ປາຖະກະຖາ ວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ຄົບຮອບ 27 ປີ

0
942

ພິທີປາຖະກະຖາວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ປກສ ຄົບຮອບ 27 ປີ (10 ມັງກອນ1994 -10 ມັງກອນ 2021) ໄດ້ຈັດຂຶ້ນໃນວັນທີ 8 ມັງກອນ 2021,ປະຖະກະຖາໂດຍ ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າ ກອງບັນຊາການປ້ອງກັນທີ່ຕັ້ງ,ມີຄະນະກອງບັນຊາການ, ກອງພັນ, ພ້ອມດ້ວຍແຂກຮັບເຊີນ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ພົຈວ ໄຊສີ ແກ້ວສະຫງ່າ ກ່າວວ່າ:ກອງບັນຊາການປ້ອງກັນທີ່ຕັ້ງມີປະຫວັດການກຳເນີດເຕີບໃຫຍ່ຂະຫຍາຍຕົວມາເປັນເວລາຍາວນານໂດຍ ສືບທອດພາລະກິດອັນໃຫຍ່ຫຼວງ ແລະ ມີກຽດສະຫງ່າຂອງພັກມາຈາກກອງພັນ15 ກອງທັບປົດປ່ອຍປະຊາຊົນລາວທີ່ປະຈໍາຢູ່ສະໜາມຮົບນາດູ່, ນາແສ, ຄໍາແພ, ຄໍາເຟືອງ ແຂວງຄໍາມ່ວນ ເຮັດໜ້າທີ່ບຸກຕີແນວຫຼັງຂອງສັດຕູ ເພື່ອຕັດກຳລັງແລະທ່ວງດຶງສັດຕູບໍ່ໃຫ້ໄປຊ່ວຍ ບັ້ນຮົບອື່ນ, ສາມາດຍິງຍົນສັດຕູຕົກຫຼາຍລໍາ ແລະ ໄດ້ຮັບໄຊຊະນະຫຼາຍບັ້ນຮົບ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໂດຍປະຕິບັດຄໍາສັ່ງຂອງສູນກາງແນວລາວສ້າງຊາດ,ກອງບັນຊາການທະຫານສູງສຸດ ກອງທັບປົດປ່ອຍປະຊາຊົນລາວ ໃນລະຫວ່າງປີ 1971-1972 ກອງພັນ15 ຈຶ່ງໄດ້ກະກຽມແລະເຄື່ອນຍ້າຍ ຈາກແຂວງຄໍາມ່ວນ ຂຶ້ນໄປເຕົ້າໂຮມຢູ່ເມືອງຊໍາເໜືອ ແຂວງຫົວພັນ.

ຫຼັງຈາກນັ້ນ, ພະນັກງານນັກຮົບ ໄດ້ຖືກຄັດເລືອກເຂົ້າຝຶກອົບຮົມວຽກງານວິຊາສະເພາະ,ສິລະປະຍຸດ, ຍຸດທະວິທີ,ມາຮອດວັນທີ 22 ກຸມພາ 1973 ສູນກາງພັກໄດ້ຕົກລົງເອົາກໍາລັງເຂົ້າປະສົມ2 ຕົວເມືອງເປັນກາງ (ວຽງຈັນ ແລະ ຫຼວງພະບາງ) ເພື່ອປົກປັກຮັກສາລັດຖະບານປະສົມຊົ່ວຄາວ, ຄະນະມົນຕີປະສົມການເມືອງແຫ່ງຊາດ ແລະ ຜູ້ນໍາການປະຕິວັດ. ດັ່ງນັ້ນ, ຂັ້ນເທິງ ຈຶ່ງໄດ້ຕົກລົງປ່ຽນຊື່ຈາກກອງພັນ15 ກອງທັບປົດປ່ອຍປະຊາຊົນລາວ ມາເປັນກອງພັນຕໍາຫຼວດ206 ມີໜ້າທີ່ປ້ອງກັນສໍານັກງານຜູ້ຕາງໜ້າແນວລາວຮັກຊາດ,ອົງການຈັດຕັ້ງ ແລະ ເຮືອນ ພັກຂອງ ບັນດາຜູ້ນຳການປະຕິວັດຢູ່ວຽງຈັນ.

ຫຼັງຈາກປະເທດຊາດ ໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊົນລາວ ໃນວັນທີ 2 ທັນວາ 1975. ຕໍ່ມາ ນາຍົກລັດຖະມົນຕີ ໄດ້ອອກດຳລັດສະບັບເລກທີ 03/ນຍ, ລົງວັນທີ 10 ມັງກອນ 1994 ສ້າງຕັ້ງກອງບັນຊາການຕໍາຫຼວດປະກອບອາວຸດຂຶ້ນຢ່າງເປັນທາງການ ຈົນເຖິງວັນທີ 12 ສິງຫາ 2002 ກອງບັນຊາການຕໍາຫຼວດປະກອບອາວຸດໄດ້ປ່ຽນຊື່ມາເປັນກອງບັນ ຊາການປ້ອງກັນທີ່ຕັ້ງ ຈົນເຖິງປັດຈຸບັນ.

ພາບ-ຂ່າວ: ຈັນສະຫໝອນ ໝື່ສີ