ອະດີດນັກຮຽນນາຍສິບຮຸ່ນທີ I ມອບເງິນສົມທົບສ້າງຫໍມູນເຊື້ອປກສ ແຂວງວຽງຈັນ

0
1403

ອະດີີດນາຍສິບຮຸ່ນທີ I ແຂວງວຽງຈັນ ມອບເງິນຈໍານວນ 8.600.000 ກີບ ແລະ ຫີນຊາຍ  2 ລົດ ລວມທັງໝົດ 9.100.000 ກີບ ສົມ ທົບສ້າງຫໍມູນເຊື້ອ ກອງບັນຊາການ ປກສ ແຂວງວຽງຈັນ​ໃນ​ວັນທີ 16 ຕຸລາ ຜ່ານມາ,ຕາງໜ້າມອບໂດຍ ພັທ ຄໍາສິງ ຮົ່ມດວງໄຊ ຮອງຫົວ ໜ້າກອງບັນຊາການ ປກສ ແຂວງວຽງຈັນ, ກ່າວ ຮັບໂດບ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີອະດີດນັກຮຽນນາຍສິບ ຮຸ່ນທິີI ແຂວງວຽງຈັນ ແລະ ອະນຸກໍາມະການກ່ຽວຂ້ອງເຂົ້າຮ່ວມ.

ພົຈວ ປອ ທອງເຄນ ບຸນໝັ້ນ ໄດ້​​ສະ​ແດງ​ຄວາມ​​ຂອບໃຈ ຕໍ່ອາດິດນັກຮຽນນາຍສິບຮຸ່ນIແຂວງວຽງຈັນ ທີ່ໄດ້ປະກອບສ່ວນທາງດ້ານວັດຖຸແລະເງິນ ເພື່ອສົມທົບສ້າງຫໍມູນເຊື້ອ ກອງບັນຊາການ ປກສ ແຂວງວຽງຈັນ ໃຫ້ສໍາເລັດຜົນ. ພ້ອມນີ້, ທ່ານຫົວໜ້າກອງບັນຊາການ ປກສ ແຂວງ ຍັງໄດ້ມອບເງິນ 5.000.000 ກີບ ໃຫ້ກອງບັນຊາການ ເພື່ອສົມທົບທືນສ້າງຫໍມູນເຊື້ອຕື່ມອີກ,ກ່າວຮັບໂດຍ ພັທ ບຸນນອງ ຊາມົນຕີ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.