ກົມໃຫຍ່ຕໍາຫຼວດ ເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງ ປກສ

0
1393

ໃນວັນທີ 22 ຕຸລາ 2020, ກົມໃຫຍ່ຕໍາຫຼວດກະຊວງ ປກສ ໄດ້ຈັດຕັ້ງເຊື່ອມຊຶມຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກກະຊວງ ປກສ, ເປັນປະທານ ແລະ ເຜີຍແຜ່ໂດຍ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະ ນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີ ຄະນະພັກກົມໃຫຍ່, ພ້ອມດ້ວຍ ເລຂາ-ຮອງເລຂາ, ຄະ ນະກົມ-ກອງອ້ອມຂ້າງກົມໃຫຍ່ເຂົ້າຮ່ວມ.

ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ເຜີຍແຜ່ໃຫ້ຮູ້ວ່າ: ກອງປະຊຸມ ໄດ້ມີການຄົ້ນຄວ້າ ແລະ ຮັບຮອງເອົາຢ່າງເປັນເອກະສັນບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງສະໄໝທີ IV ເປັນຕົ້ນແມ່ນ, ການໄຈ້ແຍກ ແລະ ຕີລາຄາຢ່າງເລິກເຊິງຕໍ່ບັນດາສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນການຈັດຕັ້ງຜ່ານມາ ດ້ານວຽກງານປັບປຸງ-ກໍ່ສ້າງພັກກໍາລັງປ້ອກັນຄວາມສະຫງົບໃຫ້ປອດໃສ, ໜັກແໜ້ນ, ດ້ານວຽກງານພະລາທິການ, ວຽກງານເສນາທິການໃຫ້ໂລ່ງລ່ຽນ,ວ່ອງໄວ ແລະ ວຽກງານຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ.

ກອງປະຊຸມ,ໄດ້ຮັບຟັງການລາຍງານ ແລະ ປະກອບຄວາມເຫັນ ຈາກຕ່າງໜ້າບັນດາອົງຄະນະພັກ, ກົມກອງວິຊາສະ ເພາະ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານພັກກະຊວງສະໄໝທີ IV ໂດຍຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າ,ຄວາມເປັນເຈົ້າການ ປະດິດສ້າງ ແລະ ການສູ້ຊົນນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ເລັ່ງທວງໃຫ້ຄະນະບໍລິຫານງານພັກກະຊວງ ສະໄໝທີ V ອອກແຮງເສີມຂະຫຍາຍດ້ານດີ,ຕັ້ງໜ້າໄປຄຽງຄູ່ກັບການຄົ້ນຄວ້າມາດຕະການອັນຈໍາເປັນຢ່າງເໝາະສົມ ເພື່ອແກ້ໄຂຂໍ້ຈໍາກັດ,ຈຸດບົກຜ່ອງ ແລະ ຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ ໃຫ້ມີການຫັນປ່ຽນຢ່າງຈະແຈ້ງ.

ໂອກາດດັ່ງກ່າວ, ທ່ານຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃນໜ່ວຍພັກກົມ,ຫ້ອງຂອງຕົນ,ນໍາເອົາໄປຄົ້ນ ຄວ້າ, ປັບປຸງ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີຜົນສຳເລັດຢ່າງເປັນຮູບປະທໍາ ໂດຍສະເພາະແມ່ນ ການນໍາພາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເທື່ອລະກ້າວ ເພື່ອເຮັດໃຫ້ໜ່ວຍພັກກົມ, ຫ້ອງ ມີການຫັນປ່ຽນໃໝ່ ແລະ ມີບາດກ້າວຂະຫຍາຍຕົວດີຂຶ້ນກວ່າເກົ່າ.