ໃນວັນທີ 22 ທັນວາ 2020, ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະ ຊາຊົນ ປະຕິວັດລາວ ໄດ້ຖະແຫຼ່ງຂ່າວ ກ່ຽວກັບການຈັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ຕໍ່ສື່ມວນຊົນວ່າ: ກອງປະ ຊຸມດັ່ງກ່າວຈະຈັດຂຶ້ນໃນລະຫວ່າງວັນທີ 24-25 ທັນວາ 2020.

ສະຫາຍ ອາລຸນໄຊ ສູນນະລາດ ກ່າວວ່າ: ປັດຈຸບັນ,ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ແມ່ນໄດ້ມີຄວາມພ້ອມ ທີ່ຈະດໍາເນີນກອງຄັ້ງນີ້100%ໃນແຕ່ລະດ້ານ,ໃນກອງປະຊຸມ ຈະໄດ້ຮັບຟັງການສະເໜີຜ່ານບົດລາຍງານການເມືອງ ເຊິ່ງໄດ້ສະຫຼຸບຕີລາຄາການຈັດຕັ້ງປະ ຕິບັດວຽກງານຊາວໜຸ່ມ-ເຍົາວະຊົນ ໃນ 5 ປີຜ່ານມາ.ໃນນີ້, ແມ່ນຈະໄດ້ຕີລາຄາເຖິງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ເປັນຕົ້ນ ດ້ານການເມືອງແນວຄິດ, ການປັບປຸງການຈັດຕັ້ງຂອງຊາວໜຸ່ມ-ເຍົາວະຊົນເຂົ້າສູ່ຂະບວນການຕ່າງໆທັງປົກປ້ອງສິດ ແລະ ຜົນປະ ໂຫຍດຂອງຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ, ຕີລາຄາຄືນວຽກງານການປະກອບສ່ວນຂອງຊາວໜຸ່ມໃນໄລຍະຜ່ານມາ ໃນວຽກງານ ປກຊ-ປກສ, ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ວຽກງານສົ່ງເສີມ ແລະ ພັດທະນາວິຊາຊີບ ການສ້າງວຽກເຮັດງານທໍາຂອງຊາວ ໜຸ່ມ, ການຫັນລົງຮາກຖານ, ການປະຕິບັດທິດນໍາ 3 ສ້າງຂອງພັກ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມພິເສດ ແມ່ນຂະບວນການຂອງຊາວໜຸ່ມຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນຊາວໜຸ່ມອາສາສະໝັກຕ້ານໄພພິບັດທາງທໍາມະຊາດ, ການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ແລະຂະບວນການອື່ນ, ສິ່ງສໍາຄັນ ສຊປລ ໄດ້ເອົາໃຈໃສ່ໃນການຂົນຂວາຍ ແລະ ສ້າງຕັ້ງສະຫະພັນຊາວໜຸ່ມຂຶ້ນໃນເດືອນ ສິງຫາ 2020 ແລະ ຊີ້ນໍາການສ້າງວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມຂຶ້ນ ຢູ່ທີ່ບ້ານດົງໝາກຄາຍໄດ້ສໍາເລັດ100% ແລະ ໄດ້ຈັດພິທີມອບ-ຮັບໃນກາງເດືອນທັນວາ 2020.

ພ້ອມນີ້, ຈະຍັງໄດ້ຮັບຟັງການຜ່ານທິດທາງແຜນການ,ແຜນພັດທະນາຊາວໜຸ່ມ-ເຍົາວະຊົນໃນ 5 ປີຕໍ່ໜ້າ,ການສະເໜີຜ່ານບົດສໍາຫຼວດຂອງຄະນະບໍລິຫານງານຊາວໜຸ່ມ ສະໄໝທີ VII ແລະ ຜ່ານມະຕິຂອງກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີVIII ແລະ ຜູ້ແທນສົມ ບູນ ຍັງຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສຊປລ ສະໄໝທີ VIII.

ພາບ-ຂ່າວ: ແກ້ວ ອຸເພັດ