ຮອງ ລມຕ ກະຊວງການຕ່າງປະເທດ ພົບປະຢ້ຽມຢາມ ຄະນະອຳນວຍໂຮງຮຽນວັດທະນະທຳ ຫຼັກ 67

0
1236

ໃນອາທິດຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ຄະນະກຳມະທິ ການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ, ພ້ອມຄະນະ ໄດ້ພົບປະຢ້ຽມຢາມຄະນະອຳນວຍໂຮງຮຽນວັນທະນະທຳຫຼັກ 67 ກົມໃຫຍ່ການເມືອງ ປກສ ເພື່ອປະກອບສ່ວນຊຸກຍູ້ໃຫ້ແກ່ວຽກງານການຮຽນ-ການສອນໃຫ້ແກ່ຄູ-ອາຈານ ແລະ ນັກຮຽນໃຫ້ດີຂຶ້ນ,ໂດຍການຕ້ອນຮັບຂອງ ພັທ ທະວີພອນ ຮັກໜໍ່ລາດ ຫົວໜ້າອຳນວຍການໂຮງຮຽນວັດທະນະທຳຫຼັກ 67 ພ້ອມຫົວໜ້າກົມ,ມີຮອງກົມ ແລະ ກະຊວງ ປກສ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ

ພັທ ທະວີພອນ ຮັກໜໍ່ລາວ  ໄດ້ລາຍງານການຮຽນການສອນ ວ່າ: ໂຮງຮຽນວັດທະນະທຳຫຼັກ 67ໄດ້ສ້າງຕັ້ງຂຶ້ນໃນວັນທີ 7 ພະຈິກ 1976 ດ້ວຍທຶນບຸກເບີກ ແລະ ກໍ່ສ້າງຂອງລັດຖະບານລາວ ເພື່ອປະຕິບັດຕາມແຜນການກໍ່ສ້າງພະນັກງານສືບທອດປ່ຽນແທນຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານວິທະຍາສາດ ສ້າງກຳລັງໃຫ້ມີຄວາມເຂັ້ມແຂງແລະທັນສະໄໝ. ນັບແຕ່ມື້ສ້າງຕັ້ງເຖິງປັດຈຸບັນໂຮງຮຽນ ມີອາຍຸ 44 ປີ,ສ້າງນັກຮຽນຈົບຊັ້ນ ມ7 ໄດ້ແລ້ວ ມີ 38 ຮຸ່ນ, ເທົ່າກັບ 4.305 ຄົນ ຍິງ1.327 ຄົນ,ນັກຮຽນຈຳນວນດັ່ງກ່າວແມ່ນໄດ້ຮຽນຈົບຈາກພາຍໃນ ແລະ ຕ່າງປະເທດກາຍເປັນກຳລັງປ້ອງກັນຄວາມສະຫງົບລາວ ກວມ 85% ຫຼາຍຄົນໄດ້ຮັບຕໍາແໜ່ງສູງ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກການຈັດຕັ້ງ ແລະສັບຊ້ອນເຂົ້າໃນຂະແໜງການຕ່າງໆ ເປັນຫົວໜ້າກົມ,ຫົວໜ້າກອງບັນຊາການ, ຫົວໜ້າ ຫ້ອງການ, ໂຮງຮຽນວັດທະນະທໍາ ຫຼັກ 67  ທີ່ສາກົນຮັບຮູ້ ແລະ ໃຫ້ການຊ່ວຍເຫຼືອ.

ທ່ານ ທອງສະຫວັນ ພົມວິຫານ ກ່າວວ່າ: ການພົບປະຄັ້ງນີ້, ເພື່ອເປັນຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ບັ້ນເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຄັ້ງທີ IX, ສະມາຊິກສະພາ ຂັ້ນແຂວງ ຄັ້ງທີ II, ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີ ທີ່ຈະມາເຖິງ ພ້ອມທັງເປັນການສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 70 ປີ ຂອງໂຄງການຮ່ວມມືລາວ-ໄທ ເພື່ອພັດທະນາໂຮງຮຽນວັດທະນະ ທຳຊົນເຜົ່າເດັກກຳພ້າ ຫຼັກ 67 ມີຢູ່ 3 ປະການ ຄື: ສົ່ງເສີມສາຍພົວພັນລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພັດທະນາການຮຽນ-ການສອນຂອງຄູ-ອາຈານແລະນັກຮຽນເດັກກຳພ້າໃຫ້ມີຄຸນນະພາບທີ່ດີ ແລະ ສົ່ງເສີມໃຫ້ນັກຮຽນເດັກກຳພ້າໄດ້ຮັບບໍລິໂພກອາຫານທີ່ຖືກຕ້ອງຕາມຫຼັກໂພຊະນາການ ເພື່ອໃຫ້ເດັກມີສຸຂະພາບສົມບູນແຂງແຮງ.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ພ້ອມຄະນະ ໄດ້ຢ້ຽມຢາມນັກຮຽນ, ຢ້ຽມຊົມຫ້ອງສະໝຸດ ແລະ ການຮຽນ-ການສອນຂອງຄູ-ອາຈານພາຍໃນໂຮງຮຽນວັດທະນະທໍາ ຫຼັກ 67.