ວຕປ ປ້ອງກັນໂຄງຮ່າງວິທະຍານິພົນຂອງນັກສຶກສາປະລິນຍາໂທ ຮຸ່ນທີ XII

0
1109

ໃນວັນທີ 22 ທັນວາ 2020,ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ໄດ້ຈັດພິທີປ້ອງກັນໂຄງຮ່າງວິທະຍານິ ພົນຂອງນັກສຶກສາ ປະລິນຍາໂທ ຮຸ່ນທີ XII,ໂດຍການເປັນປະທານຂອງ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ, ມີອາ ຈານທີ່ປຶກສາ, ພ້ອມດ້ວຍນັກສຶກສາເຂົ້າຮ່ວມ.

ພາຍ ຫຼັງທີ່ສະພາວິທະຍາສາດປ້ອງກັນຄວາມສະຫງົບ ໄດ້ຄົ້ນຄວ້າ ແລະ ຮັບຮອງເອົາ 34 ຫົວຂໍ້ ວິທະຍານິພົນຂອງນັກສຶກສາປະລິນຍາໂທ ຮຸ່ນທີ XII ແລ້ວ ວິທະຍາຄານຕໍາຫຼວດປະຊາຊົນ ກໍໄດ້ປ້ອງກັນໂຄງຮ່າງວິທະຍານິພົນຂອງນັກສຶກສາປະລິນຍາໂທ ຮຸ່ນທີ XII ຈໍານວນ 3 ຫົວຂໍ້ ຄື: ຍົກສູງຄຸນນະພາບວຽກງານສືບສວນຂັ້ນພື້ນ ຖານຂອງ ປກສ ແຂວງໄຊສົມບູນ ປ້ອງກັນໂດຍ ພັທ ວັນມີໄຊ ໄຊຍະວົງສາ; ເພີ່ມທະວີການຄຸ້ມຄອງ,​ບັນຊາວຽກງານຄຸມຂັງດັດສ້າງຢູ່ ປກສ ແຂວງວຽງຈັນ ປ້ອງກັນໂດຍ ພັທ ຄໍາສິງ ຮົ່ມດວງໄຊ; ການກໍ່ສ້າງ ແລະນໍາໃຊ້ພື້ນຖານລັບໃນຄ້າຍຄຸມຂັງ-ດັດສ້າງຂອງ ປກສ ແຂວງຄໍາມ່ວນ ປ້ອງກັນໂດຍ ພັທ ແກ້ວມະນີ ຈິດຕະນາພັນ.

ຜ່ານການປ້ອງໂຄງຮ່າງວິທະຍານິພົນ ແລະ ການຕອບຄຳຖາມເຈາະຈີ້ມ ຄະນະກຳມະການປ້ອງກັນບົດ ສັງເກດເຫັນໄດ້ວ່າ: ນັກສຶກສາແມ່ນໄດ້ເອົາໃຈໃສ່ຄົ້ນຄ້ວາຊອກຫາຂໍ້ມູນເນື້ອໃນ ປະກອບໃສ່ໃນຮ່າງວິທະຍານິພົນ ເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ ສາມາດນຳເອົາບົດຮຽນດັ່ງກ່າວ ປະກອບສ່ວນເຂົ້າໃນໜ້າທີ່ວິຊາສະເພາະໃນກົມກອງໃຫ້ມີປະສິດທິຜົນສູງ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ