ໃນອາທິດຜ່ານມາ, ກອງພັນ 609 ທະຫານແຂວງໄຊຍະບູລີ ໄດ້ຈັດຕັ້ງເຊື່ອມຊຶມເອກະສານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະມາຊິກພາປະຊາຊົນແຂວງ ຊຸດທີ II; ໂດຍການເຂົ້າຮ່ວມຂອງ ສະຫາຍ ພັທ ວິໄລສັກ ຄຳອ່ອນ ຮອງຫົວໜ້າຫ້ອງເຕັກນິກ, ກອງບັນຊາການທະຫານແຂວງໄຊຍະບູລີ, ອະນຸກຳມະການຊິ້ນຳການເລືອກຕັ້ງໜ່ວຍທີ 2 ກອງບັນຊາການທະຫານແຂວງ ພ້ອມຄະນະ, ມີຄະນະພັກ-ຄະ ນະບັນຊາກອງພັນ, ຕະຫຼອດຮອດນາຍ ແລະ ພົນທະຫານ ເຂົ້າຮ່ວມ.

ພັທ ວິໄລສັກ ຄຳອ່ອນ ໄດ້ເຜີຍແຜ່ເອກະສານມະຕິຂອງຄະນະປະຈຳພັກແຂວງ ວ່າດ້ວຍການເພີ່ມທະວີການຊີ້ນຳ-ນຳພາຂອງຄະນະພັກຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ II; ເອກະສານເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II, ເອກະສານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ; ທັງນິ້, ກໍເພື່ອເຮັດໃຫ້ນາຍ ແລະ ພົນທະຫານທົ່ວກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ເຊື່ອມຊຶມບັນດາເນື້ອໃດຈິດໃຈຂອງເອກະສານຢ່າງເລີກເຊິ່ງ ເພື່ອໃຫ້ຕອບສະໜອງໄດ້ກ່ຽວກັບການດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ จขຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດ ທີ II ໃຫ້ຮັບປະກັນໄດ້ 4 ຮ້ອຍສ່ວນ ຮ້ອຍ.