ກົມໃຫຍ່ຕໍາຫຼວດ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ແລະ ສສຂ

0
1376

ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ  ( ສສຊ ) ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີ II ໃນວັນທີ 29 ມັງກອນ 2021, ເຜີຍແຜ່ໂດຍ ພົຈວ ປອ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ,ມີຄະ ນະພັກຄະນະບັນຊາ,ພ້ອມດ້ວຍພະນັກງານນໍາພາບັນຊາທຸກຂັ້ນ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ພົຈວ ປອ ທອງສະຫວັນ ວົງສະຫວັດ ກ່າວວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II (2021-2026) ແມ່ນເຫດການການເມືອງທີ່ສໍາຄັນຂອງຊາດເຊິ່ງດໍາເນີນໃນບັນຍາກາດທີ່ປະເທດຊາດ ສືບຕໍ່ໄດ້ຮັບການພັດທະ ນາຢ່າງຮອບດ້ານ ແລະ ຕໍ່ເນື່ອງຕະຫຼອດໄລຍະ 30 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ແລະ ດໍາເນີນໃນບັນຍາກາດຜົນສໍາເລັດກອງປະຊຸມໃຫຍ່ 3 ຂັ້ນ, ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄື ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ດັ່ງ ກ່າວຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນດ້ວຍຄວາມຮັບຜິດຊອບສູງ; ແຕ່ຍັງປະເຊີນໜ້າກັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຫຼາຍປະການ ເປັນຕົ້ນແມ່ນການພັດທະນາເສດຖະກິດສັງ ຄົມໃນປີ 2020 ໄດ້ຮັບຜົນກະທົບແຮງຈາກການແພ່ລະບາດຂອງພະຍາດໂຄວິດ-19 ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ອັນເນື່ອງມາຈາກສະພາບການທົດຖອຍຂອງເສດຖະ ກິດຢູ່ໃນພາກພື້ນ ແລະໃນໂລກ. ສະນັ້ນ,ທົ່ວພັກລັດແລະທົ່ວປວງຊົນລາວທັງຊາດຕ້ອງໄດ້ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆ ເພື່ອສືບຕໍ່ປົກປັກຮັກສາ ແລະ ພັດທະນາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

ສະນັ້ນ.ເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ກາຍເປັນປາງບຸນໃຫຍ່ຂອງຊາດ ແລະ ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ,ເປັນປະຊາທິປະໄຕ,ຖືກຕ້ອງຕາມກົດໝາຍ,ປະຫຍັດແລະປະຕິບັດໃຫ້ໄດ້ 3 ຄາດໝາຍໃຫຍ່ ຄື:ຜູ້ມີສິດປ່ອນບັດຕ້ອງຕື່ນ ຕົວສະໝັກໃຈໄປໃຊ້ສິດເລືອກຕັ້ງໃຫ້ໄດ້100%, ຮັບປະກັນບໍ່ໃຫ້ມີບັດຕາຍ,ແຕ່ລະໜ່ວຍປ່ອນບັດ ແລະ ເຂດເລືອກຕັ້ງຕ້ອງຮັບປະກັນໃຫ້ມີຄວາມສະຫງົບປອດໄພໃນວັນເລືອກຕັ້ງ.

ພາບ-ຂ່າວ: ພູເງິນ ພຸດທະວົງ