ໃນວັນທີ 21 ຕຸລາ 2020, ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ຜູ້ຊີ້ນໍາວຽກງານປ້ອງກັນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຊີ້ນໍາວຽກງານປ້ອງກັນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ ກອງບັນຊາການ ປກສ ແຂວງວຽງຈັນ, ມີ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະພັກ-ຄະນະກອງບັນຊາການ, ມີຕາງໜ້າຫ້ອງ, ກອງພັນປ້ອງກັນເຄື່ອນທີ່ ແລະ ພະນັກງານ-ນັກຮົບກ່ຽວຂ້ອງເຂົ້າຮ່ວມ.

ພັທ ສົມຄິດ ດວງພະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ຜູ້ຊີ້ນໍາວຽກງານປ້ອງກັນໂຄງການກໍ່ສ້າງເສັ້ນທາງ ລາວ-ຈີນ ຂອບເຂດແຂວງວຽງຈັນ ໄດ້ຍົກໃຫ້ເຫັນສະພາບໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຄື:

ຍັງມີບັນຫາປະກົດການຫຍໍ້ທໍ້ເກີດຂຶ້ນ ໂດຍສະເພາະແມ່ນ ການລັກຊັບ, ການເກີດອຸບັດຕິເຫດ, ການຊື້-ຂາຍສິ່ງຜິດກົດໝາຍ, ການສໍ້ໂກງແຮງງານ ແລະອື່ນໆ.

ໃນໄລຍະຜ່ານມາ, ມີຄະດີເກີດຂຶ້ນ 25 ເລື່ອງ ກັກຜູ້ຖືກຫາ16 ຄົນ. ໃນນີ້, ຄະດີລັກຊັບພົນລະເມືອງ ມີ 19 ຄັ້ງ ກັກຜູ້ຖືກຫາ10 ຄົນ, ມີລົດຈັກ 3 ຄັນ ເຊິ່ງເກີດຂຶ້ນຢູ່ເມືອງໂພນໂຮງ 8 ຄັ້ງ, ເມືອງຫີນເຫີບ 2 ຄັ້ງ ແລະ ເມືອງວັງວຽງ 12 ຄັ້ງ ໂດຍຜົນເສຍຫາຍລວມ ມີຄື:

  • ແກັດໃສ່ເຄື່ອງກໍ່ສ້າງປະເພດນ໋ອດ ແລະ ເຫຼັກຂໍ້ຕໍ່ຕ່າງໆ 5 ແກັດ
  • ເຫຼັກຄ້ຳແບບ 200 ເສັ້ນ
  • ລໍ້ແກ່ເຫຼັກ 2 ຄັນ
  • ເຫຼັກແຜ່ນ 790 ກິໂລກຼາມ
  • ເຫຼັກງໍຍາວ 150 ຊັງຕີແມັດ 50 ​ເສັ້ນ
  • ຄອມພິວເຕີໂນດບຸກ 2 ເຄື່ອງ
  • ວັດຖຸຄ້າຍຄືຄໍາ ປະມານ 14 ​ບາດ
  • ເງິນ 42.700.000 ​ກີບ
  • ເງິນຢວນ 2.600 ຢວນ
  • ເງິນໂດລາ 40​ ໂດລາ
  • ສາຍໄຟຍາວປະມານ 200 ແມັດ
  • ເບຣັກເກີ 40 ​ອັນ
  • ໄດປັ່ນໄຟ 1 ເຄື່ອງ
  • ເຄື່ອງຕັດເຫຼັກ 1 ເຄື່ອງ
  • ຕາໜ໋າງຮົ້ວ 9 ອັນ
  • ເຫຼັກຕໍ່ຫົວເສົາ 40 ​ອັນ
  • ກິບໜີບຂ້າງ 4 ອັນ
  • ເຫຼັກເສັ້ນຢອງເທິງລາງ 1 ອັນ

ຕໍ່ກັບສະພາບດັ່ງກ່າວນີ້, ຄະນະບັນຊາໃນການຊີ້ນໍາໂຄງການປ້ອງກັນໂຄງການດັ່ງກ່າວ ໄດ້ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ທີ່ປ້ອງກັນຢູ່ແຕ່ລະຈຸດຢ່າງເປັນປົກກະຕິ, ມີການປັບປຸງສັບຊ້ອນພະນັກງານປ້ອງກັນບາງຈຸດທີ່ເຫັນວ່າ ບໍ່ທັນຮັບ ປະກັນ, ມີການເກັບກຳຂໍ້ມູນສະຖິຕິຈຳນວນວິຊາການ ແລະ ກຳມະກອນກໍ່ສ້າງທາງລົດໄຟ ເພື່ອແກ້ໄຂປະກົດການຍໍ້ທໍ້ທີ່ເກີດຂຶ້ນ ຢູ່ພາຍໃນໂຄງການກໍ່ສ້າງທາງລົດໄຟ ໃຫ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ.

ໃນໂອກາດນີ້, ພົຕ ກົງທອງ ພົງວິຈິດ ໄດ້ຊີ້ນໍາໃຫ້ ຄະນະຊີ້ນໍາວຽກງານປ້ອງກັນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຂອບເຂດແຂວງວຽງຈັນ ຈົ່ງ​ພ້ອມ​ກັນ​ເພີ່ມ​ທະວີ​ຍົກ​ສູງ​ຄວາມ​ເປັນ​ເຈົ້າ​ການ ​ໃນ​ການ​ປ້ອງ​ກັນ​ສະກັດ​ກັ້ນ​ບັນຫາ​ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ ​ໃຫ້​ເປັນ​ຂະ​ບວນຢ່າງ​ກວ້າງ​ຂວາງ ແລະ ​ເລີກ​ເຊິ່ງ, ຈົ່ງພ້ອມກັນກຳແໜ້ນສະພາບການຕ່າງໆ ທີ່ອາດຈະເກີດຂຶ້ນໃຫ້ທັນເວລາ ແລະ ສຸມໃສ່ໃນການປ້ອງກັນເວນຍາມຢ່າງເປັນປົກກະຕິ ເພື່ອຮັບປະກັນໃຫ້ມີຄວາມສະຫງົບປອດໄພ.