ພິທີປະກາດສ້າງຕັ້ງກອງພັນ ແລະ ແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2020, ເປັນປະທານໂດຍ ພົຈວ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການປ້ອງກັນສູນກາງ,ມີຄະນະກອງບັນຊາການ,ຄະນະພັກ-ຄະ ນະບັນຊາ,ຫ້ອງ, ກອງຮ້ອຍ,ໂຮງຮຽນ,ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ສູນເພັງ ສິນທະວອນ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫົງບ ວ່າດ້ວຍການສ້າງຕັ້ງກອງພັນ ໃຫ້ຂຶ້ນກັບກອງບັນຊາການປ້ອງກັນສູນກາງ ມີ 3 ກອງພັນ.ໃນນີ້, ມີກອງພັນປ້ອງກັນຜູ້ນໍາພັກ-ລັດ ປະກອບມີ 1 ສໍານັກງານ, 4 ກອງຮ້ອຍ; ກອງພັນປ້ອງກັນສຳນັກງານ-ອົງການ ປະກອບມີ 1 ສໍານັກງານ, 5 ກອງຮ້ອຍ ແລະ ກອງພັນປ້ອງກັນແຂກຕ່າງປະເທດ, ກອງປະຊຸມ ປະກອບມີ 1 ສໍານັກງານ, 3 ກອງຮ້ອຍຂຶ້ນກັບ.ພ້ອມນີ້, ຍັງໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການປ້ອງກັນສູນກາງ.ໃນນີ້, ແຕ່ງຕັ້ງ ພັທ ຄໍາສູ້ຍ ແກ້ວປະເສີດ ເປັນຫົວໜ້າກອງພັນປ້ອງກັນຜູ້ນຳພັກ-ລັດ ແລະອີກ 3 ທ່ານເປັນຮອງ, ແຕ່ງຕັ້ງ ພັທ ບຸນຈາຍ ຊາຍນິວົງ ເປັນຫົວໜ້າກອງພັນປ້ອງກັນສຳນັກງານ-ອົງການ ແລະ ອີກ 4 ທ່ານເປັນຮອງ, ແຕ່ງຕັ້ງ ພັທ ຄໍາແພງ ແສງບຸນທັນ ເປັນຫົວໜ້າກອງພັນປ້ອງກັນແຂກຕ່າງປະເທດ, ກອງປະຊຸມ ແລະ ອີກ 3 ທ່ານເປັນຮອງ.

ພ້ອມນີ້, ຍັງໄດ້ແຕ່ງຕັ້ງ ບັນດາຫົວໜ້າຫ້ອງ, ຮອງຫ້ອງທີ່ຂຶ້ນກັບກອງບັນຊາການປ້ອງກັນສູນກາງ ແລະ ຂໍ້ຕົກລົງຫົວໜ້າກອງບັນຊາການປ້ອງກັນສູນກາງ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ອ້ອມຂ້າງກອງບັນຊາການປ້ອງກັນສູນກາງ.ໃນນີ້,ໄດ້ແຕ່ງຕັ້ງບັນດາຫົວໜ້າແລະຮອງພະແນກ,ສຳນັກງານ,ກອງຮ້ອຍ,ໝວດ,ໝູ່ທີ່ຂຶ້ນກັບຫ້ອງ,ກອງພັນ ແລະ ໂຮງຮຽນອ້ອມຂ້າງກອງບັນຊາການປ້ອງກັນສູນກາງ ທັງນີ້ກໍເພື່ອເຮັດໃຫ້ລະບົບໂຄງຮ່າງກົງຈັກການຈັດຕັ້ງ ຂອງກອງບັນຊາການປ້ອງກັນສູນກາງ ມີຄວາມເປັນເອກະພາບ, ມີຄວາມຄ່ອງຕົວໃນການຄຸ້ມ ຄອງບັນຊາ ແລະ ເຄື່ອນໄຫວວຽກງານວິຊາສະເພາະໃຫ້ ຖືກຕ້ອງຕາມພາລະບົດບາດ,ໜ້າທີ່,ຂອບເຂດສິດການຈັດຕັ້ງຂອງຕົນ.

ໃນໂອກາດນີ້, ທ່ານຫົວໜ້າກອງບັນຊາການປ້ອງກັນສູນກາງ ໄດ້ຮຽກຮ້ອງໃຫ້ຜູ້ໄດ້ຮັບການແຕ່ງຕັ້ງ ຈົ່ງສືບຕໍ່ປະຕິບັດໜ້າທີ່ວຽກງານໃຫ້ມີຄວາມຈູບຈ້າວຫ້າວຫັນຂຶ້ນກວ່າເກົ່າ, ມີຄວາມເປັນເອກະພາບໃນການຄົ້ນຄວ້າຕັດສິນບັນຫາຕ່າງໆ,ເພີ່ມທະວີແບບແຜນວິທີເຮັດວຽກຢ່າງວິທະຍາສາດ,ແບ່ງຄວາມຮັບຜິດຊອບໃຫ້ຢ່າງລະອຽດ,ມີການສະຫຼູບຖອດຖອນບົດຮຽນຕຳນິສົ່ງຂ່າວເຊິ່ງກັນແລະກັນ,ເອົາໃຈໃສ່ສຶກສາອົບ ຮົມການເມືອງແນວຄິດໃຫ້ພະນັກງານຢ່າງເປັນປະຈຳ,ເຄົາລົບແລະປະຕິບັດລະບຽບຂອງກຳລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ.

ພາບ-ຂ່າວ: ຄຳໂຖ ວັນນະລາດ