ຊາວໜຸ່ມກະຊວງ ພົບປະແລກປ່ຽນການຈັດຕັ້ງຂໍ້ແຂ່ງຂັນ4 ບຸກກັບຊາວໜຸ່ມ ປທ

0
937

ໃນວັນທີ 22 ຕຸລາ ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ພົບປະແລກປ່ຽນບົດຮຽນກັບກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ເພື່ອຊຸກຍູ້ວຽກງານການຈັດຕັ້ງຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຕິດພັນກັບຂໍ້ແຂ່ງ18 ຂໍ້ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ນຳພາໂດຍ ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ, ຫົວໜ້າຫ້ອງຊາວໜຸ່ມ ກະ ຊວງ ປກສ, ມີບັນດາຊາວໜຸ່ມ ກະຊວງ ແລະ ຊາວໜຸ່ມອ້ອມຂ້າງ ປທເຂົ້າຮ່ວມ.

ພັຕ ບົວຜັນ ດວງສອນ ເລຂາຊາວໜຸ່ມກອງບັນຊາການ ປທ ໄດ້ຜ່ານບົດສະຫຼຸບການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານຊາວ ໜຸ່ມ ກະຊວງ ປກສ ຕິດພັນກັບ18 ຂໍ້ແຂ່ງຂັນ ຂອງຊາວໜຸ່ມ ປທ ວ່າ: ໃນໄລຍະ1 ປີຜ່ານມາ,ສະມາຊິກຊາວໜຸ່ມ ປທ ແມ່ນມີແນວຄິດອຸ່ນ ອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາ ຂອງພັກ-ລັດ ກໍຄື ຄະນະບໍລິຫານງານຊາວໜຸ່ມວາງອອກ, ມີຄວາມສາມັກຄີຊ່ວຍ ເຫຼືອເຊິ່ງກັນແລະກັນ, ມີຄວາມຫ້າວຫັ້ນຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍ ສະແດງອອກໃນການປະກອບສ່ວນເຂົ້າໃນຂະບວນການຕ່າງໆ.ຜ່ານການຈັດ ຕັ້ງປະຕິ ບັດຂໍ້ແຂ່ງ ຂັນ 4 ບຸກ ສາມາດຈັດປະເພດ ໜ່ວຍ 4 ບຸກໃນແຕ່ລະດ້ານ ຄື: ດ້ານແນວຄິດ 98%, ດ້ານການຝຶກຝົນຫຼໍ່ຫຼອນຕົນເອງ 96%, ດ້ານການຈັດຕັ້ງ 98%, ດ້ານການສ້າງອາຊີບ ແລະ ວຽກງານເຮັດງານທຳ 100% ຈັດປະເພດແຂງ.

ໃນໂອກາດນີ້, ພັທ ບຸນຈັນ ອິນພົມມາ ໄດ້ເນັ້ນໃຫ້ຄະນະຊາວໜຸ່ມ ແລະ ສະມາຊິກພາຍໃນ ປທ ສູ້ຊົນດ້ານແນວຄິດ ຕ້ອງຮັບປະກັນໃຫ້ສະ ມາຊິກຊາວໜຸ່ມ ມີຄວາມສະຫງົບໂດຍພື້ນຖານ ມີແນວຄິດອຸ່ນອຽນທຸ່ນທ່ຽງ,ມີທັດສະນະການເມືອງໜັກແໜ້ນ, ຈຳແນກໄດ້ມິດ ແລະ ສັດ ຕູຢ່າງຈະແຈ້ງ, ເພີ່ມທະວີຄວາມສາມັກຄີພາຍໃນກົມກອງໃຫ້ເປັນອັນໜຶ່ງອັນດຽວກັນ,ຊຸກຍູ້ສະມາຊິກເປັນເຈົ້າການໃນການຊອກຮູ້ຮ່ຳຮຽນ ດ້ວຍຕົນເອງ, ຮຽນນຳໜ້າວຽກຕົວຈິງ ແລະ ຖອດຖອນບົດຮຽນນໍາຜູ້ທີ່ມີປະສົບການມາກ່ອນ. ໄປຄຽງຄູ່ກັບການສູ້ຊົນສ້າງໜ່ວຍຊາວໜຸ່ມ ໃຫ້ກາຍເປັນໜ່ວຍ 4 ບຸກ ແລະ ສ້າງສະມາຊິກຊາວໜຸ່ມແຂງໃຫ້ໄດ້ 90% ຂຶ້ນໄປ.