ງານບຸນນະມັດສະການພຣະທາດຫຼວງປະຈໍາປີ 2020 ແມ່ນຈັດຂຶ້ນໃນລະຫວ່າງວັນທີ 29-31 ຕຸລາ ນີ້, ເຊິ່ງໃນປີນີ້ແມ່ນແຕກຕ່າງກັບທຸກໆ ປີ ເພາະບໍ່ມີຕະຫຼາດນັດວາງສະແດງສິນຄ້າ ແລະ ຈໍາໜ່າຍສິນຄ້າ, ຈັດຂຶ້ນເປັນພຽງຮີດຄອງປະເພນີເທົ່ານັ້ນ ແລະ ເນັ້ນປ້ອງກັນພະຍາດໂຄ ວິດ-19, ແຕ່ຄາດວ່າຈະມີຜູ້ຄົນມາທ່ຽວຊົມງານເປັນຈໍານວນຫຼາຍ ອາດພາໃຫ້ເກີດມີປະກົດຫຍ້ໍທໍ້ເກີດຂຶ້ນຕາມມາ ເປັນຕົ້ນແມ່ນລັກຊັບ, ຊິງຊັບ, ລ່ວງ-ແຫກກະເປົາ; ສະນັ້ນ, ຜູ້ທີ່ມີຈຸດປະສົງໄປທ່ຽວງານ ຕ້ອງເພີ່ມສະຕິລະມັດລະວັງໃນການໄປ-ມາ ແລະ ທ່ຽວຊົມພາຍໃນງານ ເພື່ອບໍ່ໃຫ້ມີຊ່ອງວ່າງຂອງຄົນບໍ່ດີກໍ່ເຫດໄດ້.

ເຈົ້າໜ້າທີ່ຄະນະກໍາມະການປ້ອງກັນງານບຸນພຣະທາດຫຼວງ ເປີດເຜີຍວ່າ: ໃນປີນີ້, ເຖິງແມ່ນວ່າການຈັດງານຈະເປັນພຽງແຕ່ຮີດຄອງປະເພນີເທົ່ານັ້ນ, ແຕ່ກໍຄາດວ່າຈະມີມວນຊົນເຂົ້າມາທ່ຽວຊົມ ແລະ ກາບໄຫວ້ອົງພຣະທາດຫຼວງເປັນຈໍານວນຫຼວງຫຼາຍ ເຮັດໃຫ້ທາງເຂົ້າ-ອອກ ແລະ ສະຖານທີ່ຈັດງານມີຄວາມແອອັດ. ຕໍ່ກັບບັນຫານີ້, ອາດຈະມີມິດສາຊີບສວຍໂອກາດແຫກ-ລ່ວງກະເປົາຂອງຜູ້ທີ່ມາທ່ຽວງານກໍເປັນໄດ້; ແຕ່ຢ່າງໃດກໍຕາມ ເຖິງຈະມີເຈົ້າໜ້າທີ່ກໍາລັງ ປກຊ-ປກສ ເຮັດໜ້າທີ່ປ້ອງກັນອາດຈະເຮັດໜ້າທີ່ບໍ່ທົ່ວເຖິງໄດ້. ສະນັ້ນ, ຜູ້ທີ່ມາທ່ຽວ ຕ້ອງເປັນເຈົ້າການເພີ່ມສະຕິລະວັງຕົວໃຫ້ສູງ ເປັນຕົ້ນແມ່ນ ການພາຍກະເປົາຕ້ອງພາຍຢູ່ທາງໜ້າເອົາເສື້ອປົກປິດໄວ້ ແລະ ເອົາແຂນກອດໄວ້, ບໍ່ຄວນໃສ່ສາຍຄໍ ແລະ ນໍາວັດຖຸທີ່ມີລາຄາແພງມານໍາ. ນອກນັ້ນ, ໃຫ້ຫຼີກລ່ຽງບ່ອນແອອັດ; ສໍາລັບຜູ້ທີ່ມາພ້ອມລູກນ້ອຍແມ່ນໃຫ້ຂຽນເບີໂທຜູ້ປົກຄອງໃສ່ຖົງເສື້ອໃນກໍລະນີພັດຫຼົງ ຈຶ່ງສະດວກໃນການແຈ້ງຫາ.

ນອກນັ້ນ, ກ່ອນຈະມີທ່ຽວບຸນນະມັດສະການພຣະທາດຫຼວງ ສິ່ງສໍາຄັນຕ້ອງມ້ຽນມັດຊັບສິນຢູ່ໃນເຮືອນໃຫ້ດີ, ມີຜູ້ເຝົ້າເຮືອນກ່ອນລົງເຮືອນ, ຕ້ອງກວດກາເບິ່ງລະບົບໄຟ ທັງນີ້ກໍເພື່ອປ້ອງກັນອັກຄີໄພບໍ່ໃຫ້ເກີດຂຶ້ນ, ຕະຫຼອດຮອດການຂັບຂີ່ພາຫະນະຕາມທ້ອງຖະໜົນຕ້ອງເປັນເຈົ້າການປະຕິບັດຕາມຄໍາແນະນໍາຂອງເຈົ້າໜ້າທີ່, ແຈ້ງການ ແລະ ລະບຽບກົດໝາຍທີ່ວາງອອກ ເພື່ອປ້ອງກັນອຸບັດຕິເຫດ. ພ້ອມທັງ ປະຕິບັດຂໍ້ຫ້າມທີ່ວາງອອກດັ່ງນີ້: ຫ້າມໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍ, ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ມີດ, ງ້າວ, ກະຖຸນ, ສະໜັບມື, ສາຍແອວຫົວ ໃຫຍ່ ເຂົ້າໄປໃນງານບຸນໂດຍເດັດຂາດ ( ຍົກເວັ້ນໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ ), ຫ້າມຂາຍ ແລະ ນໍາເອົາຢາເສບຕິດ, ທາດລະເບີດ, ທາດແຕກ, ທາດເບື່ອ, ສານເຄມີທີ່ອອກລິດຕໍ່ລະບົບປະສາດທຸກຊະນິດເຂົ້າມາໃນງານຢ່າງເດັດຂາດ, ຫ້າມນໍາເຂົ້າ, ຊື້-ຂາຍ ຈູດໂຄມໄຟລອຍຟ້າ, ຈຸດໝາກກະໂພກທຸກຊະນິດ, ທຸກລະດັບ ແລະ ຫ້າມຫຼິ້ນການພະນັນທຸກປະເພດ, ຫ້າມວາງເຄື່ອງຂາຍເກີນຂອບເຂດອອກມາໜ້າຮ້ານ, ຂາຍເຄື່ອງໃສ່ລໍ້ຍູ້ຊະຊາຍໃນງານບຸນຢ່າງເດັດຂາດ, ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນວັດທະນະທໍາທີ່ລາມົກ, ເຊື່ອມຊາມຕ່າງໆເຂົ້າມາໃນງານຢ່າງເດັດຂາດ; ຫ້າມດື່ມເຫຼົ້າ, ເບຍ ແລະ ສິ່ງມືນເມົາແລ້ວຂັບລົດ, ຂັບລົດບໍ່ດື່ມສິ່ງມຶນເມົາ; ຫ້າມກໍ່ອາລະວາດຜິດຖຽງກັນ, ຕີກັນ, ສ້າງຄວາມບໍ່ສະຫງົບໃນງານບຸນຢ່າງເດັດຂາດ; ສໍາລັບນັກສະແດງສິລະປະ ແລະ ມວນຊົນທີ່ເຂົ້າມາຫຼິ້ນງານບຸນຕ້ອງແຕ່ງກາຍສຸພາບຮຽບຮ້ອຍໃຫ້ຖືກຕ້ອງຕາມຮີດຄອງປະເພນີລາວ; ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສພື້ນເດີ່ນພຣະທາດຫຼວງຢ່າງເດັດຂາດ; ຫ້າມນໍາໃຊ້ໂດຣນ ຫຼື ອຸປະກອນຖ່າຍພາບທາງອາກາດ, ຍົກເວັ້ນແຕ່ທາງການອະນຸຍາດໃຫ້ພາກສ່ວນກ່ຽວຂ້ອງເທົ່ານັ້ນ; ບັນດາຮ້ານທຸລະກິດບັນເທີງ, ຮ້ານກິນດື່ມໃຫ້ຢຸດເຊົາບໍລິການຕາມຄໍາສັ່ງ, ແຈ້ງການຂອງລັດຖະບານວາງອອກ ແລະ ພ້ອມກັນຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ລະບາດພະຍາດໂຄວິດ 19 ຂອງຄະນະສະເພາະກິດແນະນໍາວິທີປ້ອງກັນຢ່າງເຂັ້ມງວດ.

ເຊິ່ງບຸນທາດຫຼວງໃນປີຜ່ານມາ, ກໍມີປະກົດການຫຍໍ້ທໍ້ເກີດຂຶ້ນເປັນຈໍານວນຫຼວງຫຼາຍ ເຊັ່ນ: ໃນປີ 2017, ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດຈໍານວນ 11 ເລື່ອງ; ໃນນີ້, ແຫກກະເປົາ 4 ເລື່ອງ ແລະ ລ່ວງກະເປົາ 7 ເລື່ອງ ມູນຄ່າຄວາມເສຍຫາຍ 11.350.000 ກີບ, ເງິນ 1.000 ບາດ, ໂທລະສັບ 7 ເຄື່ອງ, ບັດປະຈໍາຕົວ ແລະ ບັດເອທີເອັມ ຈໍານວນໜຶ່ງ.

ປີ 2018, ມີປະກົດການຫຍໍ້ທໍ້ເກີດຂຶ້ນ 3 ເລື່ອງ; ໃນນີ້, ແຫກກະເປົາ 2 ເລື່ອງ ແລະ ລ່ວງກະເປົາ 1 ເລື່ອງ ມູນຄ່າຄວາມເສຍຫາຍ 1.900. 000 ກີບ, ເງິນ 5.800 ບາດ ແລະ ເຄື່ອງມີຄ່າຈໍານວນໜຶ່ງ. ນອກນັ້ນ, ກໍຍັງມີເດັກນ້ອຍຫຼົງກັບ ພໍ່-ແມ່ຈໍານວນໜຶ່ງ. ສ່ວນປີ 2019 ຜ່ານມາ, ແມ່ນບໍ່ມີປະກົດການຫຍໍ້ທໍ້ເກີດຂຶ້ນ ສາມາດຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມປອດໄພ 100%; ແຕ່ສະພາບທີ່ພົ້ນເດັ່ນພາຍໃນງານກໍມີພຽງແຕ່ແຈ້ງຄົນພັດຫຼົງເທົ່ານັ້ນ ເຊັ່ນ: ພໍ່-ແມ່ຫຼົງກັນກັບລູກ, ໝູ່ຄູ່ຫຼົງກັນ ແລະ ຜູ້ເຖົ່າຜູ້ແກ່ທີ່ມາຈາກຕ່າງແຂວງ ຈໍານວນ 30 ກວ່າຄົນ.

ຢ່າງໃດກໍຕາມ, ບຸນທາດຫຼວງນີ້ແມ່ນຈັດຂຶ້ນໃນທ່າມການແພ່ລະບາດຂອງໂຄວິດ-19. ສະນັ້ນ, ຜູ້ທີ່ມາທ່ຽວງານຕ້ອງຟັງຄຳແນະນໍາຂອງແພດ-ໝໍທີ່ປະຈໍາງານບຸນ ພ້ອມທັງກັນປ້ອງສວມໜ້າກາກອະນາໄມເພື່ອປ້ອງກັນ.