ຝຶກຊ້ອມຊ່ວຍເຫຼືອຜູ້ປະສົບໄພ ອອກຈາກອາຄານສູງໃຫ້ບໍລິສັດ PTT

0
939

ວັນທີ 29 ຕຸລາ ນີ້, ພະແນກໂຄສະນາ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມໃຫຍ່ຕໍາຫຼວດ ກະຊວງ ປກສ  ຮ່ວມກັບໜ່ວຍກູ້ໄພ 1623 ປະຈໍາຈຸດທາດຫຼວງ ຈັດຝຶກຊ້ອມວຽກງານໜີໄພ, ການຊ່ວຍເຫຼືອຜູ້ປະສົບໄພ ໃນອາຄານສູງ ແລະ ການປະຖົມພະຍາບານເບື້ອງຕົ້ນໃຫ້ກັບຜູ້ອໍານວຍການ-ພະນັກງານ ບໍລິສັດ PTT ລາວ ຈໍາກັດ,ໂດຍມີ ທ່ານ ມົນໄຊ ບຸນອີ່ມ ຜູ້ອໍານວຍການບໍລິສັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ພັຕ ສອນເພັດ ແດງຊື່ນ ຮອງຫົວໜ້າພະແນກໂຄສະນາ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກ່າວວ່າ: ການລົງຝຶກຊ້ອມວຽກງານໜີໄພ, ການຊ່ວຍເຫຼືອຜູ້ປະສົບໄພໃນອາຄານສູງ ແລະ ການປະຖົມພະຍາບານເບື້ອງຕົ້ນ ກໍເພື່ອເປັນການຝຶກແອບ ເມື່ອເກີດມີເຫດການໄຟໄໝ້ພາຍໃນອາຄານ ແລະ ເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບບາດເຈັບອອກໄປສູ່ທີ່ປອດໄພ ເນື່ອງຈາກວ່າເຫດການໄຟໄໝ້ໃນອາຄານ ຫຼື ສໍານັກງານ-ອົງການຕ່າງໆ ລ້ວນແລ້ວປະກອບມີເຊື້ອເພີງທີ່ຊັກນໍາໄຟຟ້າໄດ້ດີ ເຮັດໃຫ້ໄຟໄໝ້ລຸກລາມແຮງຂຶ້ນ ເປັນຕົ້ນແມ່ນ ເຈ້ຍ, ຜ້າກັ້ງ, ເຄື່ອງໃຊ້ໄຟຟ້າ ຫຼື ອຸປະກອນ-ເຄື່ອງຮັບໃຊ້ຫ້ອງການອື່ນໆ.

ຖ້າຫາກໃນອາຄານ ມີຜູ້ອາໄສຢູ່ເປັນຈໍານວນຫຼາຍ ກໍອາດຈະມີຜູ້ທີ່ໄດ້ຮັບບາດເຈັບ ເພາະພະນັກງານ ບາງຄົນກໍອາດຈະຍັງບໍ່ຮູ້ວິທີຊ່ວຍເຫຼືອຕົນເອງອອກໄປສູ່ທີ່ປອດໄພ ໂດຍສະເພາະ ທາງໜີໄພ ແລະ ພາຍຫຼັງທີ່ຊ່ວຍຕົນເອງແລ້ວ, ພະນັກງານແຕ່ລະຝ່າຍ ຕ້ອງກວດກາຈໍານວນພົນເພື່ອກວດກາຄືນເບິ່ງວ່າຍັງມີໃຜທີ່ຍັງຕົກຄ້າງ ຫຼືໄດ້ຮັບບາດເຈັບຢູ່ພາຍ ໃນອາການຂອງບໍລິເວນໃດ-ຊັ້ນໃດກ່ອນທີ່ຈະລາຍງານໃຫ້ເຈົ້າໜ້າ ທີ່ກູ້ໄພ ເພື່ອຊ່ວຍເຫຼືອບຸກຄົນດັ່ງກ່າວ.

ພາຍຫຼັງທີ່ຊ່ວຍເຫຼືອຜູ້ທີ່ໄດ້ຮັບບາດເຈັບອອກສູ່ທີ່ປອດໄພແລ້ວ, ການປະຖົມພະຍາບານເບື້ອງຕົນກໍເປັນສິ່ງສໍາຄັນທີ່ສຸດ ເປັນຕົ້ນການກວດກາອາການຂອງຜູ້ບາດເຈັບວ່າມີອາການແບບໃດ,ຕອບສະໜອງຕໍ່ຄວາມເຈັບປວດ ຫຼື ໝົດສະຕິ,ຖ້າຫາກຜູ້ບາດເຈັບມີອາການຫົວໃຈຢຸດເຕັ້ນ ແມ່ນຕ້ອງໄດ້ປໍ້າຫົວໃຈ ດ້ວຍການກົດໜ້າເອີກ 30 ຄັ້ງ ຕາມດ້ວຍເຄື່ອງຊ່ວຍຫາຍໃຈ ພ້ອມກັບນໍາສົ່ງໂຮງໝໍທັນທີ່.

ການລົງຝຶກຊ້ອມວຽກງານໜີໄພ, ເພື່ອຢໍ້າເຕືອນ ໃຫ້ພະນັກງານພາຍໃນບໍລິສັດດັ່ງກ່າວ ມີສະຕິຕື່ນຕົວຢູ່ຕະຫຼອດເວລາ ເນື່ອງຈາກວ່າເຫດການໄຟ້ໄໝ້ ສາມາດເກີດຂຶ້ນໄດ້ທຸກເມື່ອ ທຸກເວລາ ພ້ອມທັງນໍາເອົາຄວາມຮູ້ກ່ຽວກັບການປະຖົມພະຍາບານ ເພື່ອໃຫ້ນໍາໄປປະຕິບັດຊ່ວຍ ເຫຼືອ ເພື່ອມະນຸດດ້ວຍກັນ ແລະ ຢັບຢັ້ງການເສຍຊີວິດຈາກອຸບັດຕິເຫດຕ່າງໆ.