ແມ່ຍິງກົມໃຫຍ່ການເມືອງ ປກສ ສະຫຼຸບວຽກງານປະຈໍາປີ

0
684

ວັນທີ 26 ມັງກອນ 2021,ສະຫະພັນແມ່ຍິງກົມໃຫຍ່ການເມືອງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021,ໂດຍມີ ພຈົວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີ ພັອ ນາງ ຈັນເດືອນ ເທພະວົງ ປະ ທານສະຫະພັນແມ່ຍິງກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍໜ່ວຍຮາກຖານແມ່ຍິງ ແລະ ສະມາຊິກແມ່ຍິງອ້ອມຂ້າງກົມໃຫຍ່ການເມືອງເຂົ້າຮ່ວມ.

ພັທ ນາງ ອິນທະຫວາ ວົງພະຈັນ ຄະນະສະຫະພັນແມ່ຍິງ ກົມໃຫຍ່ການເມືອງ ຫົວໜ້າພະແນກອົບຮົມ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນໍານໍາພາການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາວ່າ: ຄະນະສະຫະພັນແມ່ຍິງກົມໃຫຍ່ ໄດ້ປຸກລະດົມສະມາຊິກແມ່ຍິງ ປະກອບສ່ວນເຂົ້າໃນວຽກງານຕ່າງໆຂອງພັກຂອງຊາດ ຕາມແນວທາງນະໂຍບາຍຂອງພັກລັດ ສາມາດເຮັດສໍາເລັດໜ້າທີ່ວຽກງານຕິດພັນກັບການຈັດຕັ້ງປະ ຕິບັດຂໍ້ແຂ່ງຂັນ 3 ດີ ແລະ ສາມາດຕີລາຄາຈັດແບ່ງປະເພດພົນລະເມືອງດີ 466 ຄົນ ເທົ່າກັບ 99%, ພັດທະນາດີ 452 ຄົນ ເທົ່າກັບ 97%, ຄອບຄົວດີ 459 ຄົນ ເທົ່າກັບ 98%, ບຸກຄົນ 3 ດີປະເພດ 1 ມີ 433 ຄົນ ເທົ່າກັບ 94%, ປະເພດ 2 ມີ 21 ຄົນ ເທົ່າກັບ 4,4%, ປະເພດ 3 ມີ 2 ຄົນ ເທົ່າກັບ 0,4% ແລະ ປະເພດ 4 ມີ 2 ຄົນ ເທົ່າກັບ 0,4%,ສ້າງຕົວແບບດ້ານວິຊາສະເພາະໄດ້ 2 ຄົນ ແລະ ຕົວແບບເສດຖະກິດ 3 ຄົນ,ສ້າງໜ່ວຍສະຫະພັນແມ່ຍິງ 3 ດີ ປະເພດ 1ມີ 14 ໜ່ວຍ ເທົ່າກັບ 93,33% ແລະ ປະເພດ 2 ມີ 1 ໜ່ວຍ ເທົ່າກັບ 6,66% ແລະ ຕີ ລາຄາສະຫະພັນແມ່ຍິງກົມໃຫຍ່ການເມືອງ ເປັນສະຫະພັນ 3 ດີ ປະເພດ 1.

ໃນກອງປະຊຸມ, ພັອ ນາງ ຈັນເດືອນ ເທພະວົງ ປະທານສະຫະພັນແມ່ຍິງ ກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຫວນຄືນມູນເຊື້ອວັນສ້າງຕັ້ງສະ ຫະພັນແມ່ຍິງ ກະຊວງ ປກສ ຄົບຮອບ 55 ປີ, ເຊີ່ງທ່ານໄດ້ກ່າວໃນບາງຕອນ ວ່າ: ສະຫະພັນແມ່ຍິງປ້ອງກັນຄວາມສະຫງົບສູນກາງໄດ້ສ້າງຕັ້ງຂຶ້ນຢູ່ບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ ໃນວັນທີ 9 ມັງກອນ1966 ເຊິ່ງເບື້ອງຕົ້ນເອີ້ນວ່າ:”ຈຸແມ່ຍິງຫ້ອງສັນຕິລາດສູນກາງ” ຂຶ້ນ ກັບແມ່ຍິງຫ້ອງການແຮງລາວສ້າງຊາດ ໂດຍທ່ານ ນາງ ຜາລີ ອິນດາວົງ ເປັນຫົວໜ້າ ແລະ ທ່ານ ນາງ ຈັນທອນ ເປັນຮອງ ແລະ ມີສະມາຊິກ 5 ສະ ຫາຍ. ພາຍຫຼັງໄດ້ຮັບການສ້າງຕັ້ງ ກໍໄດ້ເຄື່ອນໄຫວປຸກລະດົມ, ຂົນຂວາຍເອື້ອຍນ້ອງແມ່ຍິງບັນດາເຜົ່າ ຜູ້ມີເງື່ອນໄຂອອກສູ່ສະໜາມ ຮົບຕໍ່ສູ້ປະຈັນບານໂດຍກົງ,ປົກປ້ອງ,ເບິ່ງແຍງຮັບໃຊ້ການນໍາ ແລະກໍາລັງປ້ອງກັນຄວາມສະຫງົບປະຊາຊົນ.ນອກນັ້ນ,ຍັງໄດ້ນໍາພາເອື້ອຍນ້ອງ ແມ່ຍິງເຮັດວຽກແນວຫຼັງ ພາຍໃຕ້ຄໍາຂວັນທີ່ວ່າ:” ທຸກສິ່ງທຸກຢ່າງເພື່ອແນວໜ້າ ທຸກສິ່ງທຸກຢ່າງເພື່ອຕີເອົາຊະນະສັດຕູ ” ຄຽງບ່າຄຽງໄຫຼກັບເພດຊາຍ ຈົນໄດ້ຮັບໄຊຊະນະຢ່າງມີໄຊ,ຈຶ່ງໄດ້ກຳນົດເອົາວັນທີ 9 ມັງກອນ 1966 ເປັນວັນສ້າງຕັ້ງສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫົງບ.  

ໃນໂອກາດນີ້, ພົຈວ ຄໍາສາຍ ຈັນທະວົງ ກໍໄດ້ຍົກໃຫ້ເຫັນເຖິິງຂະບວນການເຄື່ອນໄຫວ16 ວັນ ຕ້ານຄວາມຮຸນແຮງບົນພື້ນຖານທາງເພດ ມີ ຕົ້ນກໍາເນີດຈາກຂະບວນການໃນທົ່ວໂລກທີ່ເຄື່ອນໄຫວຕໍ່ສູ້ເພື່ອສິດທິມະນຸດຂອງແມ່ຍິງ,ໃນເດືອນມິຖຸນາ 1991 ແມ່ຍິງ 23 ຄົນ ຈາກ 20 ປະເທດ ທີ່ເປັນສະມາຊິກຂອງສູນເພື່ອຄວາມເປັນຜູ້ນໍາຂອງແມ່ຍິງໃນທົ່ວໂລກ (CWGL) ແລະສະຖາບັນໂລກກ່ຽວກັບຜູ້ຍິງ,ຄວາມຮຸນແຮງ ແລະ ສິດທິມະນຸດໄດ້ມີການຮຽກຮ້ອງໃຫ້ມີການເປີດຂະບວນການເຄື່ອນໄຫວ 16 ວັນຕ້ານຄວາມຮຸນແຮງບົນພື້ນຖານຄຸນລັກສະນະທາງເພດ,ຂະບວນການດັ່ງກ່າວໄດ້ເນັ້ນເຖິງສາຍກ່ຽວພັນລະຫວ່າງແມ່ຍິງ,ຄວາມຮຸນແຮງ ແລະ ສິດທິມະນຸດ ໂດຍເລີ່ມແຕ່ວັນທີ 25 ພະຈິກ ເຖິງ 10 ທັນວາ 1991 ໂດຍກວມເອົາ 4 ວັນສໍາຄັນ ຄື: ວັນທີ 25 ພະຈິກ ວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ວັນທີ 1 ທັນວາ ວັນຄ້າຍເອດທົ່ວໂລກ,ວັນທີ 6 ທັນວາ ວັນຄົບຮອບການສັງຫານໝູ່ນັກສຶກສາວິສະວະກໍາຍິງ 14 ຄົນ ແລະ ວັນທີ 10 ທັນວາ ວັນສິດທິມະນຸດ.

ພາບ-ຂ່າວ: ແກ້ວ ອຸເພັດ