ສາວນັກສຶກສາໃຈກ້າ ຂີ່ລົດຕຳລົດຈັກຄົນຮ້າຍ ທີ່ກໍ່ເຫດຊີງຊັບ (ດຶງກະເປົາ) ຂອງຕົນເອງ ແລ້ວພົນລະເມືອງດີຊ່ວຍກັນຈັບຜູ້ກໍ່ເຫດດັ່ງກ່າວໄວ້ໄດ້, ສ່ວນສາວໃຈກ້າ ກໍໄດ້ຮັບບາດເຈັບເລັກໜ້ອຍ. ເຫດການນີ້ ເກີດຂຶ້ນໃນວັນທີ 22 ຕຸລານີ້ ຢູ່ທີ່ເຂດບ້ານໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.