ໃນອາທິດຜ່ານມາ, ພັອ ຄໍາແຮ ກັນທະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ພ້ອມຄະນະໄດ້ລົງເຜີຍແຜ່ແຜນປ້ອງກັນວັນສໍາຄັນຕ່າງໆ ຢູ່ກອງ ບັນຊາການ ປກສ ເມືອງນາໝໍ້ ແຂວງ ອຸດົມໄຊ; ໂດຍມີ ພັທ ບຸນແອງ ສໍສະໝອນ ຫົວໜ້າກອງບັນຊາການ ປກສ ເມືອງນາໝໍ້, ມີຄະນະຮັບຜິດຊອບຈາກແຂວງ, ຄະນະບັນຊາ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ການຸສິນ ພົນສີລາ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ໄດ້ຂຶ້ນຜ່ານແຜນແມ່ບົດປ້ອງກັນກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຕິດພັນກັບແຜນການກະກຽມສະເຫຼີມສະລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ທີ່ຈະມາເຖິງນີ້ເຕັມໄປດ້ວຍເນື້ອໃນ ແລະ ມີບັນຍາກາດຟົດຟື້ນ ແລະ ບັນລຸຜົນເປັນຈິງ; ເພື່ອແນໃສ່ປະຕິບັດບັນດາມະຕິ, ຄໍາສັ່ງຂອງລັດຖະບານ, ຄໍາສັ່ງຂອງກະຊວງປ້ອງກັນຄວາມສະຫງົບ, ຄໍາສັ່ງຂອງເຈົ້າແຂວງວາງອອກ, ຮັບປະກັນເຮັດໃຫ້ແຂວງອຸດົມໄຊ ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເປັນເງື່ອນໄຂເອື້ອອໍານວຍໃຫ້ກອງປະຊຸມ, ງານສໍາຄັນຕ່າງໆຂອງພັກຂອງຊາດ, ງານບຸນປະເພນີທີ່ຈັດຂຶ້ນຢູ່ແຂວງອຸດົມໄຊ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ມີຜົນສໍາເລັດຢ່າງຈົບງາມ, ຮັບປະກັນການເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບ ຢູ່ແຂວງອຸດົມໄຊ ປະຕິບັດຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຢ່າງເຕັມສ່ວນໂດຍສົມທົບແໜ້ນກັບກໍາລັງປ້ອງກັນຊາດໃນການ ສະກັດກັ້ນ ແລະ ແກ້ໄຂບັນຫາເລ່ລ່ຽມກົນອຸບາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີ ກໍຄືເປົ້າໝາຍກໍ່ອາຊະຍາກໍາດ້ານຕ່າງໆ ທີ່ພາໃຫ້ເກີດມີບັນຫາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງຢ່າງຈະແຈ້ງ.

ນອກນີ້, ກໍເພື່ອເປັນການເສີມຂະ ຫຍາຍກໍາລັງແຮງສັງລວມຂອງປວງຊົນເຂົ້າຮ່ວມວຽກງານ ປກຊ-ປກສ ຢ່າງຕັ້ງ ໜ້າ, ສຸມທຸກກໍາລັງແຮງລົງກໍ່ສ້າງຮາກ ຖານການເມືອງຢ່າງແຂງແຮງ ແລະ ການ ປະຕິບັດມະຕິຂອງຄະນະພັກ ແຂວງອຸດົມໄຊ ຄັ້ງທີ IX ກ່ຽວກັບ 4 ໃຈກາງຂອງວຽກງານປ້ອງກັນຄວາມສະຫົງບ.