ໃນທ້າຍອາທິດຜ່ານມາ, ບໍລິສັດທີ ດີເອັດສ ຈໍາກັດ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຫ້ອງວ່າການເມືອງບົວລະພາ ແຂວງຄໍາມ່ວນ ລວມມູມຄ່າ 6.495.000 ກີບ; ກ່າວມອບໂດຍ ທ່ານ ບຸນໄທ ແກ້ວວິໄລ ປະທານບໍລິ ສັດທີດີເອັດສ ຈໍາກັດ, ກ່າວຮັບໂດຍ ທ່ານ ບຸນກ້ວາງ ແກ້ວບຸນຍົງ ເຈົ້າເມືອງ ບົວລະພາ, ມີບັນດາການນຳຂອງເມືອງພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີ ພະຍານ.

ທ່ານ ບຸນກ້ວາງ ແກ້ວບຸນຍົງ ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດທີ ດີເອັດສ ຈຳກັດ ທີ່ເຫັນໄດ້ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຫ້ອງວ່າການ ເມືອງບົວລະພາຄັ້ງນີ້; ເຊິ່ງສະແດງເຖິງຄວາມເປັນຮວງເປັນໃຍນຳພໍ່-ແມ່ປະຊາ ຊົນ ແລະ ນ້ອງນ້ອຍນັກຮຽນຢູ່ຕາມ ໂຮງຮຽນແຫ່ງຕ່າງໆໃນຂອບເຂດທົ່ວ ເມືອງບົວລະພາ ທີ່ຍັງຂາດເຂີນອຸປະ ກອນເຄື່ອງກິລາ ເເລະ ເຄື່ອງອຸປະໂພກ-ບໍລິໂພກປະເພດອື່ນໆ.

ໃນໂອກາດດັ່ງກ່າວ, ທ່ານເຈົ້າເມືອງ ບົວລະພາ ກໍໄດ້ມອບໃບຍ້ອງຍໍເພື່ອເປັນການຍ້ອງຍໍຊົມເຊີຍຕໍ່ບໍລິສັດທີດີເອັດສ ຈໍາກັດ ທີ່ໄດ້ເສຍສະລະທຶນຮອນມາປະກອບສ່ວນເຂົ້າໃນການຊ່ວຍເຫຼືອໃນຄັ້ງນີ້.