ກອງພັນ 206 ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງ ປກສ

0
892

ວັນທີ 28 ຕຸລາ 2020, ກອງພັນ 206 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ  ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກກະຊວງ ປກສ ເພື່ອໃຫ້ສະມາຊິກພັກພາຍໃນກອງ 206 ໄດ້ມີຄວາມຮັບຮູ້ເຂົ້າໃຈແຈ້ງ, ກຳ ແໜ້ນ ແລະ ມີຄວາມເປັນເອກະພາບສູງຕໍ່ກັບບັນດາເນື້ອໃນເອກະສານ ແລະ ພ້ອມກັນສືບຕໍ່ຄົ້ນຄວ້າເນື້ອໃນທີ່ມະຕິກອງປະຊຸມຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ວາງອອກ ແລ້ວນໍາໄປຈັດຕັ້ງຜັນຂະຫຍາຍເປັນແຜນງານລະອຽດ ແລະ ປະຕິບັດໃຫ້ປະກົດຜົນເປັນຈິງ.

ພັທ ທະນະສັກ ພອນທະຈັນ ຫົວໜ້າກອງພັນ 206 ກ່າວວ່າ: ຜົນສຳເລັດການດຳເນີນກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-10 ກັນຍາ2020 ກອງປະຊຸມໄດ້ສັງເກດຕີລາຄາຜົນສໍາເລັດການຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ຄັ້ງທີ IV ໃນໄລຍະ 5 ປີຜ່ານມາ ໂດຍຍົກໃຫ້ເຫັນຜົນງານໄຊຊະນະອັນພົ້ນເດັ່ນທີ່ຍາດມາໄດ້,ດ້ານອ່ອນຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້; ພ້ອມທັງໃຫ້ທັດສະນະຊີ້ນຳການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ທີ່ຈະຕ້ອງໄດ້ສຸມໃສ່ໃນ 5 ປີ ຕໍ່ໜ້າທີ່ມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບວາງອອກໃຫ້ປະກົດຜົນເປັນຈິງ.

ຜົນສຳເລັດການດຳເນີນກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມໝາຍສຳຄັນແລະຂີດໝາຍແຫ່ງການເຕີບໃຫຍ່ເຂັ້ມແຂງຂອງພັກໃນກຳລັງປ້ອງກັນຄວາມສະຫງົບ ແລະ ເຜີຍແຜ່ເຊື່ອມຊຶມບົດໂອ້ລົມຂອງສະຫາຍເລ ຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ຕໍ່ກອງປະຊຸມໃຫຍ່ຜູ້ ແທນ ຄັ້ງທີ V ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ເພື່ອເປັນທິດເຢືອງທາງໃຫ້ກຳລັງປ້ອງກັນຄວາມສະຫງົບ ເວົ້າລວມ,ເວົ້າສະເພາະແມ່ນກອງພັນ 206 ຈົ່ງພ້ອມກັນນໍາເອົາຜົນສໍາເລັດກອງປະຊຸມໃຫຍ່ ນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ.

ກອງປະຊຸມບັນດາຜູ້ແທນສົມບູນ ຍັງໄດ້ໃຊ້ສິດປະຊາທິປະໄຕ ໃນການປ່ອນບັດຄັດເລືອກເອົາຄະນະບໍລິງານພັກກະຊວງ ຊຸດທີV, ເຊິ່ງມີຜູ້ລົງ ສະໝັກ31ສະຫາຍ, ເລືອກເອົາ 27 ສະຫາຍ.ໃນນັ້ນ,ໄດ້ເປັນເອ ກະສັນເລືອກເອົາເລຂາ-ຮອງເລຂາຄະນະພັກກະຊວງ 3 ສະຫາຍ, ເລືອກເອົາ ຄະນະປະຈໍາພັກກະຊວງ 9 ສະຫາຍ, ເລືອກເອົາປະທານ-ຮອງປະທານກວດກາ 4 ສະຫາຍ.