ກອງພັນ 206 ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

0
1187

ໃນວັນທີ 22 ຕຸລາ 2020, ກອງພັນ 206 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍແລະພົນຕໍາຫຼວດ ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ເປັນປະທານ ແລະ ປະດັບຊັ້ນໂດຍ ພັທ ທະນະສັກ ພອນພະຈັນ ຫົວໜ້າກອງພັນ 206, ມີບັນດາຄະນະກອງພັນ, ຫ້ອງການ,ພ້ອມດ້ວຍພະແນກ, ກອງຮ້ອຍ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ພັຕ ບຸນໂຮມ ໄຊຍະວົງ ຮອງຫົວໜ້າພະແນກຈັດຕັ້ງພະນັກງານກໍ່ສ້າງກໍາລັງ ກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ເລກທີ 3816/ກມປສ, ລົງວັນທີ 8 ຕຸລາ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງພັນ 206 ທີ່ຂຶ້ນກັບກອງບັນຊາການປ້ອງກັນທີ່ຕັ້ງ, ຈາກຊັ້ນວາທີ ຂຶ້ນ ເປັນຊັ້ນ ຮ້ອຍຕີ ຈໍານວນ 1 ສະຫາຍ ແລະ ຜ່ານຂໍ້ຕົກລົງກອງບັນຊາການປ້ອງກັນທີ່ຕັ້ງ ເລກທີ 1620/ປຕ, ລົງວັນທີ 15 ຕຸລາ 2020 ວ່າດ້ວຍການເລື່ອນຊັ້ນ ໃຫ້ພົນຕໍາຫຼວດ ຈາກຊັ້ນ ສິບໂທ ຂຶ້ນເປັນຊັ້ນ ສິບເອກ ຈໍານວນ 32 ສະຫາຍ ຍິງ 5 ສະຫາຍ.

ໂອກາດນີ້, ພັທ ທະນະສັກ ພອນພະຈັນ ໄດ້ໂອ້ລົມຕໍ່ນາຍ ແລະ ຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບນາຍແລະຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ເນັ້ນໃຫ້ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ການ ຈັດຕັ້ງມອບໝາຍໃຫ້,ມີຄວາມຈົງຮັກພັກດີຕໍ່ພັກ-ລັດ,ຕໍ່ກໍາລັງປ້ອງກັນຄວາມສະຫງົບ ແລະມີຄວາມສາມັກຄີພາຍໃນກໍາລັງ,ສືບຕໍ່ເຮັດວຽກ ງານວິຊາສະເພາະ ທີ່ໄດ້ຮັບມອບໝາຍໃຫ້ສໍາເລັດ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີໃນຕໍ່ໜ້າ.