ໂຮງຮຽນທິດສະດີການເມືອງປກສ ເປີດຮຽນຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XIII

0
1289

ໃນວັນທີ 20 ມັງກອນ 2021, ໂຮງຮຽນທິດສະດີການເມືອງ ປກສ (ຮທມ) ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເປີດຊຸດຮຽນທິດສະດີການເມືອງຊັ້ນສູງ ລະບົບເລັ່ງລັດ5 ເດືອນ ຮຸ່ນທີ XIII, ເປັນປະທານໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະອໍານວຍການ, ພ້ອມດ້ວຍຄູອາຈານ, ແຂກຮັບເຊີນແລະນັກສຶກສາເຂົ້າຮ່ວມ.

ພັທ ຄໍາແວ່ນ ສີຫາລາດ ຮອງຫົວໜ້າອໍານວຍການ ຮທມ ໄດ້ຂຶ້ນຜ່ານແຜນການຮຽນ ການສອນທິດສະດີການເມືອງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XIII ສົກຮຽນ 2021 ໃຫ້ຮູ້ວ່າ: ນັກສຶກສາລະບົບດັ່ງກ່າວ ຈໍານວນ 60 ສະຫາຍ ຍິງ 7 ສະຫາຍ, ມາຈາກກົມກອງອ້ອມຂ້າງກະຊວງ ປກສ 26 ສະຫາຍ ຍິງ 4 ສະຫາຍ, ປກສ ແຂວງ,ນະຄອນຫຼວງ 22 ສະຫາຍ ຍິງ1 ສະຫາຍ,ກະຊວງປ້ອງກັນປະເທດ 2 ສະຫາຍ, ສານປະຊາ ຊົນສູງສຸດ 6 ສະຫາຍ, ອົງການໄອຍະການປະຊາຊົນສູງສຸດ 4 ສະຫາຍ ຍິງ 2 ສະຫາຍ, ຫຼັກສູດລະບົບດັ່ງກ່າວ ປະກອບມີ 5 ວິຊາ ຄື: ວິຊາ ປັດຊະຍາ, ວິຊາເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ,ວຽກງານພັກ-ວຽກງານການເມືອງ, ກົດໝາຍ ແລະ ການປົກຄອງ, ລວມມີ 65 ບົດ, ມີ 714 ຊົ່ວໂມງ, ຮຽນຕົວຈິງ 288 ຊົ່ວໂມງ, ລາຍງານເພີ່ມ 23 ຊົ່ວໂມງ, ສໍາມະນາ 75 ຊົ່ວໂມງ, ໄປທັດສະນະ 28 ຊົ່ວ ໂມງ, ແກ້ໄຂຂໍ້ຂ້ອງໃຈ 38 ຊົ່ວໂມງ, ສອບເສັງ 31 ຊົ່ວໂມງ, ປ້ອງກັນໂຄງຮ່າງບົດຈົບຊັ້ນ 7 ຊົ່ວໂມງ, ຂຽນບົດຈົບຊັ້ນ 80 ຊົ່ວໂມງ, ເວລາສໍາຮອງ 93 ຊົ່ວໂມງ, ປ້ອງກັນບົດຈົບຊັ້ນ 7 ຊົ່ວໂມງ ແລະ ເວລາເປີດ-ປິດ 14 ຊົ່ວໂມງ.

ຈຸດປະສົງການເປີດຊຸດຮຽນຄັ້ງນີ້, ກໍເພື່ອແນໃສ່ຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈກ່ຽວກັບຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ, ແນວຄິດປະທານໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ທິດສະດີວິທະຍາສາດອື່ນໆ ທີ່ກ້າວໜ້າຢ່າງເປັນລະບົບໃຫ້ພະນັກງານຂັ້ນນໍາພາບັນຊາຢູ່ບັນດາກົມກອງອ້ອມຂ້າງກະຊວງ ແລະ ຢູ່ທ້ອງຖິ່ນໃນທົ່ວປະເທດໃຫ້ມີລະດັບທິດ ສະດີການເມືອງຢ່າງເປັນລະບົບ,ແນໃສ່ປັບປຸງດ້ານ ຄຸນທາດການເມືອງ,ແນວຄິດ,ຄຸນສົມບັດສິນທໍາປະຕິວັດ,ທັດສະນະຫຼັກໝັ້ນຊົນຊັ້ນແບບ ແຜນວິທີນໍາພາບັນຊາ, ແນໃສ່ສ້າງພະນັກງານຂັ້ນນໍາພາບັນຊາ,ພະນັກງານສືບທອດປ່ຽນແທນ ຢູ່ບັນດາກົມກອງອ້ອມຂ້າງກະຊວງ ແລະ ຢູ່ກົມກອງທ້ອງຖິ່ນໃນທົ່ວປະເທດ.

ພາບ-ຂ່າວ: ແກ້ວ ອຸເພັດ