ກອງພັນ 205 ສະຫຼຸບບັ້ນດຳເນີນຊີວິດການເມືອງ ປະຈຳປີ 2020

0
881

ກອງພັນ 205 ກອງ​ບັນຊາ​ການ​ປ້ອງ​ກັນ​ທີ່​ຕັ້ງ ກະຊວງ ປກສ ​ໄດ້​ສຳເລັດບັ້ນ​ດຳ​ເນີ​ນຊີວິດ​ການ​ເມືອງ ປະຈຳ​ປີ 2020 ​ເມື່ອບໍ່ດົນມານີ້, ​ໂດຍມີ ພັອ ປອ ທອງ​ແດງ ຄຳ​ພິທູນ ຮອງ​ຫົວໜ້າກອງ​ບັນຊາ​ການ​ປ້ອງ​ກັນ​ທີ່​ຕັ້ງ, ມີບັນດາ​ພະນັກງານ-ນັກຮົບ​ອ້ອມ​ຂ້າງ​ກອງພັນ​ເຂົ້າ​ຮ່ວມ.

ພັທ ນິພົນ ​ແກ້ວ​ແສງ​ສີ ຮັກສາ​ການ​ຫົວໜ້າກອງພັນ 205 ໄດ້​​ຜ່ານ​ບົດ​ສະຫຼຸບບັ້ນດຳເນີນຊີວິດການເມືອງປະຈຳ​ປີ 2020 ວ່າ: ​ບັ້ນດຳເນີນຊີ ວິດການເມືອງ ແມ່ນໄດ້​ເຊື່ອມ​ຊຶມ​ເອກະສານ​ຕ່າງໆ​ ໃຫ້​ແກ່​ສະມາຊິກ​ພັກ,ພະນັກງານ-ນັກຮົບ​ຮັບ​ຮູ້-​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​​ເຊື່ອມ​ຊຶມ​​ເອກະ ສານປົກກະຕິ,ສາມາດ​ຂຽນບົດ​ສຳຫຼວດຂອງ​ຕົນ​ເອງ ​ແລະ ຕີ​ລາຄາ​ປະ​ເພດ​​ຕົນ​ຢ່າງ​ຖືກຕ້ອງ ​ໃນ​ເວລາ​ຜ່ານບົດ​ສຳຫຼວດສະມາຊິກ​ພັກ,ພະນັກ ງານ-ນັກຮົບ ​ແຕ່​ລະສະ​ຫາຍ ກໍ​ໄດ້​ມີ​ການ​ປະກອບສ່ວນ​ຕຳນິຊ່ວຍ​ເຫຼືອ​ເຊິ່ງກັນແລະກັນ ຢ່າງ​ກົງ​ໄປ-​ກົງ​ມາ​ດ້ວຍ​ຄວາມ​ຈິງ​ໃຈ.

ຜ່ານ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ ປະຈຳ​ປີ 2020, ກອງພັນ 205 ສາມາດ​ຕີ​ລາຄາ​ແບ່ງ ​ປະ​ເພດ​ໄດ້ ​ດັ່ງນີ້: ປະ​ເພດ​ສະມາຊິກ​ພັກປະ​ເພດ​ແຂງ​ມີ 91 ສະຫາຍ, ຍິງ 4 ສະຫາຍ ​ເທົ່າ​ກັບ 96,8%; ປະ​ເພດ​ກາງ​ມີ 3 ສະຫາຍ ​ເທົ່າ​ກັບ 3,19%; ສັງ​ລວມປະ​ເພດ​ມະຫາຊົນ ມີ​ດັ່ງ​ນີ້: ປະ​ເພດ ​ແຂງ ມີ 154 ສະຫາຍ, ຍິງ 6 ສະຫາຍ ​ເທົ່າ​ກັບ 98,7%; ປະ​ເພດ​ກາງ​ມີ 1 ສະຫາຍ ​ເທົ່າ​ກັບ0,64%; ປະ​ເພດ​ ອ່ອນ​ມີ 1 ສະຫາຍ ​ເທົ່າ​ກັບ 0,64%.