ປາຖະກະຖາມູນເຊື້ອວັນສ້າງຕັ້ງກຳລັງສື່ສານ ປກສ ຄົບຮອບ 54 ປີ

0
1493

ວັນທີ 7 ມັງກອນ ຜ່ານມາ, ກົມສື່ສານ ກະຊວງ ປກສ ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກຳລັງສື່ສານ ປ້ອງກັນຄວາມສະຫງົບ ຄົບ ຮອບ 54 ປີ (11 ມັງກອນ 1967-11 ມັງກອນ 2021),ປາຖະກະຖາໂດຍ ພັອ ແສງປະເສີດ ສຸທໍາມະວົງ ຫົວໜ້າກົມສື່ສານ, ມີບັນດາຄະນະພັກ,ຄະນະບັນຊາ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ພັອ ແສງປະເສີດ ສຸທໍາມະວົງ ໄດ້ຍົກໃຫ້ເຫັນຄວາມເຕີມໃຫຍ່ຂະຫຍາຍຕົວຂອງກຳລັງສື່ສານ ວ່າ: ພາຍຫຼັງກຳເນີດກຳລັງປ້ອງກັນຄວາມສະ ຫງົບ ປະຊາຊົນລາວ ຂຶ້ນໃນປີ 1961 ຢູ່ຄັງໄຂ ເມືອງແປກ ແຂວງຊຽງຂວາງ ໃນສະພາບການທີ່ປະເທດພວມປະເຊີນກັບພວກລ່າເມືອງຂຶ້ນແບບໃໝ່ ແລະ ດ້ວຍຄວາມຈໍາເປັນໃນການຕິດ ຕໍ່ສື່ສານຮັບໃຊ້ໃຫ້ແກ່ການນຳຄະນະສັນຕິລາດ ຈຶ່ງຕົກລົງສ້າງຕັ້ງຈຸງານສື່ສານຂຶ້ນໃນວັນທີ 11 ມັງກອນ1967 ເພື່ອເຮັດໜ້າທີ່ໃນການປ້ອງກັນກອງປະຊຸມເສດຖະກິດ ຢູ່ຖໍ້າບ້ານເມືອງງ່າ ເມືອງວຽງໄຊ ແຂວງຫົວພັນ,ໄລຍະຕໍ່ມາ ກຳ ລັງສື່ສານ ກໍໄດ້ແຍກອອກຈາກປ້ອງກັນໃກ້ສິດ ມາເປັນກອງຮ້ອຍສື່ສານ ແລະ ກໍາລັງດັ່ງກ່າວ ກໍໄດ້ເຕີມໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ; ພາຍຫຼັງ ປະເທດໄດ້ຮັບການສະຖາປະນາໃນປີ 1975 ກຳລັງສື່ສານປ້ອງກັນຄວາມສະຫງົບ ກໍໄດ້ຍ້າຍມາຢູ່ນະຄອນຫຼວງວຽງຈັນ,ຈົນມາ ຮອດປີ 1978 ລັດຖະມົນຕີກະຊວງພາຍໃນ ກໍຄື ກະຊວງ ປກສ ໃນປັດຈຸບັນ ໄດ້ສ້າງຕັ້ງໃຫ້ເປັນກົມສື່ສານ; ຫຼັງຈາກນັ້ນ,ກົມສື່ສານ ກໍຮັບພາລະກິດອັນໜັກໜ່ວງເພີ່ມຕື່ມອີກເປັນຫຼາຍເທົ່າຕົວ ໃນການເຮັດໜ້າທີ່ຕິດຕໍ່ສື່ສານໃຫ້ແກ່ການນໍາກະຊວງ ປກສ, ແຕ່ກໍສາມາດ ຜ່ານຜ່າ ແລະປະຕິບັດໜ້າທີ່ຢ່າງມີຜົນສໍາເລັດໃນທຸກໆພາລະກິດທີ່ການນໍາ ກະຊວງມອບໝາຍໃຫ້; ດ້ວຍຄວາມເຕີບຂະຫຍາຍຕົວຄືແນວນັ້ນ ກະ ຊວງ ປກສ ຈຶ່ງຕົກລົງເອົາວັນທີ 11 ມັງກອນ 1967 ເປັນວັນສ້າງຕັ້ງກຳລັງສື່ສານ ຢ່າງເປັນທາງການ.

ໂອກາດດຽວກັນນີ້, ກົມສື່ສານ ຍັງໄດ້ເຜີຍແຜ່ດຳລັດຂອງລັດຖະບານ ສະບັບເລກທີ 517/ລບ, ລົງວັນທີ 29 ກັນຍາ 2020 ວ່າດ້ວຍວຽກ ງານປ້ອງກັນສູນກາງ ແລະ ເຜີຍແຜ່ຂໍ້ຕົກລົງຂອງກະຊວງ ປກສ ສະບັບເລກທີ 2065/ປກສ,ລົງວັນທີ 12 ຕຸລາ 2020 ວ່າດ້ວຍການປະຕິ ບັດນະໂຍບາຍຕໍ່ກຳລັງປ້ອງກັນຄວາມສະຫງົບ; ເຜີຍແຜ່ເອກະສານໂດຍ ພັອ ບົວຜັນ ສີສະຫວັດ ແລະ ພັທ ວັນນະຄອນ ໄພໂລດ ຮອງຫົວ ໜ້າກົມສື່ສານ.

ພາບຽຂ່າວ: ຈັນສະໝອນ ໝື່ນສີ