ຄົ້ນຄວ້າຮັບຮອງເອົາ 78 ຫົວຂໍ້ວິທະຍານິພົນ ປະລິນຍາໂທ ຮຸ່ນທີ 11ວສປ

0
1274

ໃນວັນທີ 25 ພະຈິກ 2020,ສະພາວິທະຍາສາດ ກະຊວງ ປກສ ຈັດກອງປະຊຸມວິທະຍາສາດຄົ້ນຄວ້າຮັບຮອງເອົາ 78 ຫົວຂໍ້ວິທະຍານິພົນປະລິນຍາໂທ ຮຸ່ນທີ 11 ຂອງນັກສຶກສາວິທະຍາຄານສັນຕິບານປະຊາຊົນ (ວສປ ) ແລະ ອາຈານທີ່ປຶກສາ 21 ທ່ານ,ໂດຍການເປັນປະທານຂອງ ພັອ ປອ ມາລາ ວິລະຈິດ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະປະຫວັດສາດ,ຮອງປະທານ,ຜູ້ປະຈໍາການສະພາວິທະຍາສາດປ້ອງກັນຄວາມສະຫງົບ,ມີບັນດາກໍາມະການ, ອາ ຈານທີ່ປຶກສາ,ແຂກຮັບເຊີນແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ມີການປຶກສາຫາລືກັນ, ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃສ່ 78 ຫົວຂໍ້ຢ່າງກົງໄປກົງມາເພື່ອເຮັດໃຫ້ຫໍ້ຂໍ້ວິທະຍານິພົນມີຄວາມຖືກຕ້ອງຕາມຫຼັກການ ແລະ ຮັບຮອງເອົາຢ່າງເປັນເອກະພາບຖືກຕ້ອງຕາມຫຼັກການ.

ໃນໂອກາດນີ້,ພັອ ປອ ມາລາ ວິລະຈິດ ໄດ້ຮຽກຮ້ອງໃຫ້ອາຈານທີ່ປຶກສາ ແລະ ພາກສ່ວນເຂົ້າຮ່ວມ ຈົ່ງພ້ອມກັນຄົ້ນຄວ້າ,ປຶກສາຫາລືປະກອບຄໍາຄິດເຫັນໃສ່ຫົວຂໍ້ວິທະຍານິພົນ ເພື່ອເຮັດໃຫ້ການຈັດຕັ້ງຮັບຮອງເອົາຫົວຂໍ້ວິທະ ຍານິພົນ ແລະ ອາຈານທີ່ປຶກສາຂອງນັກສຶກສາປະລິນຍາໂທ ຮຸ່ນທີ 11 ວິທະຍາຄານສັນຕິບານປະຊາຊົນໃຫ້ຖືກ ຕ້ອງຕາມຂັ້ນຕອນ,ຫຼັກການ ແລະ ມີວິທະຍາສາດ.

ພາບ-ຂ່າວ: ແກ້ວ ອຸເພັດ