ຫົວໜ້າກົມໃຫຍ່ພະລາທິການ ຊຸກຍູ້ວຽກງານຢູ່ກອງບັນຊາການປກສ ແຂວງເຊກອງ

0
1125

ອາທິດ ຜ່ານມາ,​ພົຈວ ໜູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ, ​ພ້ອມດ້ວຍຄະນະ​ໄດ້ລົງເຄື່ອນໄຫວ​ຢ້ຽມຢາມ ​ແລະ​ ຊຸກຍູ້ວຽກງານພະລາທິການ ຢູ່ກອງບັນຊາການ ປກສ​ ແຂວງເຊກອງ​,ຕ້ອນຮັບໂດຍ ພັທ​ ສົມສັກ ​ຂັດຕິຍະວົງ​ ຮອງຫົວໜ້າກອງບັນຊາການ ​ປກສ ​ແຂວງ​ເຊກອງພ້ອມດ້ວຍ​ຄະນະ ແລະ​ ພະນັກງານຫຼັກແຫຼ່ງຫ້ອງພະລາເຂົ້າຮ່ວມ.

ພັທ ​ມູນສະຫວັດ ສິລິວັດ ຮອງຫົວໜ້າຫ້ອງພະລາທິການ ປກສ ແຂວງເຊກອງ ໄດ້ລາຍງານ​ການປະຕິບັດໜ້າທີ່ວິຊາສະເພາະວຽກງານຫ້ອງພະລາທິການ ໃນໄລຍະຜ່ານມາ,ຄະນະພັກຄະນະບັນຊາໄດ້ເອົາໃຈໃສ່ໃກ້ຊິດຕິດແທດຊີ້ນໍາ ນໍາພາແຕ່ລະພະແນກວິຊາສະເພາະທີ່ຂຶ້ນກັບຫ້ອງ,​ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງຮັກສາໄດ້ພາລະບົດບາດເສນາພະລາໃຫ້ແກ່ຄະນະພັກຄະນະກອງບັນຊາການ ພ້ອມພຽງກັນຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງຕົນຢ່າງຕັ້ງໜ້າ, ​ປະຕິບັດທຸກມະຕິຄໍາສັ່ງຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ສາມາດຕອບສະ ໜອງໄດ້ບັນດາວັດຖຸອຸປະກອນ ພາຫະນະເຕັກນິກ,​ ເຄື່ອງອຸປະໂພກບໍລິໂພກ, ງົບປະມານເງິນເດືອນ​ໃຫ້ແກ່ກົມກອງຢ່າງພຽງພໍ ແລະ​ ທ່ວງທັນກັບເວລາ.​

ຜົນສໍາເລັດທີ່ພະແນກວິຊາສະເພາະຂອງຫ້ອງພະລາທິການຍາດມາໄດ້ໃນໄລຍະຜ່ານມາ ສະແດງອອກໃນວຽກງານແຜນການການເງິນ​ ໂດຍສະເພາະລາຍຮັບ,​ລາຍຈ່າຍ,​ການຄຸ້ມຄອງລາຍຮັບຜ່ານປະຕູດຽວ,​ວຽກງານກໍ່ສ້າງຊັບສິນແລະທີ່ດິນ,ວຽກງານເຕັກນິກຍຸດໂທ,​ວຽກງານເສ ນາຮັກ,ວຽກງານອຸປະໂພກບໍລິໂພກ ແລະ ວຽກງານຜະລິດທຸລະກິດ.
             

ໂອກາດນີ້, ພົຈວ​ ໜູດີ​ ມີໄຊຍະລາດ​ ໄດ້ຮຽກຮ້ອງໃຫ້ຄະນະພັກຄະນະບັນຊາກອງບັນຊາການ ປກສ​ແຂວງເຊກອງ ​ກໍຄື ຄະນະພັກຄະນະຫ້ອງ ພະລາ ເອົາໃຈໃສ່ຊຸກຍູ້ຕິດຕາມກວດກາການປະຕິບັດໜ້າທີ່ຂອງບັນດາພະແນກການວິຊາສະເພາະຂອງຫ້ອງພະລາ ເພື່ອຮັບປະກັນການຕອບສະໜອງວຽກງານພະລາໃຫ້ທັນເວລາ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.ພ້ອມນັ້ນ, ກໍຕ້ອງສ່ອງແສງລາຍງານຕາມສາຍຕັ້ງ, ສາຍຂວາງໃຫ້ເປັນປົກກະຕິຕໍ່ເນື່ອງ​.