ການນຳ ປກ ວາງກະຕ່າດອກໄມ້ຕໍ່ໜ້າອະນຸສາວະລີປະທານໄກສອນພົມວິຫານ

0
1104

ວັນທີ 10 ພະຈິກ 2020, ຄະນະພັກ-ຄະນະບັນຊາກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງ ປກສ ນໍາພາໂດຍ ພັອ ຄໍາເຜີຍ ຄໍາມີ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ໄດ້ນໍາກະຕ່າດອກໄມ້ເຂົ້າວາງຢູ່ຕໍ່ໜ້າອະນຸສາ ວະລີ ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນສູນກາງ ຄົບຮອບ 59 ປີ ( 11 ພະ ຈິກ 1961-11 ພະຈິກ 2020 ).

ການວາງກະຕ່າດອກໄມ້ຄັ້ງນີ້, ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງບັນດານັກຮົບປະຕິວັດ ປະຊາຊົນລາວບັນດາເຜົ່າຜູ້ເສຍສະຫຼະເລືອດເນື້ອ,ເຫື່ອແຮງແລະຊີວິດ ໃນການຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່,ໂດຍສະເພາະ ແມ່ນປະທານໄກສອນ ພົມວິຫານ ພ້ອມບັນດາການນໍາຮຸ່ນກ່ອນທີ່ໄດ້ນຳພາປະຊາຊົນລາວ ພາຍໃຕ້ຄັນທຸງຂອງພັກປະຊາຊົນ ປະຕິວັດລາວ ຕໍ່ສູ້ຈົນສາມາດເອົາຊະ ນະສັດຕູ,ໄດ້ຮັບໄຊຊະນະຄັ້ງຍິ່ງໃຫຍ່ ແລະ ສະຖາປະນາເປັນສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ 1975ເປັນຕົ້ນມາ.

ຈາກນັ້ນ.ກອງບັນຊາການປ້ອງກັນສູນກາງ ໄດ້ຈັດພິທີໂຮມຊຸມນຸມລະນຶກວັນສ້າງຕັ້ງດັ່ງກ່າວ, ໂດຍມີຄະນະພັກ-ຄະນະກອງບັນຊາການ, ພະ ນັກງານຫຼັກແຫຼ່ງເຂົ້າຮ່ວມ; ໃນພິທີ ພັອ ຄໍາເຜີຍ ຄໍາມີ ໄດ້ປາຖະກະຖາກ່ຽວກັບວັນສ້າງຕັ້ງກໍາລັງປ້ອງກັນສູນກາງ ຄົບຮອບ 59 ປີ ວ່າ: ເມື່ອຫວນຄືນກ່ອນໜ້ານີ້ ຄື ວັນທີ11ພະຈິກ1961ເຊິ່ງເປັນວັນກໍ່ຕັ້ງກໍາລັງປ້ອງກັນໃກ້ສິດໃນເມື່ອກ່ອນແລະເປັນກໍາລັງປ້ອງກັນສູນກາງໃນປັດ ຈຸບັນ,ກໍາລັງດັ່ງກ່າວໄດ້ກໍາເນີດເກີດຂຶ້ນໃນຂະບວນການປະຕິວັດຕໍ່ສູ້ກູ້ຊາດຕ້ານຈັກກະພັດຕ່າງດ້າວຜູ້ຮຸກຮານເຊິ່ງມີຕົ້ນກໍາເນີດມາຈາກມູນ ເຊື້ອນາຍ ແລ ພົນທະຫານລາວອິດສະຫຼະໃນເມື່ອກ່ອນ,ການກໍາເນີດໃນເງື່ອນໄຂຂອງການປະຕິວັດຊາດທີ່ມີພັກປະຊາຊົນປະຕິວັດລາວເປັນ ຜູ້ນໍາພາ, ສະພາບການເວລານັ້ນ ພວກຈັກກະພັດໄດ້ບຽດຍຶດເຂົ້າເຂດທີ່ໝັ້ນຂອງການປະຕິວັດ​ຕໍ່ໜ້າສະພາບການດັ່ງກ່າວ,ສູນກາງພັກ ຈຶ່ງໄດ້ວາງແນວທາງການຕໍ່ສູ້ປົດປ່ອຍຊາດ ແລະກ່ອນອື່ນໝົດ ແມ່ນຕ້ອງປົກປັກຮັກສາເຂດທີ່ໝັ້ນຂອງການປະຕິວັດ.

ດັ່ງນັ້ນ. ສູນກາງພັກ ຈຶ່ງໄດ້ເພີ່ມທະວີວຽກງານປ້ອງກັນຜູ້ນໍາການປະຕິວັດ ໃຫ້ມີຄວາມປອດໄພ ຈິ່ງເກີດມີກໍາລັງປ້ອງກັນສູນກາງ, ໃນເວລານັ້ນເອິ້ນວ່າ ( ພະນັກງານຕິດຕໍ່ ) ໜ້າທີ່ຕົ້ນຕໍແມ່ນປ້ອງກັນ ແລະ ຮັບໃຊ້ການນໍາຢູ່ເຂດປົດປ່ອຍ, ກໍາລັງດັ່ງກ່າວ ແມ່ນຕົ້ນກໍາເນີດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນໃນປັດຈຸບັນ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນຢູ່ສໍານັກຈັດຕັ້ງສູງກາງ ເຂດທີ່ໝັ້ນຂອງການປະຕິວັດແຂວງຫົວພັນ,ໃນເບື້ອງຕົ້ນ ກຳລັງປະກອບ ມີ 1 ໝູ່, ມີພຽງ 11 ສະຫາຍ.ຈາກນັ້ນ, ກໍມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ມາຮອດປີ 2010 ລັດຖະມົນຕີກະຊວງ ປກສ ໄດ້ອອກຂໍ້ຕົກລົງສະບັບເລກທີ 924/ປກສ,ລົງວັນທີ 8 ມິຖຸນາ 2010 ຮັບຮອງເອົາ ວັນທີ 11 ພະ ຈິກ 1961 ເປັນວັນສ້າງຕັ້ງກໍາລັງປ້ອງກັນສູນກາງຢ່າງເປັນທາງການ ແລະ ມາຮອດວັນທີ 11​ ພະຈິກ 2020 ໄດ້ຄົບຮອບ 59 ປີ.

ຕະຫຼອດໄລຍະແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນສູນກາງ ເຕັມໄປດ້ວຍອຸປະສັກນາໆປະການທີ່ມາກະທົບໃສ່ແນວ ຄິດ, ຊີວິດ ແລະ ການເຄື່ອນໄຫວຂອງນາຍ ແລະ ພົນຕໍາຫຼວດປ້ອງກັນສູນກາງ.ທັງໝົດນັ້ນກາຍເປັນຂະບວນການເສີມສ້າງ, ປະກອບສ່ວນເຂົ້າໃນພາລະກິດປະຕິວັດຊາດ ຕາມແນວທາງຂອງພັກ ແລະ ຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນແຕ່ລະໄລຍະ, ຕໍ່ກັບນໍ້າໃຈອັນໜັກແໜ້ນ.

ຈາກຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ ລັດຖະບານ ຈຶ່ງໄດ້ຍ້ອງຍໍສັນລະເສີນກໍາລັງປ້ອງກັນສູນກາງຢ່າງສົມກຽດ ສະແດງອອກ ຄື: ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ II 1ໜ່ວຍ,ຫຼຽນໄຊອິດສະຫຼະຊັ້ນ III 4 ໜ່ວຍ,ຫຼຽນໄຊແຮງງານຊັ້ນ Iຈຳນວນ 2ໜ່ວຍ,ຫຼຽນໄຊແຮງງານຊັ້ນ II 4 ໜ່ວຍ,ຫຼຽນໄຊແຮງງານຊັ້ນ III 5ໜ່ວຍ,ຫຼຽນກາຕໍ່ຕ້ານຝຣັ່ງ 1ໜ່ວຍ,ຫຼຽນກາຕໍ່ຕ້ານອາເມລິກາ1ໜ່ວຍ,ຫຼຽນກາແຮງງານ2 ໜ່ວຍ, ຫຼຽນ ໄຊພິລະອາດຫານ 2 ໜ່ວຍ,ໃບຍ້ອງຍໍກົມໃຫຍ່ການເມືອງ1ໃບ ແລະໄດ້ຮັບທຸງໄຊ ປກສ 2 ຜືນ.ນອກນັ້ນ,ບັນດາຫ້ອງ,ກອງຮ້ອຍ,ໂຮງຮຽນ ອ້ອມຂ້າງກອງບັນຊາການ, ນາຍແລະພົນຕໍາຫຼວດ ທີ່ມີຜົນງານຈໍານວນໜຶ່ງ ໄດ້ຮັບການຍ້ອງຍໍສັນລະເສີນຈາກພັກແລະລັດຖະບານຕື່ມອີກ.