ຮ່ວມກັນຊ່ວຍປຸກລະດົມເຄື່ອງຊ່ວຍເຫຼືອນ້ຳຖ້ວມ ບັນດາແຂວງພາກກາງ-ພາກໃຕ້

0
547

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂໍຖືເປັນກຽດແຈ້ງການມາ ຍັງບັນດາທ່ານຊາບວ່າ: ໃນລະຫວ່າງວັນທີ 17-19 ຕຸລາ 2020 ໄດ້ເກີດມີພາຍຸນັງກາ ເຂົ້າຫວຽດນາມ ແລະ ພັດຜ່ານພາກກາງ ແລະ ພາກໃຕ້ຂອງລາວ ພາໃຫ້ມີນ້ຳຖ້ວມສ້າງຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊັບສິນ ແລະ ການຜະລິດ ທີ່ກວມເອົາ 8 ເມືອງ ຂອງ 3 ແຂວງ ຄື: ແຂວງສະຫວັນນະເຂດ, ສາລະວັນ ແລະ ເຊກອງ.

ປັດຈຸບັນ, ປະຊາຊົນຕ້ອງການຄວາມຊ່ວຍເຫຼືອ ປະເພດ ເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ ແລະ ເຄື່ອງຄົວເຮືອນ. ສະນັ້ນ, ເພື່ອຊ່ວຍເຫຼືອປະ ຊາຊົນທີ່ໄດ້ຮັບເຄາະຮ້າຍດັ່ງກ່າວ ຈຶ່ງສະເໜີໃຫ້ແຕ່ລະພາກສ່ວນລະດົມການຊ່ວຍເຫຼືອດ້ວຍຄວາມສະມັກໃຈ ເປັນປະເພດເຂົ້າສານ,ອາຫານ ແຫ້ງ,ນ້ຳດື່ມ, ເຄື່ອງຄົວເຮືອນ ຫຼື ເປັນເງິນ ເພື່ອຊື້ເຂົ້າສານໄປຊ່ວຍ ເຫຼືອບັນເທົາທຸກ.

ໂດຍໃຫ້ແຕ່ລະພາກສ່ວນເກັບກຳເຕົ້າໂຮມ ແລະນໍາໄປມອບໃຫ້ສາມອົງການຈັດຕັ້ງມະຫາຊົນຂອງກະຊວງ ທີ່ເປັນຄະນະຮັບຜິດຊອບ ເຊິ່ງຈະ ໄດ້ມອບຢູ່ທີ່ຫໍວັດທະນະທໍາແຫ່ງຊາດ ເລີ່ມເວລາ 9:00-16:30 ໂມງຂອງວັນທີ 23-24 ຕຸລາ 2020 ໂດຍຈະມີຄະນະນຳກະຊວງ ເປັນຜູ້ ຮັບ ແລະຈະໄດ້ຈັດຂຶ້ນລົດອອກເດີ່ນທາງໄປຊ່ວຍເຫຼືອໃນວັນທີ 26 ຕຸລາ 2020. ດັ່ງນັ້ນ,ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ພ້ອມ ກັນປຸກລະດົມການຊ່ວຍເຫຼືອໃນຄັ້ງນີ້ດ້ວຍ.