ຈໍາເລີຍຊື່ ທ້າວ ກື່ມ ອາຍຸ 20 ປີ, ກໍາມະກອນ ບ້ານໂຄ້ງ ເມືອງນ້ໍາບາກ ແຂວງຫຼວງພະບາງ ແລະ ທ້າວ ແດງ ອາຍຸ 28 ປີ, ກໍາມະກອນ ຢູ່ບ້ານແວກ ເມືອງຫົວເມືອງ ແຂວງຫົວພັນ ຂໍ້ຫາລັກຊັບພົນລະເມືອງ; ມາວັນທີ 20 ຕຸລາ 2020 ອົງການໄອຍະການປະຊາຊົນ ຈຶ່ງໄດ້ສັ່ງ ຟ້ອງຈຳເລີຍທັງ 2 ຂຶ້ນສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ພິຈາລະນາຕັດສິນຈໍາຄຸກ 3 ປີ, ປັບໃໝ 500.000 ກີບ. ພ້ອມທັງໃຫ້ ຈຳເລີຍ ຮັບຮູ້ການກະທຳຜິດຕາມກົດໝາຍ.

ໃນສໍານວນ, ທ້າວ ກື່ມ ແລະ ທ້າວ ແດງ ( ຈໍາເລີຍ ) ໄດ້ຮ່ວມກັນເຄື່ອນໄຫວລັກຊັບ (ປະເພດລົດຈັກ) ຈໍານວນ 3 ຄັ້ງຄື:
ຄັ້ງທີ 1: ໄລຍະເດືອນ 2 ປີ 2010, ເວລາ 21:00 ໂມງ ທ້າວ ແດງ ໄດ້ໄປລັກເອົາລົດຈັກ ເວບຈີນ ຢູ່ເຂດບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພາຍຫຼັງລັກລົດໄດ້ແລ້ວ ທັງ 2 ກໍໄດ້ໄປຊອກບ່ອນຂາຍລົດຈັກ. ຈາກນັ້ນ, ເອົາລົດຈັກຄັນດັ່ງກ່າວໄປຂາຍໃຫ້ ທ້າວ ຈັນ (ບໍ່ຮູ້ບ້ານ) ໃນລາຄາ 250.000 ກີບ ໂດຍໄດ້ແບ່ງເງິນໃຫ້ ທ້າວ ກື່ມ ຈໍານວນ 100.000 ກີບ.

ຄັ້ງທີ 2: ໄລຍະເດືອນ 2 ປີ 2020 ເວລາ 20 ໂມງ ທ້າວ ກື່ມ ແລະ ທ້າວ ແດງ ໄດ້ພາກັນໄປຊອກລັກລົດຈັກ. ພໍໄປຮອດຫ້ອງແຖວເຂດບ້ານອາກາດ ໄດ້ເຫັນລົດຈັກເວບຈີນ ບໍ່ມີປ້າຍ ຈອດຢູ່ໜ້າຫ້ອງແຖວ ບໍ່ໄດ້ໃສ່ລ໋ອກຄໍ ແລ້ວທ້າວ ກື່ມ ເປັນຜູ້ເຂົ້າໄປລັກຈູງລົດຈັກອອກມາ. ພາຍຫຼັງລັກໄດ້ແລ້ວ ພວກກ່ຽວກໍເອົາລົດຈັກຄັນດັ່ງກ່າວໄປຂາຍໃຫ້ ທ້າວ ຈັນ ໃນລາຄາ 300.000 ກີບ ໃນຄັ້ງນີ້ແມ່ນໄດ້ແບ່ງເງິນກັນຄົນລະເຄິ່ງ.

ຄັ້ງທີ 3: ໄລຍະເດືອນ 2 ປີ 2020, ເວລາ 20:00 ໂມງ ຈໍາເລີຍ ໄດ້ພາກັນໄປລັກລົດຈັກເວບຈີນ ສີແດງ ບໍ່ມີປ້າຍ ຈອດຢູ່ໜ້າຫ້ອງແຖວທີ່ພວກກ່ຽວເຄີຍລັກຢູ່ບ້ານອາກາດ ບໍ່ໄດ້ໃສ່ລ໋ອກຄໍ ທ້າວ ກື່ມ ເປັນຜູ້ເຂົ້າໄປລັກຈູງລົດຈັກອອກມາ, ສ່ວນທ້າວ ແດງ ເປັນຜູ້ເບິ່ງຕົ້ນທາງ ພາຍຫຼັງລັກໄດ້ແລ້ວພວກກ່ຽວກໍເອົາລົດຈັກຄັນດັ່ງກ່າວໄປຂາຍໃຫ້ ທ້າວ ຈັນ ໃນລາຄາ 300.000 ກີບ ໄດ້ເງິນມາແລ້ວພວກກ່ຽວແບ່ງຄົນລະເຄິ່ງ. ຕົກຮອດວັນທີ 15 ມີນາ 2020, ເວລາ 13:00 ໂມງ ທັງ 2 ຈຶ່ງຖືກເຈົ້າໜ້າທີ່ຈັບດໍາເນີນຄະດີຕາມກົດໝາຍ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ. ເຫັນວ່າ: ມີຫຼັກຖານຮັດກຸມໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງ ທ້າວ ກື່ມ (ຈໍາເລີຍ 1) ແລະ ທ້າວ ແດງ (ຈໍາເລີຍ 2) ເປັນການກະທໍາຜິດອາຍາຂໍ້ກ່າວຫາການລັກຊັບທີ່ເເຕະຕ້ອງເຖິງກໍາມະສິດຂອງບຸກຄົນອື່ນ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາມາດຕາ 231 ຢ່າງແທ້ຈິງ; ເຊິ່ງການກະທໍາຜິດທັງໝົດກໍໃຫ້ການຮັບສາລະພາບແລ້ວຕາມບົດບັນທຶກຄໍາໃຫ້ການຂອງພວກຈໍາເລີຍ ສະບັບລົງວັນທີ 15, 16, 17, 18 ມີນາ 2020, ເຊິ່ງເປັນການກະທໍາຜິດໂດຍເຈດຕະນາ ເນື່ອງຈາກວ່າ ພວກຈໍາເລີຍ ໄດ້ລັກຊັບຂອງບຸກຄົນອື່ນມາເປັນຂອງຕົນ ໂດຍບໍ່ຖືກຕ້ອງ ແລະ ເປັນອາຈີນ ທັງທີ່ຈໍາເລີຍກໍຮູ້ດີວ່າ ການກະທໍາດັ່ງກ່າວເປັນການກະທໍາຜິດຕໍ່ກົດໝາຍ. ທັງນີ້ເພາະວ່າ ຈຳເລີຍ ເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ, ເຖິງອາຍຸກະສຽນທາງອາຍາເເລ້ວດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວຈຶ່ງຖະແຫຼງຕໍ່ສານເພື່ອພິຈາລະນາຕັດສິນລົງໂທດ (ພວກຈໍາເລີຍ) ຕາມປະມວນກົດໝາຍອາຍາມາດຕາ 231 ວັກ 3; ດັ່ງນັ້ນ, ສານຈຶ່ງຕັດສິນຈໍາເລີຍຈໍາຄຸກຄົນລະ 3 ປີ ພ້ອມທັງປັບໃໝ 500.000 ກີບ.

ສໍາລັບ, ຕໍ່ກັບຜູ້ທີ່ຮັບຊື້ຊັບຜິດກົດໝາຍ ເຈົ້າໜ້າທີ່ຕໍາຫຼວດຍັງບໍ່ທັນຮູ້ຊື່ ແລະ ທີ່ຢູ່ຂອງຜູ້ຊື້ແນ່ນອນ ຈຶ່ງຍັງບໍ່ສາມາດຕິດຕາມຕົວມາດໍາເນີນຄະດີໄດ້. ຢ່າງໃດກໍຕາມຖ້າຕິດຕາມຕົວໄດ້ຈະດໍາເນີນຄະດີຕາມພາຍຫຼັງ.