ສະຖານະການການແພ່ລະບາດຂອງໂຄວິດ-19 ຢູ່ບັນດາປະເທດເພື່ອນບ້ານທີ່ຕິດກັບຊາຍແດນຂອງ ສປປ ລາວ ຍັງມີທ່າອ່ຽງເພີ່ມຂຶ້ນ. ສະ ນັ້ນ, ສິ່ງທີ່ເປັນຫ່ວງທີ່ສຸດກໍຄືແຮງງານລາວທີ່ໄປອອກແຮງງານຢູ່ປະເທດທີ່ມີການລະບາດນັ້ນ ອາດສວຍໃຊ້ໂອກາດນີ້ລັກລອບເຂົ້າເມືອງຜິດກົດໝາຍ ໂດຍບໍ່ຜ່ານການຄັດກອງ, ກວດຫາເຊື້ອ ແລະ ກັກຕົວ ອາດມີຄວາມສ່ຽງສູງທີ່່ຈະນໍາເອົາເຊື້ອເຂົ້າມາແພ່ຢູ່ໃນ ສປປ ລາວ.

ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເປີດເຜີຍວ່າ: ບັນຫາໃຫຍ່ທີ່ທາງຄະນະສະເພາະກິດທີ່ກໍາລັງປະເຊີນໃນປັດຈຸບັນນີ້ ກໍຄືການປ້ອງກັນແຮງງານລາວທີ່ໄປອອກແຮງງານຢູ່ບັນດາປະເທດອອ້ມຂ້າງທີ່ມີການລະບາດຂອງໂຄວິດ-19 ແລະ ບັນດາແຮງງານຂອງຕ່າງປະເທດທີ່ນໍາໃຊ້ປະເທດລາວເຂົ້າ-ອອກໄປຍັງປະເທດທີ 3 ອາດຈະມີການລັກລອບເຂົ້າປະເທດ ໂດຍບໍ່ໄດ້ຜ່ານການຄັດ ກອງ, ກວດຫາເຊື້ອ ແລະ ກັກຕົວ; ເຊິ່ງແຮງງານດັ່ງກ່າວອາດຈະຕິດເຊື້ອພະຍາດ ແລະ ມາແພ່ຢູ່ໃນ ສປປ ລາວ ກໍ ເປັນໄດ້. ສະນັ້ນ, ສິ່ງຈໍາເປັນທີ່ສຸດເຈົ້າໜ້າທີ່ຕ້ອງເອົາໃຈໃສ່ເພີ່ມທະວີລາດຕະເວນຕາມຊາຍແດນຢ່າງເຂັ້ມງວດ ພ້ອມທັງຕິດຕາມຜູ້ທີ່ພາລັກລອບເຂົ້າ ເມືອງຜິດກົດໝາຍ ເປັນຕົ້ນກໍແມ່ນຜູ້ຂົນສົ່ງໂດຍສານ ຫຼື ຜູ້ອໍານວຍຄວາມສະດວກຕ່າງໆ ເພື່ອກວດຫາເຊື້ອນໍາໄປກັກຕົວຕາມຄະນະສະເພາະກິດວາງ ອອກ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.

ໃນການສະກັດກັ້ນລັກລອບເຂົ້າເມືອງຜິດກົດໝາຍ, ເຈົ້່າໜ້າທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ ກໍໄດ້ສຸມໃສ່ປ້ອງກັນເວນຍາມ, ລາດຕະ ເວນ, ຈຸດປ່ອງຂ້າມລອຍຕ່າງໆຕາມຊາຍແດນຢ່າງຕັ້ງໜ້າ ສືບເນື່ອງຈາກວ່າ ສປປ ລາວ ພື້ນທີ່ສ່ວນໃຫຍ່ຕິດກັບບັນດາປະເທດໃກ້ຄຽງ ຈຶ່ງເຮັດໃຫ້ປ້ອງກັນໄດ້ຍາກ. ແຕ່ຢ່າງໃດກໍຕາມ, ກໍຍ້ອນຄວາມເອົາໃຈໃສ່ຂອງທຸກພາກສ່ວນ ສາມາດສະກັດການລັກລອບເຂົ້າເມືອງຂອງແຮງ ງານລາວຈໍານວນໜຶ່ງໄດ້ ແລະ ນໍາເອົາແຮງງານເຫຼົ່ານີ້ໄດ້ກັກຕົວຢູ່ສູນຕາມທີ່ທາງການກໍານົດໄວ້. ແຕ່ສິ່ງທີ່ເປັນຫ່ວງທີ່ສຸດໃນກໍລະນີທີ່ບໍ່ສາ ມາດສະກັດກັ້ນໄດ້ແຕ່ຕົ້ນທາງບຸກຄົນເຫຼົ່ານັ້ນອາດຈະຕິດເຊື້ອພະຍາດແລ້ວເຂົ້າມາ ສປປ ລາວ, ກໍລະນີດັ່ງກ່າວກໍປະກົດມີຊາຍສັນຊາດຈີນ ທີ່ລັກລອບເຂົ້າເມືອງຢູ່ ແຂວງບໍ່ແກ້ວ ມາແລ້ວ.

ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນອີກພື້ນທີ່ສ່ຽງໜຶ່ງທີ່ມີແຮງງານໃນການລັກລອບເຂົ້າເມືອງ ເພາະເມືອງມີຈໍານວນ 36 ບ້ານ ຍາວ 50 ກວ່າກິໂລ ທີ່ຕິດກັບຊາຍແດນປະເທດເພື່ອນບ້ານ. ໃນການສະກັດກັ້ນບັນຫາດັ່ງກ່າວ 2 ກໍາລັງປະກອບອາວຸດກໍ ໄດ້ຮ່ວມກັນປະຕິບັດໜ້າທີ່ຢ່າງເຂັ້ມງວດຕະຫຼອດ 24 ຊົ່ວໂມງ, ສໍາລັບ ປກສ ເມືອງກໍໄດ້ອອກແຈ້ງການໄປຍັງ ປກສ ກຸ່ມ, ປກສ ບ້ານ ໃຫ້ເອົາໃຈໃສ່ໃນການເໜັງຕີງຂອງພົນລະເມືອງ ໂດຍສະເພາະແຮງງານລາວ ທີ່ໄປອອກແຮງງານຢູ່ປະເທດເພື່ອນບ້ານ.

ນອກນັ້ນ, ກໍຍັງມີການຄຸຸ້ມຄອງເຮືອຂອງພໍ່-ແມ່ປະຊາຊົນທີ່ນໍາໃຊ້ເຂົ້າໃນທໍາມາຫາກິນທີ່ອາດຈະແອບແຝງຂົນສົ່ງຜູ້ທີ່ລັກລອບເຂົ້າເມືອງຜິດກົດໝາຍ ໂດຍຂຶ້ນບັນຊີ ເຮືອ, ໂຮມເຮືອມາຈອດເປັນຈຸດ ພ້ອມທັງກໍານົດໂມງ-ເຂົ້າອອກເຮືອໃຫ້ເຂັ້ມງວດ. ສໍາລັບເຮືອປະເທດເພື່ອນບ້ານ ຖ້າລ່ວງນ່ານນໍ້າ ແມ່ນນໍາໃຊ້ມາດຕະການເດັດຂາດ, ເຖິງນໍາໃຊ້ມາດຕະການເຂັ້ມງວດ ກໍຍັງພົບແຮງງານທີ່ລັກລອບຂ້າມນໍ້າມາ ແລະ ສະມາດສະກັດໄວ້ໄດ້ທັນ.

ເຖິງວ່າ ສປປ ລາວ ຍັງມີການປິດດ່ານຊາຍແດນກັບປະເທດເພື່ອບ້ານ ໂດຍບໍ່ມີກໍານົດ ເພື່ອສະກັດກັ້ນການ ແພ່ລະບາດຂອງໂຄວິດ-19 ແຕ່ບໍ່ໝາຍຄວາມວ່າຈະສາມາດປິດກັ້ນຊ່ອງທາງການລັກລອບເຂົ້າເມືອງໄດ້. ດັ່ງນັ້ນ; ພໍ່-ແມ່ປະຊາຊົນ, ອໍານາດການປົກຄອງທຸກຊັ້ນ ຕ້ອງເປັນເຈົ້າການນໍາກັນຢ່າງເຂັ້ມງວດ ຕິດຕາມ, ສອດສ່ອງ ແຮງງານທີ່ອາດລັກລອບເຂົ້າປະເທດທີ່ບໍ່ຖືກຕ້ອງ. ໃນກໍລະນີພົບເຫັນແມ່ນໃຫ້ແຈ້ງ ເຈົ້າ ໜ້າທີ່ກ່ຽວຂ້ອງ ເພື່ອນໍາເອົາບຸກຄົນເຫຼົ່ານີ້ໄປກວດຫາເຊື້ອ ແລະ ກັກຕົວຕາມທີ່ກໍານົດໄວ້. ຖ້າຫາກທຸກຊັ້ນຄົນໃນສັງຄົມມີສ່ວນຮ່ວມ ແລະ ສ່ວນຮັບຜິດຊອບນໍາກັນ ກໍສາມາດສະກັດກັ້ນເຊື້ອໂຄວິດ-19 ເຂົ້າມາແພ່ລະບາດພາຍໃນປະເທດໄດ້.