ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກ ແຂວງສະຫວັນນະເຂດ

0
714

ໃນວັນທີ 21-22 ຕຸລາ 2020, ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ  ນາຍົກລັດຖະມົນ ຕີ ໄດ້ໃຫ້ກຽດເຂົ້າ ຮ່ວມ ກອງປະຊຸມດຳເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກ ແຂວງສະຫວັນນະເຂດ ທ້າຍສະໄໝທີVIII,ໂດຍມີ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ  ເຈົ້າແຂວງສະຫວັນນະເຂດ, ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຕີລາຄາ ແລະ ປະກອບຄໍາເຫັນ ໃສ່ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິ ຫານງານພັກແຂວງສະ ຫວັນນະເຂດ ສະໄໝທີ VIII ຕະຫຼອດໄລຍະ 5 ປີຜ່ານມາ ແລະ ບົດສຳຫຼວດບຸກຄົນ ພາຍໃນຄະນະບໍລິຫານງານພັກແຂວງ.ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມ, ກ່ອນອື່ນ ສະຫາຍ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດອັນພົ້ນເດັ່ນ ຈາກການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກແຂວງ ໂດຍສະເພາະ ການເຕົ້າໂຮມຄວາມສາມັກຄີ,ການປະຕິບັດວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ, ການ ພັດທະນາເສດຖະກິດ-ສັງຄົມ, ການພັດທະນາຊົນນະບົດ, ການແກ້ໄຂໄພພິບັດນໍ້າຖ້ວມ, ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດ ຂອງພະຍາດໂຄວິດ-19 ແລະອື່ນໆ.

ອັນສໍາຄັນ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນຊີ້ນໍາ ເພື່ອໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ ນຳໄປຄົ້ນຄວ້າແລະ ພ້ອມ ກັນຈັດຕັ້ງປະຕິບັດ ເປັນຕົ້ນ ພ້ອມກັນກຳແໜ້ນ ກ່ຽວກັບຈຸດປະສົງ ແລະ ເປົ້າໝາຍໃນການ ດຳເນີນຊີວິດການເມືອງ ຄັ້ງນີ້, ລວມທັງ ການກະກຽມບຸກຄະລະກອນ ເພື່ອສືບຕໍ່ລົງສະໝັກຮັບເລືອກຕັ້ງ ເຂົ້າໃນຄະ ນະບໍລິຫານງານພັກແຂວງຊຸດໃໝ່ ໃຫ້ຮັບປະກັນ ສາມລຸ້ນ (ລຸ້ນອາ ວຸໂສ, ລຸ້ນກາງ, ລຸ້ນໜຸ່ມ), ເພດ ແລະ ເຜົ່າ; ຄົ້ນ ຄວ້າຢ່າງເລິກເຊິ່ງ ແລະ ປະກອບຄຳຄິດເຫັນ ຢ່າງພາວະວິໄສ ຕໍ່ຮ່າງບົດສຳຫຼວດການນຳ ພາລວມ ຂອງຄະນະບໍລິ ຫານງານພັກແຂວງ ໂດຍສະເພາະ ໄຈ້ແຍກໃຫ້ເຫັນຜົນສຳເລັດ, ຈຸດດີ-ຈຸດອ່ອນ-ຂໍ້ຄົງຄ້າງ,ສາຍເຫດ, ບົດຮຽນທີ່ຖອດ ຖອນ ໄດ້ ແລະ ທິດທາງປັບປຸງແກ້ໄຂໃນຕໍ່ໜ້າ;ການສຳຫຼວດບຸກຄົນ ໃຫ້ບັນດາສະຫາຍ ຄະນະບໍລິຫານງານພັກແຂວງ ສຸມໃສ່ລົງເລິກຕີລາ ຄາຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມຮູ້ຄວາມສາມາດ, ສະຕິ ຕໍ່ການຈັດຕັ້ງ, ຄວາມເປັນແບບຢ່າງນຳໜ້າ, ແບບແຜນວິທີເຮັດວຽກ,ແບບແຜນ ການດຳລົງຊີວິດ ແລະອື່ນໆ.

ພ້ອມກັນນັ້ນ, ກໍໃຫ້ໝູ່ຄະນະ ມີຄໍາເຫັນຕໍານິສົ່ງຂ່າວ ເພື່ອກໍ່ສ້າງ ເຊິ່ງກັນແລະກັນ ດ້ວຍຄວາມຈິງໃຈ, ກົງໄປກົງມາ,ຖືກຕ້ອງກັບຄວາມເປັນຈິງ ໃຫ້ພ້ອມກັນຄົ້ນຄວ້າ ແລະ ກວດກາຄືນບັນດາຄຳເຫັນ ໃນການສຳຫຼວດກວດກາກັນ ໃນໄລຍະຜ່ານມາ, ອັນໃດຖືກຕ້ອງກັບຄວາມເປັນຈິງ,ສືບຕໍ່ນໍາໄປປັບປຸງແກ້ໄຂໃຫ້ມີການຫັນປ່ຽນທີ່ດີຂຶ້ນ,ອັນໃດບໍ່ມີມູນຄວາມຈິງ ກໍໃຫ້ນຳໄປເປັນຄະຕິເຕືອນ ແລະ ບົດຮຽນ ເພື່ອປ້ອງ ກັນໃນອະນາຄົດ ບໍ່ໃຫ້ເກີດມີເຫດການ ຄື ຫາງສຽງດັ່ງກ່າວ.ເຊິ່ງທັງໝົດນັ້ນ ເພື່ອແນໃສ່ເຮັດອົງຄະນະພັກແຂວງສະຫວັນນະເຂດ ມີຄວາມປອດ ໃສ, ໜັກແໜ້ນ,ເຂັ້ມແຂງ, ເວົ້າລວມເວົ້າສະເພາະ ເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດ ໝາຍທີ່ວາງໄວ້ຢ່າງຈົບງາມ.