໃຫ້ທົ່ວກຳລັງ ປກສ ແຂວງອຸດົມໄຊ ເປັນເຈົ້າໃນການປະຕິບັດວຽກງານວິຊາສະເພາະ ກໍຄື ການກະກຽມ ແລະ ດຳເນີນການປ້ອງກັນໃຫ້ແກ່ກອງປະຊຸມ, ງານສຳຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ບັນລຸຕາມເປົ້າໝາຍທີ່ຂັ້ນເທິງວາງອອກໃນແຕ່ລະໄລຍະ ແນໃສ່ຮັບປະກັນໃຫ້ທົ່ວແຂວງມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

ເສີມຂະຫຍາຍກຳລັງແຮງສັງລວມຂອງປວງຊົນ, ເຂົ້າຮ່ວມວຽກງານ ປກຊ-ປກສ ຢ່າງຕັ້ງໜ້າ, ສຸມທຸກຄວາມພະຍາຍາມຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພທາງສັງຄົມຢ່າງໜັກແໜ້ນ, ສຸມໃສ່ການລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສືບຕໍ່ປະຕິບັດ 4 ເນື້ອໃນ 4 ຄາດໝາຍໃຫ້ປະກົດຜົນເປັນຈິງ.

ໃນໂອກາດນີ້, ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ໃນກໍາລັງປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ໄດ້ເຊື່ອມຊຶມຂໍ້ຕົກລົງຕ່າງໆຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 825/ປກສ ລົງວັນທີ 20 ເມສາ 2020 ວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນໍາ-ບັນຊາລວມ ແລະ ຄະນະກອງເສນາຊ່ວຍວຽກປ້ອງກັນ ແລະ ຮ່າງແຜນປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເລກທີ 221/ອປກ ລົງວັນທີ 10 ກັນຍາ 2020 ວ່າດ້ວຍ ການແບ່ງຄວາມຮັບຜິດຊອບໃຫ້ຄະນະຊີ້ນໍາ-ບັນຊາ ແລະ ກອງເລຂາຊ່ວຍວຽກປ້ອງກັນກອງປະຊຸມໃຫຍ່ຄະນະບໍລິຫານງານສູນກາງພັກ ຄັ້ງທີ XI, ຄໍາສັ່ງເລກທີ 1754, 1769/ປກສ ລົງວັນທີ 3 ກັນຍາ 2020 ວ່າດ້ວຍ ແຜນແມ່ບົດປ້ອງກັນກອງປະຊຸມ, ງານສຳຄັນຕ່າງໆຂອງພັກ-ຂອງຊາດ ໃນປີ 2020-2021 ແລະ ແຜນແມ່ບົດໃຫ້ບັນດາກົມ-ກອງຂັ້ນສູນກາງ ແລະ ທ້ອງຖິ່ນ.