ຄະນະພັກ ກອງບັນຊາການປ້ອງກັນເຄື່ອນທີ່ ສະຫຼຸບການເຄື່ອນໄຫວວຽກງານ ປະຈຳໄຕມາດ IV

0
1198

ວັນທີ 21 ມັງກອນ 2021, ຄະນະພັກກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວຊີ້ນຳ-ນຳພາວຽກງານ ປະຈຳໄຕມາດ IV ປີ 2020, ເປັນປະທານໂດຍ ສະຫາຍ ພົຈວ ຈັນສະແຫວງ ທິບຄູນທອງ ເລຂາຄະນະພັກກອງບັນ ຊາການ ປທ, ມີບັນ ດາຄະນະພັກ-ຄະນະບັນຊາ ແລະ ສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.

ສະຫາຍ ພັອ ໄຊສຸວັນ ພັນທະສຸກ ປະທານກວດກາ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ກ່າວວ່າ:  ຄະນະພັກໄດ້ຖືເອົາຄວາມສຳຄັນວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານນັກຮົບຢ່າງເປັນລະບົບ ແລະເຂົ້າສູ່ລວງເລີກໃນການກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ແລະ ເຕີບໃຫຍ່ເຂັ້ມແຂງ ມີຄວາມສາມະຄີເປັນເອກະພາບບົນພື້ນຖານແນວທາງ ແລະ ຫຼັກການຂອງພັກ, ການຂະຫຍາຍພັກປະຕິບັດຕາມກົດລະບຽບພັກ ຖືເອົາຄຸນະພາບເປັນກົກ, ເອົາໃຈໃສ່ການສ້າງ ແລະ ຕັດເລຶອກເອົາມະຫາຊົນທີ່ກ້າວໜ້າ, ຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ເພື່ອຂະຫຍາຍເຂົ້າພັກ, ຫຼີກເວັ້ນແນວຄິດໃນຕົວການຂະຫຍາຍທີ່ເຫັນແກ່ພັກພວກ, ຄົນເຈົ້າຄົນຂ້ອຍ ແລະບັນຫາອື່ນໆ.

ສະແດງອອກໄດ້ຊີ້ນຳ-ນຳພາຈັດແບ່ງປະເພດໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ສໍາເລັດ ປະເພດແຂງ 811 ສະຫາຍ ຍິງ 88 ສະຫາຍ,ປະເພດກາງ 30 ສະຫາຍ ຍີງ 6 ສະຫາຍ ແລະ ປະເພດອ່ອນ 4 ສະຫາຍ, ຍິງ 6 ສະຫາຍໄດ້ອະນຸມັດມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກພັກສໍາຮອງ 18 ສະຫາຍ ຍິງ 3 ສະຫາຍ, ເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສົມບູນ 7 ສະຫາຍ ຍິງ 1 ສະຫາຍ, ໄດ້ຮັບການອະນຸມັດບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ປະທານກວດກາພັກ ຄະນະໜ່ວຍພັກ ຢູ່ບັນດາຮາກຖານພັກ ທີ່ຍັງວ່າງສຳເລັດ.ນອກນັ້ນໄດ້ຮຽນເອກະສານສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ຈຳນວນ 71 ສະຫາຍ ຍິງ 9 ສະຫາຍ ແລະ ຮຽນເອກະສານກົດລະບຽບພັກໃຫ້ມະ ຫາຊົນກ້າວໜ້າ ຈຳນວນ 17 ສະຫາຍ ຍິງ 3 ສະຫາຍ.

ໃນກອງປະຊຸມ,ໄດ້ຜ່ານມະຕິຕົກລົງຂອງອົງຄະນະພັກ ກອງບັນຊາການປ້ອງກັນເຄື່ອນທີ່ ວ່າດ້ວຍການອະນຸດມັດຮັບຮອງເລຂາ,ຮອງເລຂາ, ປະທານກວດກາ ແລະ ຜູ້ກວດກາພັກຮາກຖານພັກ ທີ່ຂຶ້ນກັບອົງຄະນະພັກກອງບັນຊາການປ້ອງກັນເຄື່ອນທີ່ ອອກມະຕິລົງ ຄະນະພັກຮາກ ຖານຫ້ອງພາລະທິການ, ໜ່ວຍພັກຮາກຖານ ກອງພັນສະຫຼາຍການປະທ້ວງ (133), ໜ່ວຍພັກຮາກຖານ ກອງພັກກຽດຕິຍົດ ແລະ ສາຍກວດ (135) ແລະ ໜ່ວຍພັກຮາກຖານ ກອງຮ້ອຍສືບຂ່າວ (137).

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ