ຫ້ອງວ່າການກະຊວງປກສ ປະກາດແຕ່ງຕັ້ງຫົວໜ້າກົມເສນາທິການ

0
1233

ວັນທີ 28 ຕຸລາ ນີ້, ຫ້ອງວ່າການກະຊວງ ປກສ ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າກົມເສນາທິການ,ໂດຍມີ ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການກະຊວງ, ພ້ອມດ້ວຍຄະນະພັກ, ຄະນະບັນຊາການ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ພັທ ສີວັນທາ ເພຍສະຂາ ຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ສະບັບເລກທີ 2169/ປກສ, ລົງວັນທີ 27 ຕຸລາ 2020 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບຫ້ອງວ່າ ການກະຊວງ ປກສ.ໃນນີ້, ແຕ່ງຕັ້ງ ພັອ ວີທອງ ພົມທະວີ ເປັນຫົວໜ້າກົມເສນາທິການ ທີ່ຂຶ້ນກັບຫ້ອງວ່າການກະຊວງ,ສ່ວນຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ໃນພິທີ, ພົຈວ ສົມວັນ ສາຍລ້ອງພາ ໄດ້ໂອ້ລົມແລະໃຫ້ທິດຊີ້ນຳຕໍ່ຄະນະພັກ, ຄະນະບັນຊາກົມເສນາທິການ ວ່າ:ການປັບປຸງກົງຈັກການຈັດ ຕັ້ງໃນຄັ້ງນີ້ ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.ພ້ອມກັນນີ້,ຕ້ອງໄດ້ສືບຕໍ່ຊີ້ນໍາ-ນໍາພາວຽກງານເສນາທິການໃຫ້ແກ່ຫ້ອງວ່າການ ກໍຄື ກະຊວງ ປກສ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານວິຊາສະເພາະ.

ພ້ອມທັງຮຽກຮ້ອງໃຫ້ສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້,ຈົ່ງນໍາເອົາຄວາມຮູ້-ຄວາມສາມາດໜູນໃຊ້ເຂົ້າໃນການຊີ້ນໍາ-ນໍາພາສະມາຊິກທຸກຂັ້ນຢ່າງຕັ້ງໜ້າແລະເຂັ້ມງວດ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ ເພື່ອຮັບປະກັບໃຫ້ວຽກງານເສນາທິການເຂັ້ມແຂງເປັນກ້າວໆ.