ໃນວັນທີ 22 ທັນວາ 2020, ທ່ານນາຍົກລັດຖະມົນຕີ ຖະແຫຼ່ງຂ່າວກ່ຽວກັບການຕ້ານ ແລະ ສະກັດກັ້ນ ການແພ່ລະບາດຂອງ ພະຍາດໂກວິດ-19 ວ່າ:

ພໍ່ແມ່, ພີ່ນ້ອງ ຊາວລາວ ທີ່ເຄົາລົບ ແລະ ຮັກແພງທັງຫຼາຍ,

ມື້ນີ້ ໂດຍຢືນຢູ່ຕໍ່ໜ້າຄວາມທ້າທາຍ ຈາກພະຍາດ ໂກວິດ-19 ໃນທົ່ວໂລກ ກໍ່ຄືປະເທດພວກເຮົາ,     ຂ້າພະເຈົ້າມີຄວາມຈຳເປັນ ທີ່ຕ້ອງໄດ້ອອກມາພົບປະກັບພີ່ນ້ອງຊາວລາວເຮົາອີກຄັ້ງໜຶ່ງດ້ວຍການຖະແຫຼງຜ່ານສື່ມວນຊົນ ເພື່ອສື່ສານເຖິງພີ່ນ້ອງຊາວລາວໃນທົ່ວປະເທດ ຊາບຢ່າງທົ່ວເຖິງກັນໃນສິ່ງທີ່ມີຄວາມສຳຄັນຍິ່ງ ເພື່ອຂໍໃຫ້ທຸກໆຄົນມີສະຕິລະວັງຕົວ ແລະ ໃຫ້ການຮ່ວມມືກັບລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງ ກ່ຽວກັບບັນຫາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ ໂກວິດ-19 ທີ່ອາດຈະເກີດຂຶ້ນຮອບໃໝ່ ໃນປະເທດຂອງພວກເຮົາ.

ມື້ເຊົ້ານີ້ ຂ້າພະເຈົ້າໄດ້ຮຽກປະຊຸມຄະນະສະເພາະກິດ ກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂກວິດ-19 ໃນປະເທດເຮົາຊຶ່ງພວກເຮົາໄດ້ໃຊ້ເວລາຫຼາຍຊົ່ວໂມງ ເພື່ອຄົ້ນຄວ້າ, ວິໄຈ ແລະ ປະເມີນສະຖານະການ ການແຜ່ລະບາດຂອງພະຍາດໂກວິດ-19 ໃນທົ່ວໂລກ, ໃນອາຊຽນ ແລະ ໃນປະເທດໃກ້ຄຽງທີ່ມີຊາຍແດນຕິດກັບປະເທດເຮົາຢ່າງເລິກເຊິ່ງ. ພ້ອມດຽວກັນນັ້ນ, ກໍ່ໄດ້ຕີລາຄາ, ປະເມີນສະຖານະການ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງໂກວິດ-19 ໃນປະເທດເຮົາ ຢ່າງລະອຽດທີ່ຖ້ວນ.

     ກອງປະຊຸມຕີລາຄາຢ່າງຊັດເຈນວ່າ ໃນໄລຍະທີ່ຜ່ານມາ ຢູ່ປະເທດພວກເຮົາສາມາດຄວບຄຸມ, ປ້ອງກັນ ແລະ ແກ້ໄຂ ບັນຫານີ້ໄດ້ດີ,ມີຜູ້ຕິດເຊື້ອສະສົມບໍ່ຫຼາຍ ແລະ ບໍ່ທັນມີຜູ້ເສຍຊີວິດ, ການປີ່ນປົວຜູ້ຕິດເຊື້ອ ກໍ່ມີຜົນສຳເລັດເປັນຢ່າງດີ.

ປັດຈຸບັນ ຍັງມີຜູ້ຕິດເຊື້ອຢູ່ໂຮງໝໍພຽງ 4 ຄົນ ທີ່ກຳລັງສືບຕໍ່ປີ່ນປົວ ໝາຍຄວາມວ່າຈຳນວນຜູ້ຕິດເຊື້ອສະສົມ 41 ຄົນ ສາມາດປີ່ນປົວຫາຍດີແລ້ວ 37 ຄົນ, ນັ້ນເປັນຜົນສຳເລັດອັນໃຫຍ່ຫຼວງ ທີ່ໄດ້ມາຈາກການຮ່ວມແຮງຮ່ວມໃຈ ຂອງປວງຊົນລາວໃນທົ່ວປະເທດ ທີ່ເປັນກໍາລັງໃຈໃຫ້ແກ່ລັດຖະບານ, ຄະນະສະເພາະກິດ ລວມທັງ ພະນັກງານ, ທະຫານ, ຕຳຫຼວດ ທຸກລະດັບ ໂດຍສະເພາະພະນັກງານແພດໝໍຂອງພວກເຮົາ ທີ່ໄດ້ພ້ອມພາກັນເຮັດວຽກຢ່າງທຸ້ມເທ ແລະ ເສຍສະຫຼະ. ສິ່ງສຳຄັນອີກອັນໜຶ່ງ ການສະໜັບສະໜູນຊ່ວຍເຫຼືອຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ   ກໍ່ເປັນກຳລັງແຮງອັນໃຫຍ່ຫຼວງ ໃຫ້ແກ່ຜົນສໍາເລັດດັ່ງທີ່ໄດ້ກ່າວມານັ້ນ. ຂ້າພະເຈົ້າ ຖືວ່າພວກເຮົາມີຜົນສຳເລັດ ແລະ ໄຊຊະນະຮ່ວມກັນ ໃນບັ້ນຮົບທີ່ດຸເດືອດ, ຂ້ຽວຂາດ ຕ້ານກັບສັດຕູໂຕຮ້າຍກາດ ຄື ໂກວິດ-19 ໃນທີ່ຜ່ານມາ. ແຕ່ເຖິງຢ່າງໃດກໍ່ຕາມໃນນາມລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຢາກຂໍແຈ້ງໃຫ້ພໍ່ແມ່ພີ່ນ້ອງຮ່ວມຊາດ ຊາບວ່າ :

 ຖ້າພວກເຮົາເບິ່ງອອກສູ່ໂລກຍັງເຫັນໄດ້ຢ່າງຈະແຈ້ງວ່າ: ໂກວິດ-19 ກໍາລັງເປັນໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົາ ນັບມື້ນັບເພີ່ມຂຶ້ນ, ຊຶ່ງຍັງບໍ່ທັນມີກຳລັງແຮງໃດໆມາສະກັດກັ້ນໄດ້ເທື່ອ ຄາດຄະເນວ່າອີກສອງ, ສາມວັນຂ້າງໜ້າ ຈະມີຜູ້ຕິດເຊື້ອສະສົມເຖິງ 80 ລ້ານຄົນ, ຜູ້ເສຍຊີວິດກໍ່ອາດຈະເພີ່ມຂຶ້ນເຖິງ 2 ລ້ານຄົນ ໃນທົ່ວໂລກ. ສິ່ງທີ່ເປັນອັນ ຕະລາຍຍິ່ງໄປກວ່ານັ້ນ ໄດ້ຮັບຂໍ້ມູນຈາກນັກວິທະຍາສາດການແພດໃນໂລກໃຫ້ຮູ້ວ່າ ໂກວິດ-19 ໄດ້ມີການກາຍພັນເປັນພັນທີ່ຮ້າຍແຮງຂຶ້ນກວ່າເກົ່າ, ການແຜ່ເຊື້ອຈະມີຄວາມໄວຂຶ້ນ ແລະ ສະລັບສັບຊ້ອນກວ່າສາຍພັນເດີມ ການກວດເຫັນຜູ້ຕິດເຊື້ອປັດຈຸບັນນີ້ສ່ວນຫຼາຍບໍ່ມີອາການ ເຊິ່ງເຮັດໃຫ້ການປ້ອງກັນ, ຄວບຄຸມ ຍິ່ງເພີ່ມຄວາມຫຍຸ້ງຍາກສັບສົນ ຂຶ້ນຕື່ມ.

ສິ່ງທີ່ເວົ້າມາຂ້າງເທິງນັ້ນ, ກໍ່ໄດ້ເກີດຂຶ້ນຢູ່ບາງປະເທດເພື່ອນບ້ານ ທີ່ມີຊາຍແດນຕິດກັບປະເທດເຮົາແລ້ວ ດັ່ງທີ່ເປັນຂ່າວໄປນັ້ນ. ດັ່ງນັ້ນ, ມັນຮຽກຮ້ອງໃຫ້ພວກເຮົາ ຕ້ອງເພີ່ມສະຕິລະວັງຕົວໃຫ້ສູງກວ່າເກົ່າ ແລະ ສູງກວ່າທີ່ເປັນຢູ່ໃນປັດຈຸບັນ ເພື່ອພວກເຮົາໄດ້ສ້າງກໍາລັງແຮງທຸກດ້ານສຳລັບຮັບມືກັບໄພອັນຕະລາຍນີ້ຢ່າງຈິງຈັງ. ບໍ່ດັ່ງນັ້ນ, ໂກວິດ-19 ຈະສາມາດກັບມາປະເທດເຮົາຮອບໃໝ່ ຊຶ່ງຈະຮ້າຍແຮງກວ່າເກົ່າ ແລະ ເຮັດໃຫ້ການຄວບຄຸມຈະພົບກັບຄວາມສ່ຽງໃຫຍ່ສຳລັບປະເທດ ແລະ ປະຊາຊົນເຮົາ. ຂ້າພະເຈົ້າ ມີຄຳແນະນຳພາກສ່ວນກ່ຽວຂ້ອງ ແລະ ຂໍຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງລາວ ທຸກໆຄົນດັ່ງຕໍ່ໄປນີ້ :

1.    ໃຫ້ຄະນະສະເພາະກິດ ທົບທວນຄືນຄຳສັ່ງສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ແລະ  ທົບທວນຄືນເບິ່ງວ່າ ບັນດາມາດຕະການຜ່ອນຜັນຈາກຄໍາສັ່ງເລກທີ 06/ນຍ ນັ້ນ, ຈະກັບມາໃຊ້ອັນໃດ ແລະ ຈະມີມາດຕະການເພີ່ມເຕີມອັນໃດແດ່ ເພື່ອຮັບມືກັບສະພາບການໃໝ່. ຖ້າມີມາດຕະການໃໝ່ອອກມາ ຂ້າພະເຈົ້າ ຂໍໃຫ້ມີການສະໜັບສະໜູນຮ່ວມມື ໃນການປະຕິບັດຂອງທຸກໆຄົນ;

2.    ສິ່ງທີ່ຈະຕ້ອງປະຕິບັດໂລດ ນັບແຕ່ມື້ນີ້ເປັນຕົ້ນໄປແມ່ນ :

–     ໂຈະການອະນຸຍາດໃຫ້ພົນລະເມືອງ ຢູ່ບັນດາປະເທດທີ່ມີການລະບາດໃນຊຸມຊົນຂອງ ໂກວິດ-19 ເຂົ້າປະ ເທດເຮົາ;

–     ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ;

–     ສືບຕໍ່ຢຸດຕິການເປີດໃຫ້ມີຖ້ຽວບິນເໝົາລໍາ ໄປ-ມາ ຈາກຕ່າງປະເທດໃນໄລຍະນີ້, ນອກຈາກກໍລະນີຈຳ ເປັນ ແທ້ໆ, ແຕ່ຕ້ອງໄດ້ຂໍອະນຸຍາດທຸກໆຄັ້ງ;

–     ໃຫ້ສືບຕໍ່ກະກຽມສະຖານທີ່ກັກກັນຊົ່ວຄາວ ໃຫ້ມີມາດຕະຖານທີ່ດີກວ່າເກົ່າ ແລະ ຫຼາຍກວ່າເກົ່າ;

–     ກຽມເພີ່ມສະຖານທີ່, ຢາ, ອຸປະກອນຕ່າງໆ ເພື່ອຮັບໃຊ້ການປີ່ນປົວຜູ້ຕິດເຊື້ອໂກວິດ-19 ແລະ ໃຫ້ຄາດຄະ ເນລ່ວງໜ້າໃຫ້ເໝາະສົມ ເພື່ອຮັບມືເມື່ອມີເຫດສຸກເສີນ ແລະ ກໍລະນີ ມີຜູ້ຕິດເຊື້ອຂະຫຍາຍກວ້າງ ແລະ ໄວ;

–     ກະກຽມກ່ຽວກັບການຮັບເອົາການຊ່ວຍເຫຼືອຢາວັກຊີນຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ເຊັນຮ່ວມກັນມາແລ້ວ ເພື່ອນໍາວັກຊີນມາສັກໃຫ້ປະຊາຊົນ, ກ່ອນອື່ນແມ່ນບັນດາກຸ່ມເປົ້າໝາຍສ່ຽງໃຫ້ໄດ້ໄວເທົ່າທີ່ຈະໄວໄດ້;

–     ໃຫ້ກຽມງົບປະມານເພື່ອສັ່ງຢາວັກຊີນຕື່ມອີກ ເພື່ອໃຫ້ປະຊາຊົນລາວໄດ້ຮັບການສັກຢ່າງເໝາະສົມ ໃນເວລາອັນຄວນ;

– ຂໍຮຽກຮ້ອງໃຫ້ປະຊາຊົນທຸກຄົນ ປະຕິບັດໄລຍະຫ່າງ, ບໍ່ສຳພັດມືໃນເວລາພົບກັນ (ໃຫ້ໃຊ້ການຍົກມືນົບທັກທາຍຕາມປະເພນີລາວເຮົາ, ຊຶ່ງທັງງົດງາມ ແລະ ປອດໄພ); ໃຫ້ທຸກໆຄົນໃຊ້ຜ້າອັດປາກ-ອັດດັງ ໃນເວລາຢູ່ໃນຊຸມຊົນ, ໃນເວລາອອກຈາກເຮືອນ ໄປ-ມາ ຢ່າງເຄັ່ງຄັດ;

–     ຍ້ອນໄລຍະນີ້ຢູ່ປະເທດເຮົາພວມມີວັນສຳຄັນຂອງພັກ ແລະ ຂອງຊາດຫຼາຍ, ຈຶ່ງຂໍໃຫ້ທຸກຄົນ ຈົ່ງປະຕິບັດໄລ ຍະຫ່າງ ແລະ ໃສ່ຜ້າອັດປາກ-ອັດດັງ ຢ່າງເຄັ່ງຄັດ, ລ້າງມື, ສີດຢາຂ້າເຊື້ອທຸກໆຄັ້ງໃຫ້ທຸກໆຄົນກ່ອນເຂົ້າຮ່ວມງານຕ່າງໆ;

–     ຈຳກັດງານດອງ ໃຫ້ກະທັດຮັດ, ບໍ່ອະນຸຍາດໃຫ້ຈັດງານຄອນເສີດ, ງານລາຕີສະໂມສອນ… ຮຽກຮ້ອງບໍ່ໃຫ້ມີການຈັດງານສະຫຼອງປີໃໝ່ສາກົນ ທີ່ຈັດເປັນງານໃຫຍ່, ຂໍໃຫ້ສະຫຼອງຢູ່ກັບເຮືອນພາຍໃນຄອບຄົວຂອງໃຜລາວ, ຊຶ່ງຖືວ່າມີຄວາມອົບອຸ່ນກວ່າ ແລະ ປອດໄພກວ່າ.

3.    ນອກຈາກທີ່ຂ້າພະເຈົ້າສະເໜີມານີ້, ທາງຄະນະສະເພາະກິດ ຈະມີການແນະນໍາມາດຕະການລະອຽດ ຂອງແຕ່ລະໄລຍະ ຂໍໃຫ້ທຸກຄົນຕິດຕາມ ແລະ ປະຕິບັດຕາມມາດຕະການຕ່າງໆ ທີ່ສື່ມວນຊົນໄດ້ອອກລາຍການເປັນປະຈຳທຸກໆມື້ນັ້ນ ໃຫ້ເປັນຄວາມຊີນເຄີຍທີ່ຕ້ອງປະຕິບັດຢູ່ເລື້ອຍໆ…

ຂ້າພະເຈົ້າຫວັງວ່າ ຄຳເຫັນ, ຄຳສະເໜີຂອງຂ້າພະເຈົ້າມື້ນີ້ ຈະເປັນການສ້າງຄະຕິເຕືອນໃຈໃຫ້ທຸກຄົນພາຍໃນຊາດ ລວມທັງຊາວຕ່າງປະເທດທີ່ດຳລົງຊີວິດ ຢູ່ ສປປ ລາວ ໃຫ້ເປັນເອກະພາບກັນ ແລະ ຖືຄຳຂວັນທີ່ວ່າ ຮ່ວມແຮງຮ່ວມໃຈສູ້ໄພ ໂກວິດ    ໃຫ້ກາຍເປັນພາກປະຕິບັດທີ່ແທ້ຈິງ.

ຂໍອວຍພອນປີໃໝ່ສາກົນ 2021 ຂໍໃຫ້ທຸກໆຄົນ ຈົ່ງມີສຸຂະພາບ, ມີຄວາມສຸກ ປະສະຈາກໂລກໄພໄຂ້ເຈັບ ແລະ ປະສະຈາກ ໂກວິດ-19.

(ຂໍຂອບໃຈ)